ເນື່ອງໃນໂອກາດວັນຊາດ ທີ 2 ທັນວາໄດ້ໝູນວຽນມາບັນຈົບຄົບຮອບ 48 ປີ ທ່ານ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກກ່າວວ່າ:ວັນທີ 2 ທັນວາ 1975 ແມ່ນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງໄດ້ກາຍເປັນຂີດໝາຍທາງປະຫວັດສາດສຳຄັນຂອງຊາດລາວ ໄດ້ເຮັດໃຫ້ຊາດລາວ, ປະເທດລາວພວກເຮົາໄດ້ຫຼຸດພົ້ນອອກຈາກລະບອບສັກດີນາ ແລະ ເມືອງຂຶ້ນຂອງຊາດຕ່າງດ້າວ, ກາຍເປັນປະເທດທີ່ມີເອກະລາດ ແລະ ປະຊາທິປະໄຕທີ່ແທ້ຈິງ, ບົນເສັ້ນທາງແຫ່ງການຕໍ່ສູ້ທີ່ຍືດເຍື້ອຍາວນານ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກຕະຫຼອດເກືອບສະຕະວັດຂອງປະຊາຊົນເຮົາ ພາຍໃຕ້ການນຳພາທີ່ປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ນໍາພາປະຊາຊົນລາວ ຍາດໄດ້ໄຊຊະນະຢ່າງຮອບດ້ານຂອງພັກ, ເຫດການນີ້ໄດ້ເປີດສັງກາດໃໝ່ບົນເສັ້ນທາງໄຊຊະນະ, ປະຊາຊົນບັນດາເຮົາໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ. ທັງເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານວ່າ: ນັບແຕ່ມື້ນັ້ນເປັນຕົ້ນໄປ ປະຊາຊົນລາວທຸກເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.
    ຕະຫຼອດໄລຍະ 48 ປີ (2 ທັນວາ 1975-2 ທັນວາ 2023) ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (ເວົ້າລວມ) ກໍຄືການສ້າງສາພັດທະນາແຂວງຈໍາປາສັກ (ເວົ້າສະເພາະ) ຄະນະນໍາພັກ-ລັດ, ປະຊາຊົນບັນດາເຜົ່າ ໄດ້ອອກແຮງຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຢ່າງເປັນຂະບວນກວ້າງຂວາງ ເຮັດໃຫ້ແຂວງຈໍາປາສັກໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ, ທັງປະກອບສ່ວນໃນການພັດທະນາລວມຂອງຊາດເຮົາ ໃຫ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວ, ວັດທະນະທໍາ-ສັງຄົມໄດ້ຮັບການປົກປັກຮັກສາ ແລະ ພັດທະນາກ້າວຂຶ້ນ, ການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄດ້ຮັບການຈັດຕັ້ງປະຕິບັດເປັນຂະບວນກວ້າງຂວາງ ເຮັດໃຫ້ທ້ອງຖິ່ນຮາກຖານມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນກ້າວໆ.
    ຈາກນີ້ໄປ ກໍຄືໃນສະເພາະໜ້າ ແລະ ຍາວນານ ແຂວງຈໍາປາສັກພວກເຮົາຈະໄດ້ສືບຕໍ່ອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດສອງພາລະກິດແຫ່ງການປົກປັກຮັກສາ ແລະ ການພັດທະນາແຂວງຈໍາປາສັກ ກໍຄືຊາດລາວຂອງພວກເຮົາ ດ້ວຍການອອກແຮງສຶກສາອົບຮົມທາງດ້ານການເມືອງແນວຄິດ, ປັບປຸງຄວາມເຂັ້ມແຂງດ້ານການຈັດຕັ້ງ, ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ພັດທະນາເສດຖະກິດ ຕິດພັນກັບການພັດທະນາທາງດ້ານວັດທະນະທໍາ-ສັງຄົມ, ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢ່າງເປັນຂະບວນກວ້າງຂວາງ; ເພື່ອປະກອບສ່ວນສ້າງແຂວງຈໍາປາສັກໃຫ້ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ກໍຄືປະກອບສ່ວນໃນການສ້າງສາພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການສືບຕໍ່ຢຶດໝັ້ນ ແລະ ເພີ່ມເຕີມເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຮົາ ໃຫ້ເຂົ້າສູ່ລວງເລິກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.