ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ທາງການກຳປູເຈຍໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ອຸທິຍານບູຮານຄະດີອັງກໍ ຫຼື ອັງກໍວັດ ໄດ້ຮອງຮັບນັກທ່ອງທ່ຽວຕ່າງປະເທດຈາກ 193 ປະເທດ ແລະ ພາກພື້ນຈຳນວນ 602.570 ຄົນ ໃນໄລຍະເດືອນມັງກອນ-ຕຸລາ 2023 ຈາກໄລຍະເວລາດຽວກັນຂອງປີຜ່ານມາ.
ບົດລາຍງານລະບຸວ່າ: ອາເມຣິກາ, ອັງກິດ, ຝຣັ່ງ ແລະ ຈີນ ເປັນປະເທດທີ່ເຂົ້າມາຢ້ຽມຊົມຫຼາຍທີ່ສຸດໃນໄລຍະ 10 ເດືອນທຳອິດຂອງປີນີ້. ທາງດ້ານກະຊວງການທ່ອງທ່ຽວຂອງກຳປູເຈຍໄດ້ເປີດເຜີຍວ່າ: ສະໜາມບິນສາກົນສຽມຣາດ ອັງກໍ ຊຶ່ງລົງທຶນໂດຍຈີນ ແລະ ເປີດດຳເນີນງານໃນຮູບແບບການຄ້າຢ່າງເປັນທາງການເມື່ອບໍ່ດົນມານີ້ຈະດຶງດູດນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະຈາກຈີນເດີນທາງມາຢ້ຽມຢາມອັງກໍວັດເພີ່ມຂຶ້ນ. ທ່ານ ທົບ ໂສພຽກ ລັດຖະມົນຕີກະຊວງການທ່ອງທ່ຽວຂອງກຳປູເຈຍກ່າວວ່າ: ສະໜາມບິນສາກົນແຫ່ງໃໝ່ມີຄວາມສຳຄັນຕໍ່ການຊ່ວຍກະຕຸ້ນການທ່ອງທ່ຽວ, ເສດຖະກິດ, ການຄ້າ ແລະ ການລົງທຶນຂອງກຳປູເຈຍ ພ້ອມທັງຫວັງວ່າຈະດຶງດູດສາຍການບິນສາກົນເຂົ້າມາ ເພື່ອນຳພານັກທ່ອງທ່ຽວມາຢ້ຽມຢາມເພີ່ມຂຶ້ນ.
ອີກຢ່າງໜຶ່ງ, ອັງກໍວັດມີຂະໜາດ 401 ກິໂລຕາແມັດ ຕັ້ງຢູ່ທາງພາກຕາເວັນຕົກສ່ຽງເໜືອຂອງກຳປູເຈຍໄດ້ຮັບການຂຶ້ນທະບຽນເປັນແຫຼ່ງມໍລະດົກໂລກແຫ່ງອົງການ UNESCO ເມື່ອປີ 1992 ແລະ ຖືວ່າ ເປັນຈຸດໝາຍການທ່ອງທ່ຽວຍອດນິຍົມທີ່ສຸດຂອງກຳປູເຈຍ.