ເລີ່ມແຕ່ຕົ້ນເດືອນຕຸລາ 2023 ເປັນຕົ້ນມາການເກັບກູ້ຜົນຜະລິດພືດລະດູຝົນແລະການເກັບຊື້ພືດເປັນສິນຄ້າປະເພດມັນຕົ້ນ,ສາລີ,ຢາງພາລາ,ໝາກເດືອຍ,ໝາກງາແລະອື່ນໆຂອງຊາວກະສິກອນຢູ່ເມືອງພຽງ ແຂວງໄຊຍະບູລີິ ແມ່ນເລີ່ມເປັນຂະບວນການຟົດຟື້ນແລະມາຮອດປັດຈຸບັນນີ້ສາມາດເກັບກູ້ສໍາເລັດແລ້ວ3,70 ກວ່າສ່ວນຮ້ອຍ.
ສຳລັບການເກັບກູ້ຜົນຜະລິດພືດລະດູຝົນ ແລະການເກັບຊື້ພືດເປັນສິນຄ້າຢູ່ເມືອງພຽງແຂວງໄຊຍະບູລີເລີ່ມແຕ່ຕົ້ນເດືອນຕຸລາ 2023 ເປັນຕົ້ນມາໄດ້ສຳເລັດໄປແລ້ວ722 ເຮັກຕາ,ເທົ່າກັບ 3,75ສ່ວນຮ້ອຍ ຂອງເນື້ອທີ່ແຜນການ 16.770 ກວ່າເຮັກຕາ, ໃນນີ້ມີພືດສະບຽງອາຫານເກັບກູ້ສໍາເລັດ 394ເຮັກຕາ,ເທົ່າກັບ 88,92 ສ່ວນຮ້ອຍ, ພືດເປັນສິນຄ້າ ເກັບກູ້ສໍາເລັດ 328 ເຮັກຕາ,ເທົ່າກັບ 1,74 ສ່ວນຮ້ອຍແລະຈາກຂໍ້ມູນຫ້ອງການອຸດສາຫະກຳແລະການຄ້າເມືອງຍັງໃຫ້ຮູ້ວ່າ: ໃນປີ2022ຜ່ານມາສາມາດສົ່ງອອກສາລີ 1.800ກວ່າໂຕນ,ມູນນຄ່າ1.324.000.000 ກີບ,ໝາກເດືອຍ 630 ໂຕນ,ມູນຄ່າ 4.410.000.000 ກີບ, ຢາງພາລາ 300 ກວ່າໂຕນ,ມູນຄ່າ1.570.000.000ກີບ, ມັນຕົ້ນ 22.000 ໂຕນ,ມູນຄ່າ31.150.000.000ກີບແລະໝາກງາ 10 ໂຕນ,ມູນຄ່າ 60.000.000ກວ່າກີບ,ລວມມູນຄ່າທັງໝົດ 38.500.000.000ກວ່າລ້ານແລະມາຮອດປີ2023ໃນໄລຍະ 9 ເດືອນຜ່ານມາແມ່ນພວມສົ່ງອອກໄປແລ້ວປະເພດມັນຕົ້ນ 3.940 ໂຕນ,ມູນຄ່າ 4.710.000.000ກີບ,ສາລີ 350 ໂຕນ,ມູນຄ່າ 420.000.000ກວ່າລ້ານກີບແລະໝາກເດືອຍ 245 ໂຕນ,ມູນຄ່າ1.710.000.000ກວ່າກີບ, ທົ່ວເມືອງມີຕາຊັ່ງແລະລານຕາກມັນຕົ້ນທັງໝົດ 70 ຫົວໜ່ວຍມາຮອດປັດຈຸບັນເພີ່ມຂຶ້ນ12 ຫົວໜ່ວຍ,ລວມທັງໝົດ82 ຫົວໜ່ວຍ.
ສຳລັບຂະບວນການປູກພືດຕ່າງໆເປັນສິນຄ້າຢູ່ເມືອງພຽງ ແຂວງໄຊຍະບູລີຍັງໄດ້ເປັນທ່າແຮງໃນການປະກອບສ່ວນເຂົ້າໃນການພັດທະນະເສດຖະກິດ-ສັງຄົມກໍຄືພື້ນຖານໂຄງລ່າງຂອງເມືອງໃຫ້ມີການພັດທະນາຢ່າງຕໍ່ເນື່ອງໃນຕະຫຼອດໄລຍະຜ່ານມາແລະອົງການປົກຄອງເມືອງຍັງໄດ້ເອົາໃຈໃສ່ຍູ້ແຮງຂະບວນການປູກພືດດ້ານກະສິກຳເປັນສິນຄ້າຂອງຄອບຄົວໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງຫັນເຂົ້າສູ່ບັນດາລະບຽບຫຼັກການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ມີຊີວິດການເປັນຢູ່ດີຂຶ້ນເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດເວົ້າສະເພາະກໍຄືເມືອງພຽງໃຫ້ໄດ້ຮັບການພັດທະນາຢ່າງແຂງແຮງຕື່ມອີກ.
ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ.