ພະແນກສຶກສາທິການ ແລະ ກິລາ(ສກຂ) ແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງຄໍາມ່ວນ ສະໄໝທີ X ຂຶ້ນໃນວັນທີ 27 ພະຈິກນີ້ ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ນັນຕະໄຊ ອິນທະສອນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ສກຂ, ມີຄະນະພັກ, ຄະນະພະແນກ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.
    ສະຫາຍ ນັນຕະໄຊ ອິນທະສອນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນບັນດາສະຫາຍໃນຄະນະພັກຮາກຖານໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງສະໄໝທີ X, ຜ່ານມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງສະໄໝທີ X, ຜ່ານມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອໃຫ້ພະນັກງານ-ສະມາຊິກພັກພາຍໃນຂົງເຂດສຶກສາທິການ ແລະ ກິລາແຂວງໄດ້ມີຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກຕໍ່ກັບການນໍາພາ-ຊີ້ນໍາໃນໄລຍະໃໝ່  ແລະ ນໍາເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມ 2 ຂັ້ນໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງ, ຂະແໜງການຂອງຕົນໃຫ້ເຂົ້າສູ່ລວງເລິກເປັນກ້າວໆ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ