ແຂວງຜົ້ງສາລີ ເປີດຕະຫຼາດນັດການຄ້າຊາຍແດນ 3 ແຈ ປະເທດ ລາວ-ຈີນ-ຫວຽດນາມ ຕິດພັນກັບ ເທດສະການດື່ມນໍ້າຊາ ຄັ້ງທີ III ໃນອາທິດຜ່ານມາ ທີ່ເດີນສວນສາທາລະນະ ເມືອງບຸນເໜືອ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ມີບັນດາການນຳຈາກເມືອງຈຽງເຊີນ, ເມືອງຫຼ້າ ສປ ຈີນ, ຕົວແທນສະມາຄົມທຸລະກິດຊາວຫວຽດນາມ ປະຈຳແຂວງຜົ້ງສາລີ ພ້ອມດ້ວຍຄະນະຜູ້ແທນຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ທະນູຄໍາ ປິດຈະວົງ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ແຕ່ປີ 2021-2025 ເປັນຕົ້ນວຽກງານການສົ່ງເສີມການຜະລິດເປັນສິນຄ້າ ທີ່ຕິດພັນກັບນະໂຍບາຍການຄ້າຊາຍແດນທີ່ ສປປ ລາວ ເປັນພາຄີໃຫ້ປະກົດຜົນຕົວຈິງ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ຂອງປະຊາຊົນເຂດຊາຍແດນໃຫ້ນັບມື້ນັບກວ້າງຂວາງ, ຕໍ່ເນື່ອງ ແລະ ຍືນຍົງ. ສຳລັບກິດຈະກຳວາງສະແດງສິນຄ້າ ທ່າແຮງ, ຜະລິດຕະພັນຊົນເຜົ່າ ແລະ ສິນຄ້າໂອດັອບ ຂອງບັນດາແຂວງພາກເໜືອຂອງ ສປປ ລາວ, ຈາກ 2 ແຂວງ ຂອງ ສປ ຈີນ ແລະ ສສ ຫວຽດນາມ ຊຶ່ງປະກອບມີສິນຄ້າກະສິກຳ, ອຸດສາຫະກຳ, ເຄື່ອງຫັດຖະກໍາ, ເຄື່ອງອຸປະໂພກ, ບໍລິໂພກ ທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າແຕ່ລະເຂດແຄ້ວນ ລວມທັງໝົດ 67 ຮ້ານໃນນີ້, ຮ້ານບໍລິການນໍ້າຊາ 10 ຮ້ານ, ສິນຄ້າໂອດັອບ ແລະ ສິນຄ້າທ່າແຮງ 7 ຮ້ານ, ຮ້ານຂາຍສິນຄ້າທົ່ວໄປ 15 ຮ້ານ ແລະ ຮ້ານຕະຫຼາດນັດເຄື່ອນທີ່ 35 ຮ້ານ.
ທ່ານ ຄຳຜອຍ ວັນນະສານ ໄດ້ກ່າວວ່າ: ຕະຫຼອດໄລຍະຜ່ານມາ ຄະນະພັກ, ອໍານາດການປົກຄອງແຂວງ ໄດ້ຖືສໍາຄັນຕໍ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໂດຍສຸມໃສ່ການຈັດສັນອາຊີບຄົງທີ່ ຕິດພັນກັບການສົ່ງເສີມຜະລິດເປັນສິນຄ້າສົ່ງອອກ ແລະ ສົ່ງເສີມການປຸງແຕ່ງໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ), ໃນປີ 2023 ໄດ້ສົ່ງເສີມການຜະລິດສິນຄ້າສົ່ງອອກບັນລຸ 8 ປະເພດ ແລະ ຜະລິດຕະພັນໂອດັອບ ບັນລຸ 27 ກາໝາຍ ຊຶ່ງຜົນສໍາເລັດດັ່ງກ່າວ ຍ້ອນມີນະໂຍບາຍລວມຂອງພັກ-ລັດວາງອອກ, ດ້ວຍການເອົາໃຈໃສ່ນໍາພາ-ຊີ້ນຳ ເຮັດຕົວຈິງຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະການສະໜັບສະໜູນຊ່ວຍເຫຼືອ ຈາກພາຍໃນ ແລະ ຕ່າງປະເທດ ແລະ ການເຂົ້າຮ່ວມຂອງພາກ ສ່ວນເສດຖະກິດຕ່າງໆ.
ທ່ານ ຄຳຜອຍ ວັນນະສານ ກ່າວຕື່ມວ່າ: ຜ່ານຈາກການຈັດງານຄັ້ງນີ້ ພວກເຮົາຈະສາມາດຖອດຖອນໄດ້ບົດຮຽນ ນັບທັງດ້ານດີ ແລະ ຂໍ້ຂາດຕົກບົກພ່ອງ ພ້ອມເສີມຂະຫຍາຍບົດຮຽນທີ່ດີ ຕໍ່ໄປຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ການຈັດງານແບບນີ້ ໃຫ້ກາຍເປັນຂະບວນການຂອງມະຫາຊົນ ແລະ ເປັນຄວາມຮັບຜິດຊອບຂອງຜູ້ປະກອບການທຸລະກິດ ເພື່ອໃຫ້ສາມາດສົ່ງເສີມການຄ້າ, ການລົງທຶນ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ແລະ ສ້າງວຽກເຮັດງານທໍາ, ສ້າງລາຍຮັບ, ລາຍໄດ້ໃຫ້ແກ່ປະຊາຊົນເພີ່ມຂຶ້ນ ແລະ ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.
ຂ່າວ-ພາບ: ແສງຄຳ ສາລີວັນ