ໂດຍ: ປູນາ ສຸດທະວົງ
ສະຫາຍພັນໂທນາງ ທອງຍົດ ນັນທະລັງສີ ເປັນນັກສິລະປິນຜູ້ໜຶ່ງທີ່ໄດ້ຮັບນາມມະຍົດສິລະປິນແຫ່ງຊາດ ທີ່ໄດ້ສ້າງຊື່ສຽງໂດ່ງດັງໃນວຽກງານສິລະປະ-ວັນນະຄະດີໂດຍສະເພາະສຽງຂັບ, ສຽງລຳ, ສຽງຮ້ອງທີ່ສູງທີ່ເປັນເອກະລັກສະເພາະ ແລະ ໄດ້ສ້າງຜົນງານຮັບໃຊ້ສັງຄົມທີ່ຫຼາກຫຼາຍ ຊຶ່ງໄດ້ສ້າງຊື່ສຽງໃຫ້ແກ່ກອງທັບປະຊາຊົນລາວກໍຄືທັງພາຍໃນ ແລະ ຕ່າງປະເທດ.
ສະຫາຍ ພັນໂທ ນາງ ທອງຍົດ ນັນທະລັງສີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ສະຫາຍເກີດເມື່ອວັນທີ 13/09/1959, ເກີດທີ່ບ້ານວັດທາດ ເມືອງໄຊເສດຖາ ແຂວງອັດຕະປືປັດຈຸບັນຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເຂົ້າການປະຕິວັດຢູ່ກອງສິລະປະກອນກອງທັບແຕ່ປີ 1974 ຈົນເຖິງປີ 2016. ສະໄໝເປັນນັກຮຽນແມ່ນຮຽນຢູ່ປະເທດຈີນ (ໂຮງຮຽນນ້ອງນ້ອຍ) ຊຶ່ງໄດ້ເປັນນັກສະແດງໜ່ວຍສິລະປະ-ວັນນະຄະດີຂອງໂຮງຮຽນ ໃນເວລານັ້ນແຂກຜູ້ໃຫຍ່ຢູ່ລາວໄດ້ໄປຢາມໂຮງຮຽນ ແລະ ເຫັນໄດ້ຄວາມສາມາດ, ດັ່ງນັ້ນທາງສິລະປະກອນກອງທັບຈຶ່ງໄດ້ຮັບເອົາມາຢູ່ສິລະປະກອນກອງທັບ. ເພິ່ນເປັນນັກສະແດງໂດຍບໍ່ໄດ້ຜ່ານການຮ່ຳຮຽນ, ກ່ອນມາຮອດທຳອິດແມ່ນໄດ້ສະແດງຢູ່ເມືອງຊຳເໜືອເພື່ອຮັບໃຊ້ບັນດາກອງບັນຊາການທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ ແລະ ໄດ້ສະແດງຢູ່ແຂວງຊຽງຂວາງເພື່ອສະແດງຮັບໃຊ້ທັງເປັນການກະກຽມເຂົ້າຢຶດອຳນາດຊຶ່ງເປັນເຫດການໜຶ່ງທີ່ພາກພູມໃຈ ແລະ ດີໃຈທີ່ສຸດ. ຕໍ່ມາສິລະປະກອງທັບຈຶ່ງໄດ້ເຄື່ອນໄຫວມາສະແດງຢຶດອຳນາດຢູ່ທີ່ວຽງຈັນ ສະແດງຮັບໃຊ້ຢູ່ທາດຫຼວງວຽງຈັນ ແລະ ຍັງໄດ້ອອກໄປສະແດງຮັບໃຊ້ພໍ່ແມ່ປະຊາຊົນ, ທະຫານຢູ່ແຕ່ລະເຂດ, ແຕ່ລະແຂວງ, ເປັນເວລາ 2-3 ເດືອນແບບສະແດງຕໍ່ໆກັນໄປ. ຫຼັງຈາກສະແດງສຳເລັດຈຶ່ງໄດ້ມີໂອກາດໄປຝຶກອົບຮົມທີ່ຮ່າໂນ່ຍ ສສ ຫວຽດນາມປະມານ 2 ເດືອນ ເພື່ອກະກຽມສະແດງຮັບໃຊ້ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 30 ປີ, ຝຶກອົບຮົມໃນການສ້າງລາຍການ ແລະ ໄດ້ກັບຄືນມາສະແດງຮັບໃຊ້ປະຊາຊົນ, ຮັບໃຊ້ຫຼາຍໆງານທັງພາຍໃນ ແລະ ຕ່າງປະເທດ, ສະແດງຮັບໃຊ້ວັນສ້າງຕັ້ງກອງທັບປະຊາຊົນລາວຕັ້ງແຕ່ຄົບຮອບ 30 ປີຈົນເຖິງຄົບຮອບ 70 ປີ.
ສຳລັບຜົນງານດ້ານອື່ນໆ ຍັງໄດ້ໄປເຄື່ອນໄຫວສະແດງຢູ່ຕ່າງປະເທດເຊັ່ນ: ສສ ຫວຽດນາມ, ກຳປູເຈຍ, ສປ ຈີນ, ສະຫະພາບໂຊວຽດ, ອິນໂດເນເຊຍ, ມາເລເຊຍ, ສເກົາຫຼີເປັນຕົ້ນ. ໃນການສະແດງນັ້ນແມ່ນໄດ້ຮັບຄວາມນິຍົມຊົມຊອບພໍສົມຄວນ ແລະ ຍັງໄດ້ເຂົ້າຮ່ວມການແຂ່ງຂັນເສັງເພງເພື່ອກະກຽມໄປສະແດງຮັບໃຊ້ວັນງານບຸນຊາວໜຸ່ມທົ່ວໂລກ ໃນການແຂ່ງຂັນແມ່ນໄດ້ອັນດັບທີ 1. ພາຍຫຼັງສຳເລັດການແຂ່ງຂັນແລ້ວໄດ້ໄປສະແດງຢູ່ສະຫະພາບໂຊວຽດ, ໄປສະແດງຢູ່ກຳປູເຈຍຮ່ວມກັບ ສສ ຫວຽດນາມ ຖືເປັນຜົນງານອັນໜຶ່ງທີ່ມີຄວາມພາກພູມໃຈທີ່ສຸດ. ພ້ອມນັ້ນຍັງໄດ້ໄປແຂ່ງຂັນເສັງເພງເສັ້ນທາງສີຂຽວຢູ່ທີ່ແຂວງກວາງຈິ ສສ ຫວຽດນາມ ຈຳນວນ 2 ຄັ້ງການແຂ່ງຂັນທັງ2 ຄັ້ງແມ່ນໄດ້ຮັບໃບຢັ້ງຢືນຫຼຽນຄຳ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມຫຼາຍສົມຄວນຈຶ່ງໄດ້ກາຍເປັນຜົນງານອັນໜຶ່ງທີ່ປະທັບໃຈທີ່ສຸດ. ສຳລັບບົດເພງທີ່ແຈ້ງເກີດທີ່ມວນຊົນຍອມຮັບ ແລະ ນິຍົມຊົມຊອບທີ່ສຸດຄືປະເພດສຽງເພງປະຕິວັດ ແລະ ເພງສັນລະເສີນ, ເພງທີ່ສາມາດສ້າງຊື່ສຽງແຕ່ອະດີດເຖິງປັດຈຸບັນສ່ວນຫຼາຍຈະເປັນອາລະບໍ້າເພງລວມໝູ່ຫຼາຍຄົນ, ຈາກບັນດາຜົນງານທີ່ຫຼາກຫຼາຍດັ່ງກ່າວນັ້ນຈຶ່ງໄດ້ຮັບນາມມະຍົດເປັນນັກສິລະປິນແຫ່ງຊາດ ສາຂາສິລະປະການສະແດງໃນປີ 2010.
ພາຍຫຼັງທີ່ໄດ້ພັກຜ່ອນຮັບເບ້ຍບຳນານໃນປັດຈຸບັນ ຈະເປັນແຮງໃຈທີ່ຊຸກຍູ້ໃຫ້ກັບລູກຫຼານຄົນຮຸ່ນໃໝ່ກໍຄືນັກສິລະປິນຜູ້ສືບທອດໃນການໃຫ້ຄຳປຶກສາ, ໃຫ້ຄຳແນະນຳກ່ຽວກັບການຮ້ອງເພງ,ຊຸກຍູ້ສົ່ງເສີມທາງດ້ານຈິດໃຈ, ສົ່ງເສີມຄວາມສາມາດໃຫ້ນັກຮ້ອງ, ນັກສະແດງໃຫ້ມີຄວາມສໍານິຊຳນານ ແລະ ເກັ່ງຮອບດ້ານ, ສ້າງໄດ້ບັນດາຮູບແບບການສະແດງຮັບໃຊ້ກອງທັບ, ຮັບໃຊ້ປະເທດຊາດໃຫ້ມີຄວາມທັນສະໄໝ ເພື່ອໃຫ້ກາຍເປັນນັກສິລະປິນ, ນັກສະແດງດີເດັ່ນທີ່ມີຄຸນນະພາບ.
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີທີ່ຈະໝູນວຽນມາເຖິງນີ້, ສະຫາຍຍັງໄດ້ຝາກເຖິງບັນດາສິນລະປິນ, ນັກສະແດງທຸກຄົນໃຫ້ມີຄວາມເອົາໃຈໃສ່ຝຶກຊ້ອມ, ສ້າງໄດ້ຜົນງານທີ່ດີຂຶ້ນເລື້ອຍໆ ເພື່ອປະກອບສ່ວນເຂົ້າໃນການຮັບໃຊ້ປະເທດຊາດ, ຮັບໃຊ້ສັງຄົມໃຫ້ມວນຊົນຍອມຮັບ. ພ້ອມນັ້ນສະຫາຍຍັງໄດ້ອວຍພອນໄຊມາຍັງການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ນຳພາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງ, ກໍຄືກອງສິລະປະກອນກອງທັບລວມເຖິງພະນັກງານ-ນັກຮົບເຫຼົ່າຮົບສິລະປະກອນກອງທັບ ແລະ ພະນັກງານນັກຮົບທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນຕາມການຈັດຕັ້ງມອບໝາຍ ເພື່ອນຳພາກົມກອງ ກໍຄືກອງທັບໃຫ້ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄໝກ້າວໜ້າຂຶ້ນໄປເລື້ອຍໆ.