ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ຜົນການສຳຫຼວດຈາກສະພາບພູມອາກາດ ຊຶ່ງເປັນອົງກອນເອກະຊົນອິດສະຫຼະຂອງອົສຕຣາລີ ພົບວ່າ: ຊາວອົສຕຣາລີສ່ວນຫຼາຍຂັບລົດໜ້ອຍລົງ ເນື່ອງຈາກລາຄານ້ຳມັນເພີ່ມສູງຂຶ້ນ.
ຜົນການສຳຫຼວດດັ່ງກ່າວລະບຸວ່າ: ຊາວອົສຕຣາລີ 71% ເລີ່ມຫັນມາຫຼຸດຄ່າໃຊ້ຈ່າຍໃນການຂັບລົດເພື່ອຮັບມືກັບລາຄານ້ຳມັນເຊັ່ນ: ຫຼຸດຜ່ອນການຂັບຂີ່, ປະຢັດຄ່າບຳລຸງຮັກສາຍານພາຫະນະ ແລະ ຫຼີກລ່ຽງການໃຊ້ລົດໃຫຍ່ສ່ວນຕົວໃນໄລຍະມື້ພັກ. ທັງນີ້, ໂດຍອີງຕາມຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດອົສຕຣາລີທີ່ເປີດເຜີຍໃນເດືອນຕຸລາຜ່ານມາລະບຸວ່າ: ຕົ້ນທຶນເຊື້ອໄຟຍານພາຫະນະເພີ່ມສູງຂຶ້ນເປັນໂຕຂັບເຄື່ອນອັດຕາເງິນເຟີ້ຂະໜາດໃຫຍ່ທີ່ສຸດ ໂດຍເພີ່ມຂຶ້ນສະເລ່ຍ 7,2% ໃນໄຕມາດທີ 3 ຂອງປີນີ້ ຫຼື ໃນລະຫວ່າງເດືອນກໍລະກົດ-ກັນຍາ ຜ່ານມາ. ຜູ້ຕອບແບບສຳຫຼວດສ່ວນຫຼາຍຄິດເປັນ 54% ເຊື່ອວ່າ ມາດຕະຖານປະສິດທິພາບການໃຊ້ເຊື້ອໄຟຕາມແຜນຂອງລັດຖະບານ ຈະຊ່ວຍໃຫ້ພວກເຂົາປະຢັດເງິນໄດ້. ຂະນະທີ່ລັດຖະບານອົສຕຣາລີເນັ້ນຢ້ຳວ່າ: ການດຳເນີນມາດຕະຖານດັ່ງກ່າວ ເພື່ອຈູງໃຈການຈຳ ໜ່າຍຍານພາຫະນະປ່ອຍມົນລະພິດຕ່ຳໃນກົນລະຍຸດຍານພາຫະນະໄຟຟ້າ (EV) ເນື່ອງຈາກການວິເຄາະຜົນປະໂຫຍດຂອງຜູ້ບໍລິໂພກ ໂດຍສະພາບພູມອາກາດ ແລະ ສະພາບຍານພາຫະນະໄຟຟ້າພົບວ່າ ຊາວອົສຕຣາລີອາດຈະປະຢັດຄ່າໃຊ້ຈ່າຍໄດ້ຫຼາຍເຖິງ 10.000 ໂດລາອົສຕຣາລີ ຕະຫຼອດອາຍຸການໃຊ້ງານຍານພາຫະນະ 1 ຄັນ ດ້ວຍມາດຕະຖານປະສິດທິພາບການໃຊ້ເຊື້ອໄຟທີ່ແຂງແຮງ.