ຊຸດອົບຮົມວຽກງານໂຄສະນາອົບຮົມໃຫ້ແກ່ຄະນະໂຄສະນາອົບຮົມ6ແຂວງພາກກາງປະຈຳປີ 2023 ຈັດຂຶ້ນໃນວັນທີ 27 ພະຈິກ ນີ້ທີ່ເຮືອນຮັບແຂກເລກ 1 ຂອງແຂວງຄໍາມ່ວນໂດຍການເປັນປະທານຮ່ວມຂອງທ່ານສົມສະຫວາດ ເລັ່ງສະຫວັດທີ່ປຶກສາສະພາທິດສະດີສູນກາງພັກ, ທ່ານວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານຮອງລັດຖະມົນຕີກະຊວງເຕັກໂນໂລຊີແລະການສື່ສານ. ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ພະແນກການອ້ອມຂ້າງແຂວງ, ຫົວໜ້າຄະນະໂຄສະນາອົບຮົມ 6 ແຂວງຄື: ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ວຽງຈັນ, ນະຄອນຫຼວງວຽງຈັນແລະ ແຂວງຄຳມ່ວນ.
ການຈັດຊຸດອົບຮົມໃນຄັ້ງນີ້ກໍເພື່ອເປັນການພັດທະນາແລະຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານໂຄສະນາອົບຮົມ6ແຂວງພາກກາງ ກໍາໄດ້ຄວາມຮູ້ກ່ຽວກັບວຽກງານໂຄສະນາປາຖະກະຖາ, ວຽກງານອົບຮົມ, ວິທີການຄົ້ນຄວ້າ-ສັງລວມ, ວຽກງານຫາງສຽງສັງຄົມ, ວຽກງານໂຄສະນາຜ່ານສື່, ວຽກງານເລຂານຸການ, ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານໂຄສະນາອົບຮົມ. ແນໃສ່ໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດນຳໄປປັບປຸງ ແລະ ຍົກສູງຄຸນນະພາບຂອງວຽກງານໂຄສະນາອົບຮົມໃຫ້ດີຂຶ້ນກວ່າເກົ່າ ເພື່ອຕອບສະໜອງໜ້າທີ່ການເມືອງທີ່ນັບມື້ນັບສູງຂຶ້ນຊຶ່ງບົດຮຽນທີ່ນຳມາຝຶກອົບຮົມປະກອບມີຄື: ວຽກງານໂຄສະນາອົບຮົມຂອງພັກໃນໄລຍະໃໝ່, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານໂຄສະນາອົບຮົມຂອງພັກ, ສິລະປະໃນການເວົ້າແລະການໂຄສະນາ-ປາຖະກະຖາ, ບັນຫາພື້ນຖານຂອງວຽກງານໂຄສະນາ-ປຸກລະດົມ, ວຽກງານໂຄສະນາຜ່ານສື່, ການຂຽນແລະບັນຍາຍເອກະສານອົບຮົມ, ວຽກງານຄົ້ນຄວ້າ-ສັງລວມ, ວຽກງານຫາງສຽງສັງຄົມແລະວິທີການເກັບກຳນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານໂຄສະນາອົບຮົມແລະວຽກງານເລຂານຸການ-ການນໍາ. ຊຸດອົບຮົມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ5 ວັນຈຶ່ງງຈະສໍາເລັດ.
ຂ່າວ-ພາບ: ມະນີວັນ