ວັນທີ 17 ພະຈິກຜ່ານມາ, ງານຕະຫຼາດນັດການຄ້າການທ່ອງທ່ຽວສາກົນຈີນ ປີ 2023 ພາຍໃຕ້ຫົວຂໍ້ “ສະບາຍດີ! ຈີນ” ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢູນນານຢ່າງເປັນທາງການ. ໃນພິທີເປີດງານ, ທ່ານ ຫວັງໜິງ (Wang Ning) ເລຂາຄະນະພັກແຂວງຢູນນານ ໄດ້ກ່າວຄໍາປາໄສ ພ້ອມທັງເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງມາແຂວງຢູນນານ ແລະ ຮັບຮູ້ຈີນ, ຍິນດີຕ້ອນຮັບໝູ່ເພື່ອນທັງພາຍໃນ ແລະ ຕ່າງປະເທດມາຮ່ວມກັນຄົ້ນຄວ້າ ແລະ ພັດທະນາຂະແໜງການວັດທະນະທໍາ ແລະ ທ່ອງທ່ຽວ, ຮ່ວມກັນສ້າງ ແລະຊົມໃຊ້ “ວິຖີຊີວິດແຂວງຢູນນານ”, ຮ່ວມກັນຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວຂອງໂລກ ໃຫ້ຈະເລີນຮຸ່ງເຮືອງ.

ທ່ານ ຫວັງໜິງ ກ່າວວ່າ: ໃນຊຸມປີຜ່ານມາ, ແຂວງຢູນນານໄດ້ຊຸກຍູ້ການຫັນປ່ຽນ ແລະ ຍົກລະດັບຂະແໜງການທ່ອງທ່ຽວ ໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ, ລວມຍອດລາຍຮັບດ້ານການທ່ອງທ່ຽວໄດ້ຈາກ 100 ຕື້ຢວນ ເພີ່ມຂຶ້ນເປັນ 1.000 ຕື້ຢວນ. ນັບແຕ່ປີນີ້ເປັນຕົ້ນມາ, ແຂວງຢູນນານໄດ້ເຜີຍແຜ່ “ວິຖີຊີວິດແຂວງຢູນນານ”, ຊຶ່ງໄດ້ນໍາໜ້າຄວາມນິຍົມໃໝ່ດ້ານການທ່ອງທ່ຽວ. “ວິຖີຊີວິດແຂວງຢູນນານ” ແມ່ນຊີວິດແບບສີຂຽວທໍາມະຊາດຢ່າງໜຶ່ງ, ຊີວິດທີ່ເຕັມໄປດ້ວຍຫຼາກຫຼາຍສີສັນຢ່າງໜຶ່ງ, ຊີວິດແບບປອງດອງກົມກຽວກັນຢ່າງໜຶ່ງ, ຊີວິດແບບເປີດປະຕູສູ່ພາຍນອກ ແລະ ມີຄວາມກວມລວມຢ່າງໜຶ່ງ, ສະຫຼຸບແລ້ວ ກໍແມ່ນວິຖີຊີວິດຂອງປວງຊົນທັງຫຼາຍ. “ວິຖີຊີວິດແຂວງຢູນນານ” ບໍ່ພຽງແຕ່ເປັນຂອງແຂວງຢູນນານເທົ່ານັ້ນ, ຍັງເປັນຂອງຈີນ ແລະ ເປັນຂອງໂລກອີກດ້ວຍ.
ແຂວງຢູນນານຖືກຂະຫນານນາມວ່າເປັນ “ແດນສະຫວັນແຫ່ງການທ່ອງທ່ຽວ”. ນັບແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ແຂວງຢູນນານໄດ້ຕ້ອນຮັບນັກທ່ອງທ່ຽວ 917 ລ້ານເທື່ອຄົນ, ລວມຍອດລາຍຮັບຈາກການທ່ອງທ່ຽວມີເຖິງ 1.130 ຕື້ຢວນ, ເພີ່ມຂຶ້ນເປັນ 1,3 ເທົ່າ ແລະ 1,2 ເທົ່າຂອງໄລຍະດຽວກັນຂອງປີ 2019. ຂະແໜງການທ່ອງທ່ຽວໄດ້ກາຍເປັນຂະແໜງການເສົາຄ້ຳ ແລະ ຂະແໜງການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢ່າງແທ້ຈິງຂອງແຂວງຢູນນານ.