ຄະນະພັກກະຊວງສຶກສາທິການ ແລະ ກິລາ (ຄພສກ) ກຸ່ມ 2 ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດສຳຄັນ ແລະ ກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ໃນວັນທີ 23 ພະຈິກຜ່ານມາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຂັນທະລີ ສີຣິພົງພັນ ຮອງເລຂາຄະນະພັກຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີີຄະນະປະຈຳພັກ, ຄະນະພັກ, ເລຂາຄະນະພັກຮາກຖານຫ້ອງການ, ກົມກວດກາ, ກົມແຜນການ, ສຳນັກພິມສຶກສາ ແລະ ກິລາ, ບໍລິສັດລັດວິສາຫະກິດໂຮງພິມສຶກສາ ແລະ ບໍລິສັດລັດວິສາຫະກິດອຸປະກອນການສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບຄະນະຮັບຜິດຊອບກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂອງພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ແບ່ງອອກເປັນ 5 ກຸ່ມ ໂດຍມີຄະນະພັກ-ຄະນະລັດຖະມົນຕີຊີ້ນຳ, ຊຸກຍູ້ ແລະ ຕິດຕາມ ເພື່ອໃຫ້ດຳເນີນໄປຕາມບາດກ້າວ, ຂັ້ນຕອນ, ຄຳແນະນຳ, ກົດລະບຽບຢ່າງຖືກຕ້ອງ ແລະ ເຂັ້ມງວດ. ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໂດຍໄດ້ເຜີຍແຜ່ ແລະ ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ບັນດາເອກະສານສໍາຄັນໃຫ້ພະນັກງານ, ສະມາຊິກພັກພາຍໃນຮາກຖານໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ຮັບຮູ້ເຖິງປະຫວັດຄວາມເປັນມາ ແລະ ແນວທາງນະໂບຍາຍຂອງພັກ-ລັດ ກ່ຽວກັບ 2 ວັນປະຫວັດສາດສຳຄັນຂອງຊາດ ຄື: ວັນປະກາດເອກະລາດ ຄົບຮອບ 78 ປີ (12 ຕຸລາ 1945-12 ຕຸລາ 2023) ທີ່ໄດ້ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານດ້ວຍຄວາມສາມັກຄີ ແລະ ເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ວັນການທູດລາວ ຄົບຮອບ 78 ປີ (12 ຕຸລາ 1945-12 ຕຸລາ 2023) ຊຶ່ງວັນດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກຳລັງປະກອບອາວຸດບວກກັບການຕໍ່ສູ້ທາງດ້ານການເມືອງ ແລະ ຄວາມສາມັກຄີກັນຕໍ່ສູ້ຕ້ານສັດຕູໂຕດຽວກັນຂອງ 3 ຊາດອິນດູຈີນແມ່ນແບບຢ່າງທີ່ຍາກທີ່ສຸດໃນການພົວພັນສາກົນຂອງໂລກ. ພ້ອມນີ້, ກໍເພື່ອພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂບັນຫາທີ່ບໍ່ທັນສອດຄ່ອງ ເຮັດໃຫ້ແນວທາງການຕ່າງປະເທດຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍນຳເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງກ່ຽວກັບແຈ້ງການຂອງຄະນະພັກກະຊວງສຶກສາທິການ ແລະ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງບັນດາຮາກຖານພັກທີ່ຂຶ້ນກັບອົງຄະນະພັກກະຊວງ ສສກ ສະບັບເລກທີ 351/ຄພສກ, ລົງວັນທີ 20 ກັນຍາ 2023; ມະຕິຕົກລົງຂອງຄະນະປະຈຳພັກກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງບັນດາຮາກຖານພັກ ສະບັບເລກທີ 352/ຄພສກ, ລົງວັນທີ 20 ກັນຍາ 2023; ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ ຄລສພ, ລົງວັນທີ 8 ສິງຫາ 2023; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງແນະນໍາຂອງເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023; ຄໍາແນະນໍາຂອງຄະນະກວດກາສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ແລະ ຄໍາແນະນໍາ ກ່ຽວກັບການສ້າງຂະບວນການເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 254/ຄກສພ, ລົງວັນທີ 6 ພະຈິກ 2023. ຜ່ານການເຜີຍແຜ່, ເຊື່ອມຊຶມ ແລະ ປາຖະກະຖາ ເຮັດໃຫ້ພະນັກງານ, ສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈ ແລະ ນໍາເອົາເນື້ອໃນຈິດໃຈ ທີ່ໄດ້ຮັບຟັງການເຜີຍແຜ່ແນະນໍາເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນຕາມຄາດໝາຍ ແລະ ຈຸດປະສົງທີ່ວາງໄວ້.
ຂ່າວ-ພາບ: ຍຸພິນທອງ