ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງສະຫາຍ ບຸນທົງ ຖິ່ນດອນໂຂງປະທານກວດກາຄະນະພັກຮາກຖານ ຮັກສາການຫົວໜ້າພະແນກ ຖວທ ແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ-ພະນັກງານນໍາພາຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອແນໃສ່ສ້າງຄວາມຮັບຮູ້-ເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກແຕ່ລະຂັ້ນໃຫ້ຖືກຕ້ອງ, ສອດຄ່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.
ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຄໍາສັ່ງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 16/ຄປພຂ, ລົງວັນທີ 18 ກັນຍາ 2023 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຄໍາແນະນໍາຂອງຄະນະຈັດຕັ້ງແຂວງສະບັບເລກທີ 60/ຄຈຂ.ຊກ, ລົງວັນທີ 18 ກັນຍາ 2023 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງຄະນະປະຈໍາພັກແຂວງກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະຂັ້ນຕອນການກະກຽມດ້ານຂະບວນການ, ກະກຽມດ້ານເນື້ອໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຫຼືແຜນພັດທະນາຂະແໜງການ, ການກະກຽມດ້ານບຸກຄະລາກອນ, ການດຳເນີນຊີວິດການເມືອງທ້າຍສະໄໝ, ການເລືອກເຟັ້ນບຸກຄະລາກອນ, ການກໍານົດຈໍານວນຄະນະບໍລິຫານງານພັກ ຫຼືຄະນະພັກແຕ່ລະຂັ້ນ, ການກໍານົດຄະນະປະຈໍາພັກ, ການກະກຽມຜູ້ແທນສົມບູນ-ສໍາຮອງ, ເງື່ອນໄຂ, ຂໍ້ຫ້າມ ແລະ ການສິ້ນສຸດການເປັນຜູ້ແທນສົມບູນ-ສໍາຮອງ ແລະ ໄລຍະເວລາດຳເນີນກອງປະຊຸມໃຫຍ່ຄະນະພັກແຕ່ລະຂັ້ນ.
ໂອກາດນີ້,ສະຫາຍ ບຸນທົງ ຖິ່ນດອນໂຂງ ໄດ້ເນັ້ນໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ, ພະນັກງານນໍາພາຫຼັກແຫຼ່ງ ຖວທ ສືບຕໍ່ຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນເນື້ອໃນຈິດໃຈ ແລະ ຈັດຕັ້ງປະຕິບັດ, ຜັນຂະຫຍາຍ, ອອກມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບລວມ, ອະນຸກຳມະການຊ່ວຍວຽກກະກຽມດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ, ປຸກລະດົມຂະບວນການ, ກະກຽມຮ່າງລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ແຜນພັດທະນາຂະແໜງການຂອງຄະນະພັກ-ຄະນະໜ່ວຍພັກ, ຄົ້ນຄວ້າຂຶ້ນແຜນງົບປະມານ ແລະ ສ້າງແຜນການລະອຽດໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ໃຫ້ທັນຕາມເວລາທີ່ກຳນົດໄວ້.
ຂ່າວ-ພາບ: ສັນຍາ