ພາຍໃຕ້ຫົວຂໍ້: ຮ່ວມກັນ! ລົງທຶນໃສ່ການປ້ອງກັນ ແລະ ແກ້ໄຂ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ
• ບັນດາທ່ານການນຳພັກ-ລັດ ທີ່ນັບຖື ແລະ ຮັກແພງ!
• ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!
ມື້ນີ້ ວັນທີ 25 ພະຈິກ ເປັນອີກຄັ້ງໜຶ່ງ ທີ່ ສປປ ລາວ ແລະ ທົ່ວໂລກ ພ້ອມກັນລະນຶກເຖິງວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງຊຶ່ງເປັນວັນທີ່ປະຊາຄົມໂລກ ສະແດງຄວາມໝາຍໝັ້ນຂອງຕົນໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ. ການດຳເນີນຂະບວນການໃນປີນີ້ ພາຍໃຕ້ຫົວຂໍ້: “ຮ່ວມກັນ!ລົງທຶນໃສ່ການປ້ອງກັນ ແລະ ແກ້ໄຂ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ”.
ໃນທົ່ວໂລກ ແມ່ຍິງໄດ້ປະສົບກັບຄວາມຮຸນແຮງເພີ່ມຂຶ້ນເລື້ອຍໆ ໃນສະພາບແວດລ້ອມຕ່າງໆ ລວມທັງ ໃນສະຖານທີ່ເຮັດວຽກ ແລະ ທາງໄກ ຜ່ານອອນລາຍ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຍັງສົ່ງຜົນສະທ້ອນທາງດ້ານເສດຖະກິດ-ສັງຄົມຢ່າງກວ້າງຂວາງ ຕໍ່ບຸກຄົນ, ຄອບຄົວ, ຊຸມຊົນ ແລະ ສັງຄົມ, ທັງກີດຂວາງການບັນລຸເປົ້າໝາຍການພັດທະນາແບບຍືນຍົງ;
ໃນທົ່ວໂລກ, ຄາດຄະເນວ່າ ມີຄ່າໃຊ້ຈ່າຍໃນການປົວແປງຈິດໃຈ ແລະ ແກ້ໄຂຜົນເສຍຫາຍ ຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (ພາກລັດ, ເອກະຊົນ ແລະ ສັງຄົມ) ມີມູນຄ່າ 1.500 ຕື້ໂດລາ. ຕາມການສຳຫຼວດປີ 2014 ຂອງ ສປປ ລາວ ເຫັນວ່າ ແມ່ຍິງຖືກຄວາມຮຸນແຮງ ຈາກຜູ້ເປັນຜົວ ທາງດ້ານຮ່າງກາຍ, ທາງເພດ ແລະ ທາງຈິດໃຈ ແມ່ນ 15,3% ແລະ ແມ່ຍິງອາຍຸ 15 ປີຂຶ້ນໄປ ຖືກຄວາມຮຸນແຮງທາງຮ່າງກາຍ 5,1% ແລະ ທາງເພດ 5,3%; ຄາດຄະເນຄ່າໃຊ້ຈ່າຍເຂົ້າໃນການຊ່ວຍເຫຼືອ ໃນສາມປີຕໍ່ໜ້າ ຈະມີຄ່າໃຊ້ຈ່າຍປະມານ 14 ລ້ານໂດລາ.
• ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!
ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານລາວ ຮ່ວມກັບວົງຄະນາຍາດສາກົນ ໃນທົ່ວໂລກ ພ້ອມກັນລະນຶກເຖິງ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ປະຈຳ ປີ 2023 ພາຍໃຕ້ຫົວຂໍ້ “ຮ່ວມກັນ! ລົງທຶນໃສ່ການປ້ອງກັນ ແລະ ແກ້ໄຂ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ”ນັບແຕ່ເວລານີ້ ເປັນຕົ້ນໄປ.
ໃນ 1 ປີ ຜ່ານມາ, ລັດຖະບານ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວ ຂ້ອງຕ່າງໆ ເອົາໃຈໃສ່ປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ ສປປ ລາວ ໃຫ້ໄດ້ຮັບຜົນດີຕະຫຼອດມາ, ອັນພົ້ນເດັ່ນ ແມ່ນໄດ້ສຳເລັດ ເຄື່ອງມືໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໂດຍສຳເລັດ ມາດຕະຖານດຳເນີນງານການປະສານ, ການຄຸ້ມຄອງການປະສານງານ ແລະ ການສົ່ງຕໍ່ ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງ; ມາດຕະຖານດຳເນີນງານວຽກງານ ຕອບສະໜອງການບໍລິການ ແກ່ຜູ້ທີ່ຖືກຄວາມຮຸນແຮງ ສຳລັບສະຖານທີ່ບໍລິການສຸຂະພາບ; ມາດຕະຖານການດໍາເນີນງານ ການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອ ທາງດ້ານສັງຄົມ ແລະ ມາດຕະຖານການດໍາເນີນງານ ການຊ່ວຍເຫຼືອດ້ານຂະບວນການຍຸຕິທຳ ພ້ອມທັງ ຝຶກອົບຮົມໃຫ້ຄວາມຮັບຮູ້ ກ່ຽວກັບເຄື່ອງມືທີ່ກ່າວມານັ້ນ ໃຫ້ແກ່ໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໂດຍດຳເນີນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໄດ້ທັງໝົດ 158 ກໍລະນີ. ໃນນັ້ນ ຫຼາຍກວ່າໝູ່ແມ່ນຄວາມຮຸນແຮງທາງເພດ ຊຶ່ງໄດ້ໃຫ້ການຊ່ວຍເຫຼືອດ້ານຄຳປຶກສາ, ການກວດ ແລະ ປິ່ນປົວສຸຂະພາບ, ທີ່ພັກເຊົາ ແລະ ການດຳເນີນຄະດີ;
ພ້ອມນັ້ນ ໄດ້ມີການໂຄສະນາເຜີຍແຜ່ປູກຈິດສຳນຶກ ກ່ຽວກັບການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ດ້ວຍຫຼາຍຮູບຫຼາຍສີ ຜ່ານສື່ອອນລາຍ, ຝຶກອົບຮົມສຳມະນາ ແລະ ແຈກຢາຍເອກະສານ ເພື່ອປ່ຽນແປງການປະພຶດ, ວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ແລະ ທັດສະນະຄະຕິ ທີ່ເປັນການໝິ່ນປະໝາດ, ຈຳແນກ ແມ່ຍິງ ແລະ ເດັກຍິງ ໂດຍສະເພາະ ໃຫ້ແມ່ຍິງຮູ້ສິດຂອງຕົນເອງ ລວມທັງ ການມີສ່ວນຮ່ວມຂອງທ່ານຊາຍ ໃນການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ.
• ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!
ໃນໂອກາດລະນຶກເຖິງ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປີ 2023 ນີ້. ຂ້າພະເຈົ້າ, ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍ ມາຍັງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.
ພ້ອມກັນນີ້, ກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການ ຈັດຕັ້ງທາງສັງຄົມຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບວຽກງານດັ່ງກ່າວ.
ຮອດເວລາທີ່ເໝາະສົມແລ້ວ ທີ່ພວກເຮົາຈະມີການລົງທຶນຫຼາຍ ໃສ່ການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ, ຂ້າພະເຈົ້າ ຂໍຮຽກຮ້ອງທຸກພາກສ່ວນ ຈາກລັດຖະບານ, ຄູ່ຮ່ວມພັດ ທະນາ, ພາກເອກະຊົນ ແລະ ປະຊາຊົນບັນດາເຜົ່າ ຈົ່ງຍົກສູງຄວາມຮັບຜິດຊອບ ຮ່ວມແຮງຮ່ວມໃຈກັນ ປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ດ້ວຍການສະແດງທັດສະນະຈຸດຢືນອັນດຽວກັນ ກັບລັດຖະບານ, ມີສ່ວນຮ່ວມໃນກິດຈະກໍາ ແລະ ງານຕ່າງໆ ເພື່ອເປັນການປຸກລະດົມ ໃຫ້ທຸກຮຸ່ນຄົນໃນທົ່ວສັງຄົມ ປ້ອງກັນການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ, ທັງມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ;
ການລຶບລ້າງຄວາມຮຸນແຮງ ປະສົບຜົນສຳເລັດໄດ້ ກໍແມ່ນຜ່ານການປ້ອງກັນການໃຊ້ຄວາມຮຸນແຮງເທົ່ານັ້ນ ໂດຍສະເພາະ ການມີສ່ວນຮ່ວມຂອງຫຼາຍພາກສ່ວນ, ການໃຫ້ຄວາມໝາຍໝັ້ນຂອງການນຳໃນການສົ່ງເສີມວຽກງານດັ່ງກ່າວ, ການຈັດຕັ້ງປະຕິບັດກົດໝາຍ ແລະ ນະໂຍບາຍ ທີ່ເປັນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການລົງ ທຶນໃສ່ການຈັດຕັ້ງຂອງແມ່ຍິງ, ການຈັດສັນຊັບພະຍາກອນ ໃສ່ການປ້ອງກັນ ແລະ ແກ້ໄຂການຈຳແນກ ໃນຫຼາຍຮູບແບບ ທີ່ແມ່ຍິງພວມປະເຊີນໜ້າໃນແຕ່ລະວັນ, ສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງ ແລະ ເດັກ ໃນທຸກຂົງເຂດທົ່ວສັງຄົມ, ຮັບປະກັນການບໍລິການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງ; ສ້າງສະພາບແວດລ້ອມທີ່ປອດໄພ ສໍາລັບແມ່ຍິງ ແລະ ເດັກຍິງ, ຫຼຸດຜ່ອນຄວາມທຸກຍາກ ໂດຍເລີ່ມຈາກການສ້າງຄວາມເຂັ້ມແຂງດ້ານເສດຖະກິດ ໃຫ້ແມ່ຍິງ ຫຼື ເສດຖະກິດຄອບຄົວ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນ ໃຫ້ການລະນຶກເຖິງ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປີນີ້ ພາຍໃຕ້ຄຳຂວັນ: “ຮ່ວມກັນ! ລົງທຶນໃສ່ການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ” ຈົ່ງປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ອວຍພອນໃຫ້ພີ່ນ້ອງຮ່ວມຊາດ ປາສະຈາກຄວາມຮຸນແຮງທຸກປະການ.
ຂໍຂອບໃຈ !.