ໃນງານຕະຫຼາດນັດການຄ້າການ ທ່ອງທ່ຽວສາກົນຈີນ ປີ2023, ແຂກຜູ້ມີກຽດທີ່ມາຈາກວົງການການເມືອງ, ການຜະລິດ, ການຄົ້ນຄວ້າ ແລະ ການສຶກສາ ໄດ້ເຕົ້າໂຮມກັນ ເພື່ອສົນທະນາທ່າອ່ຽງໃໝ່ຂອງຂະແໜງການທ່ອງທ່ຽວ, ເພື່ອເລົ່າເລື່ອງການຮ່ວມມື, ຮ່ວມກັນບຸກເບີກຕະຫຼາດ, ຮ່ວມກັນຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວຂອງທົ່ວໂລກ. ໃນນັ້ນ, ທາງລົດໄຟລາວ-ຈີນ ກາຍເປັນຫົວຂໍ້ເດັ່ນ ທີ່ບັນດາຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈຫຼາຍ.
ທ່ານ ສາຍສະຫມອນ ສິງບັນດິດ, ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນ, ກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ກ່າວວ່າ: ໃນຊຸມປີຜ່ານມາ, ພື້ນຖານໂຄງລ່າງຂອງປະເທດລາວໄດ້ຮັບການປັບປຸງດີຂຶ້ນຢ່າງຫຼວງຫຼາຍ, ໂດຍສະເພາະແມ່ນການເປີດນໍາໃຊ້ທາງລົດໄຟລາວ-ຈີນ ເຮັດໃຫ້ນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນ ຫຍັບໃກ້ເຂົ້າກັນ, ພ້ອມທັງເຮັດໃຫ້ປະເທດລາວ ກັບ ບັນດາປະເທດອາຊຽນເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ. ປີໜ້າ, ປະເທດລາວຈະຈັດກິດຈະກໍາປີທ່ອງທ່ຽວລາວ, ຍິນດີຕ້ອນຮັບວິສາຫະກິດຈາກປະເທດຕ່າງໆມາລົງທຶນຢູ່ລາວ.
ທ່ານ ສາດສະດາຈານ ຫວັງເຈຍ (Wang Jie) ຫົວໜ້າສູນຄົ້ນຄວ້າການທ່ອງທ່ຽວເຂດຊາຍແດນ ສະຖານບັນຄົ້ນຄວ້າການທ່ອງທ່ຽວຈີນ ກ່າວວ່າ: ຢູ່ລຽບຕາມທາງລົດໄຟລາວ-ຈີນ ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງ, ໃນນັ້ນກໍມີພູຕົ້ນຊາພັນປີຈິງມ້າຍນະຄອນພູເອີ ທີ່ຫາກໍ່ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍານາມມະທໍາຂອງໂລກ. ທ່ານ ຫວັງເຈຍ ເຫັນວ່າ, ທາງລົດໄຟລາວ-ຈີນ ບໍ່ພຽງແຕ່ເປັນແລວເສດຖະກິດທີ່ເຊື່ອມຕໍ່ມໍລະດົກວັດທະນະທໍານາມມະທໍາຂອງໂລກເທົ່ານັ້ນ, ທັງເປັນແລວທາງທີ່ສະແດງວັດທະນະທຳສອງຊາດຈີນ-ລາວ ອີກດ້ວຍ.
ທ່ານ ປີເຕີ ສີມອນ ປະທານສະມາຄົມການທ່ອງທ່ຽວອາຊີ-ປາຊີຟິກ ເຫັນວ່າ, ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຊາດຈີນ-ລາວ, ທາງລົດໄຟລາວ-ຈີນ ໄດ້ສ້າງໂອກາດການພັດທະນາໃໝ່ໃຫ້ແກ່ພາກພື້ນອາຊີ-ປາຊີຟິກ, ເຊື່ອໝັ້ນວ່າໃນ 10 ປີຕໍ່ໜ້າ, ທາງລົດໄຟລາວ-ຈີນ ຈະສະໜອງພະລັງຂັບເຄື່ອນໃຫ້ແກ່ການພັດທະນາຂະແໜງການທ່ອງທ່ຽວ ແລະ ຂະແໜງການອື່ນໆຂອງ ພາກພື້ນອາຊີ-ປາຊີຟິກ.
ທ່ານນາງ ສຸດາວັນ ຫວັງສຸພາກິດໂກສົນ ລັດຖະມົນຕີ ກະຊວງທ່ອງທ່ຽວ ແລະ ກິລາໄທ ກ່າວວ່າ: ຊັບພະຍາກອນການທ່ອງທ່ຽວຂອງໄທ ແລະ ຈີນ ຕ່າງກໍມີເອກະລັກພິເສດຂອງໃຜຂອງລາວ, ປະເທດໄທເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຈີນຫຼາຍທີ່ສຸດ, ປະຊາຊົນໄທກໍມີຄວາມສົນໃຈຕໍ່ການໄປທ່ຽວຈີນຫຼາຍ. ການເປີດນໍາໃຊ້ທາງລົດໄຟລາວ-ຈີນ, ໄດ້ຊຸກຍູ້ການພັດທະນາການທ່ອງທ່ຽວລະຫວ່າງໄທ-ຈີນ ຕື່ມອີກ, ຫວັງຢ່າງຍິ່ງວ່າ ປະຊາຊົນທັງສອງຊາດຈະສາມາດຮ່ວມກັນຊົມໃຊ້ຊັບພະຍາກອນທ່ອງທ່ຽວ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນານ, ເວັນໄຊຂ່າວສານຈີນ
ລາຍງານຍັງໃຫ້ຮູ້ວ່າ: ວັນທີ 13 ພະຈິກຜ່ານມານີ້, ຂະບວນລົດໄຟທ່ອງທ່ຽວທີ່ແລ່ນຕາມ “ທາງລົດໄຟລາວ-ຈີນ, ຢູນນານ-ກຸ້ຍໂຈ່ວ-ຫູເປີຍ” ຖ້ຽວ Y421 ໄດ້ອອກເດີນທາງຈາກສະຖານີຟອງຖາຍ ນະຄອນຫຼວງປັກກິ່ງ. ຖ້ຽວລົດໄຟສະເພາະດັ່ງກ່າວຈະໃຊ້ເວລາເດີນທາງ 15 ວັນໂດຍເນັ້ນໃສ່ຫົວຂໍ້ “ຂີ່ຂະບວນລົດໄຟຕາມທາງລົດໄຟລາວ-ຈີນເພື່ອໄປທ່ຽວປະເທດລາວ” ຊຶ່ງເປັນຂະບວນລົດໄຟການທ່ອງທ່ຽວຂ້າມຊາດຖ້ຽວທໍາອິດທີ່ເດີນທາງອອກຈາກນະຄອນຫຼວງປັກກິ່ງ ສູ ປະເທດລາວ.
ແຫຼ່ງຂ່າວ: ເວັບໄຊໜັງສືພິມລາຍວັນຈີນ ບັນນາທິການ: Yang Chunmei