ພິທີໃສ່ບາດຖວາຍສັງຄະທານແດ່ພະສົງ-ສາມະເນນ, ໄຫວ້ພະຮັບສິນ,ຟັງທຳມະເທດສະໜາ ແລະ ຢາດນໍ້າຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານນະການໃນໂອກາດງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2023(ໃນມື້ຂຶ້ນ 15 ເດືອນ 12ພ.ສ 2566) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກນີ້ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫຼ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນພ້ອມດ້ວຍການນໍາພັກ-ລັດ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ການໃສ່ບາດໃນງານບຸນປະເພນີນະມັດສະການພະທາດຫຼວງປີນີ້ໄດ້ປະຕິບັດຄືດັ່ງທຸກປີທີ່ເຄີຍປະຕິບັດຜ່ານມາຊຶ່ງມີການຕັກບາດຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນແລ້ວຍັງໄດ້ມີພິທີອື່ນໆຕາມຮີດຄອງປະເພນີຊາດລາວ. ພ້ອມນັ້ນ, ປີນີ້ເຫັນວ່າມວນຊົນຈາກທຸກທົ່ວສາລະທິດຕ່າງກໍມີຈິດໃຈໃສສັດທາ, ຫຼັ່ງໄຫຼມາຮ່ວມງານຢ່າງຫຼວງຫຼາຍໄດ້ພ້ອມກັນໃສ່ບາດ, ຢາດນ້ຳ, ຮັບພອນແລະຟັງທຳມະເທສະໜາເພື່ອອຸທິດບຸນກຸສົນໃຫ້ບັນພະບູລຸດແລະເຈົ້າກຳນາຍເວນຕາມຄວາມເຊື້ອຖືຂອງຊາວພຸດທີ່ສືບທອດກັນມາແຕ່ດົນນານ. ໃນນັ້ນ, ຍັງເປັນການຮັກສາແລະເສີມຂະຫຍາຍວັດທະນະທຳຮິີດຄອງປະເພນີທີ່ສືບທອດກັນມາແລະເພື່ອຄວາມເປັນສິຣິມຸງຄຸນໃຫ້ແກ່ຊີວິດແລະຄອບຄົວ.
ໃນພິທີ, ທ່ານທອງລຸນສີສຸລິດກໍໄດ້ໃຫ້ກຽດໄຕ້ທຽນບູຊາແລະ ລັ່ນຄ້ອງ 3 ບາດເພື່ອເປັນສິລິມຸງຄຸນ. ໃນຕອນບ່າຍວັນດຽວກັນນີ້, ກໍໄດ້ມີພິທີແຫ່ລູກຄີແລະແຂ່ງຂັນກິລາພື້ນບ້ານຕີຄີລະຫວ່າງທີມການນຳພັກ-ລັດກັບທີມປະຊາຊົນແລະໃນຕອນຄໍ່າຈະມີພິທີວຽນທຽນແລະຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດ ແລະ ອື່ນໆ ຕາມຮີດຄອງປະເພນີລາວ.
(ຂ່າວ-ພາບ: ວັນເພັງ)