ໂຮງຮຽນ (ຮຮ) ສາມັນກິນນອນຊົນເຜົ່ານໍ້າບາກ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ມີພິທີປິດການແຂ່ງຂັນກິລານັກຮຽນມັດທະຍົມສຶກສາ ຄັ້ງທີ I ປະຈຳສົກຮຽນ 2023-2024 ໂດຍການເປັນປະທານຂອງ ທ່ານ ບຸນທັນ ຈັນທະສີດາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນໍ້າບາກ, ມີທ່ານ ສົມພອນ ສິດທິພອນ ຮັກສາການຜູ້ອໍານວຍການໂຮງຮຽນກິນນອນຊົນເຜົ່ານ້ຳບາກ ແລະ ທ່ານ ຄໍາພັນ ແສງອາລຸນ ຮອງຜູ້ອໍານວຍການໂຮງຮຽນ ມ.ສ ນໍ້າບາກ ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກຮຽນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ງານແຂ່ງຂັນກິລາໃນຄັ້ງນີ້ ແມ່ນເລີ່ມຈັດຂຶ້ນລະຫວ່າງວັນທີ 30 ຕຸລາຫາວັນທີ 23 ພະຈິກ ຜ່ານມາຈຶ່ງສຳເລັດ ຈຸດປະສົງຂອງການແຂ່ງຂັນກໍເພື່ອເຮັດໃຫ້ໄດ້ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ; ເພື່ອສ້າງຄວາມສາມັກຄີ-ໄມຕີຈິດມິດຕະພາບລະຫວ່າງນັກຮຽນດ້ວຍກັນ; ເພື່ອເປັນການຄັດເລືອກເອົາຕົວແທນນັກກິລາຂອງໂຮງຮຽນ; ເພື່ອກຽມຄວາມພ້ອມໃນການຈັດງານແຂ່ງຂັນກິລາ 4 ມ.ສ ໃນທົ່ວເມືອງ ທີ່ທາງໂຮງຮຽນສາມັນກິນນອນຊົນເຜົ່າ ໄດ້ຮັບກຽດເປັນເຈົ້າພາບ ໃນຕໍ່ໜ້ານີ້ ຊຶ່ງການແຂ່ງຂັນກິລາດັ່ງກ່າວ ປະກອບມີ ເຕະບານຍິງ-ຊາຍ ຊັ້ນ ມ.ປາຍ, ເຕະບານຍິງ-ຊາຍ ຊັ້ນ ມ.ຕົ້ນ, ບານສົ່ງຍິງ-ຊາຍ ຊັ້ນ ມ.ປາຍ, ບານສົ່ງຍິງ-ຊາຍ ຊັ້ນ ມ.ຕົ້ນ, ກະຕໍ້ຍິງ-ຊາຍ ຊັ້ນ ມ.ປາຍ, ກະຕໍ້ຍິງ-ຊາຍ ຊັ້ນ ມ.ຕົ້ນ, ແລ່ນ 100 ແມັດຍິງ-ຊາຍ ຊັ້ນ ມ.ຕົ້ນ ແລະ ມ.ປາຍ, ແລ່ນ 800 ແມັດຍິງ-ຊາຍ ຊັ້ນ ມ.ປາຍ, ໜ້າເກັກຍິງ-ຊາຍ ຊັ້ນ ມ.ປາຍ ແລະ ໝາກຂ່າງຍິງ-ຊາຍ ຊັ້ນ ມ.ປາຍ ແລະ ມ.ຕົ້ນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ເຕະບານຍິງ ມ.ຕົ້ນ ລະຫວ່າງ ມ.3-ມ.4ທີ1 ຂັ້ນ ມ.4 ແລະ ເຕະບານຍິງ ມ.1-ມ.2ທີ1 ຂັ້ນ ມ.2, ເຕະບານຊາຍ ມ.1-ມ.2ທີ1 ຂັ້ນ ມ.2 ແລະ ເຕະບານຊາຍ ມ.3-ມ.4ທີ1 ຂັ້ນ ມ.4; ບານສົ່ງຍິງ ມ.3-ມ.4ທີ1 ຂັ້ນ ມ.4 ແລະ ບານສົ່ງຊາຍ ມ.3-ມ.4ທີ1 ຂັ້ນ ມ.4; ກະຕໍ້ ຍິງ ມ.3-ມ.4ທີ1 ຂັ້ນ ມ.3 ແລະ ກະຕໍ້ຊາຍ ທີ1 ຂັ້ນ ມ.4; ກະຕໍ້ຍິງ ມ.1-ມ.2ທີ1 ຂັ້ນ ມ.1 ແລະ ກະຕໍ້ຊາຍ ມ.1-ມ.2ທີ1 ຂັ້ນ ມ.2; ແລ່ນ 100 ແມັດຍິງ ທີ1 ນາງ ຕັກສຸດາ ຂັ້ນ ມ.3 ແລະ ແລ່ນ 100 ແມັດຊາຍ ທີ1 ທ້າວ ຈືເນັງ ຂັ້ນ ມ.2.ຊັ້ນ ມ.ປາຍ ບານເຕະຍິງ ທີ1 ຂັ້ນ ມ.5 ແລະ ເຕະບານຊາຍ ທີ1 ຂັ້ນ ມ.7; ບານສົ່ງຍິງ ທີ1 ຂັ້ນ ມ.6 ແລະ ບານສົ່ງຊາຍ ທີ1 ຂັ້ນ ມ.7; ກະຕໍ້ຍິງ ທີ1 ຂັ້ນ ມ.6 ແລະ ກະຕໍ້ຊາຍ ທີ1 ຂັ້ນ ມ.6; ບານສົ່ງຍິງ ທີ1 ຂັ້ນ ມ.6 ແລະ ບານສົ່ງຊາຍ ທີ1 ຂັ້ນ ມ.7; ກະຕໍ້ຍິງ ທີ1 ຂັ້ນ ມ.6 ແລະ ກະຕໍ້ຊາຍ ທີ1 ຂັ້ນ ມ.6; ແລ່ນ 100 ແມັດຊາຍ ທີ1 ທ້າວ ມີ ຂັ້ນ ມ.7, ແລ່ນ 800 ແມັດຍິງ ທີ1 ນາງ ນ້ອຍນຸດ ຂັ້ນ ມ.4 ແລະ ແລ່ນ 800 ແມັດຊາຍ ທີ1 ທ້າວ ຮັກ ຂັ້ນ ມ.6; ໝາກຂ່າງຊາຍປະເພດທີມທີ1 ທ້າວ ເຈຍຮື, ທ້າວ ລີປໍ ແລະ ທ້າວ ເຈີລີ ຂັ້ນ ມ.6.
ຂ່າວ-ພາບ: ໂຮງຮຽນກິນນອນຊົນເຜົ່ານໍ້າບາກ