ໃນວັນທີ 25 ພະຈິກ ຜ່ານມານີ້ ທີ່ເດີນບານເມືອງແບງ ແຂວງອຸດົມໄຊ ໄດ້ມີພິທີເປີດງານເທດສະການສົ່ງເສີມສິນຄ້າຜ້າຝ້າຍພື້ນເມືອງ ຄັ້ງທີ 5 ປະຈໍາປີ 2023 ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ສົມຄິດ ກັນສະໜິດ ເຈົ້າເມືອງໆແບງ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ທ່ານ ສຸຫັວດ ມະຫາວົງສະໜັ່ນ ຫົວໜ້າຄະນະຈັດຕັ້ງແຂວງອຸດົມໄຊ ຜູ້ຊີ້ນໍາເມືອງແບງ. ມີແຂກເຊີນຈາກພະແນກການອ້ອມຂ້າງແຂວງ, ຕ່າງແຂວງ, ການນໍາຂັ້ນເມືອງ, ນັກທຸລະກິດ, ພະນັກງານ-ລັດຖະກອນ, ທະຫານ, ຕະຫຼວດ, ນັກຮຽນ ຕະຫຼອດຮອດມວນຊົນຊາວເມືອງແບງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສອນເພັດ ອິນທະປັນຍາສັກ ຮອງເຈົ້າເມືອງໆແບງ ຮອງປະທານຈັດງານ ໄດ້ລາຍງານການກະກຽມຄວາມພ້ອມຈັດງານເທດສະການສົ່ງເສີມສິນຄ້າຜ້າຝ້າຍພື້ນເມືອງ ຄັ້ງທີ 5 ປະຈໍາປີ 2023 ໃຫ້ຮູ້ວ່າ: ຈຸດປະສົງການຈັດງານ ເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ທີ່ເປັນມູນເຊື້ອຂອງບັນດາເຜົ່າ, ແນໃສ່ກະຕຸ້ນເສດຖະກິດພາຍໃນເມືອງ, ໃຫ້ມີຄວາມເຂັ້ມແຂງ, ໂດຍການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ສຸມໃສ່ການພັດທະນາການທ່ອງທ່ຽວພາຍໃນເມືອງ, ໃຫ້ຮັບປະກັນດ້ານຄຸນນະພາບໃນການບໍລິການ ເພື່ອສ້າງລາຍຮັບໃຫ້ຫຼາຍຂຶ້ນ ທັງເປັນການຍົກສູງຄວາມຮູ້ຂອງທົ່ວສັງຄົມ ກໍຄືປະຊາຊົນບັນດາເຜົ່າ ໃຫ້ເຫັນຄວາມສໍາຄັນການທ່ອງທ່ຽວ, ກໍຄືວຽກງານຫັດຖະກໍາຜ້າຝ້າຍພື້ນເມືອງ, ໃຫ້ໄດ້ຮັບການພັດທະນານັບມື້ດີຂຶ້ນເທື່ອລະກ້າວ, ກິດຈະກໍາເທດສະການຜ້າຝ້າຍພື້ນເມືອງ ເປັນການສະທ້ອນໃຫ້ເຫັນທ່າແຮງ ທີ່ສ່ອງແສງໃຫ້ເຫັນວິຖີຊີວິດ, ຂອງປະຊາຊົນບັນດາເຜົ່າ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງແບງໃຫ້ນັບມື້ຫຼາຍຂຶ້ນ.
ການຈັດງານເທດສະການຜ້າຝ້າຍພື້ນເມືອງຂອງຊາວເມືອງແບງຄັ້ງນີ້ ຍັງໄດ້ຈັດໃຫ້ມີຫຼາຍກິດຈະກຳທີ່ສຳຄັນເຊັ່ນ: ຕະຫຼາດນັດຂາຍສິນຄ້າຜະລິດຕະພັນທີ່ເປັນສີໄມ້ລາຍມືຂອງປະຊາຊົນບັນດາເຜົ່າພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງປະເທດ, ກິດຈະກຳຊິມອາຫານພື້ນເມືອງ ແລະ ອື່ນໆ ຊຶ່ງຈະໄດ້ດໍາເນີນໄປເປັນເວລາ 7 ວັນ ເລີ່ມແຕ່ວັນທີ 25 ພະຈິກ ຫາ ວັນທີ 1 ທັນວາ 2023.
ພາຍຫຼັງເປີດງານຢ່າງເປັນການແລ້ວ ການນໍາທຸກພາກສ່ວນກໍໄດ້ຢ້ຽມຊົມກິດຈະກຳການເຂັ້ນຝ້າຍ, ແຂ່ງຂັນຕໍ່າຫູກ, ແຂ່ງຂັນຜ້າແພງານ, ຊີມອາຫານພື້ນເມືອງຂອງແຕ່ລະເຜົ່າ, ຊົມຕະຫຼາດນັດຫັດຖະກໍາພື້ນເມືອງ, ຫັດຖະກໍາຈັກສານ ແລະ ອື່ນໆ.
ຂ່າວ-ພາບ: ກິ່ງມະນີ