ໂດຍ: ສ.ບຸດປະຊາ
    ວັນເວລາທີ່ ສປປ ລາວ ເຮົາ ຈະເປັນປະທານອາຊຽນຢ່າງເຕັມຮູບແບບ ໄດ້ຍັບຈໍ້ມໍ່ເຂົ້າມາ, ມື້ທີ່ປະເທດເຮົາ ຈະເລີ່ມເປັນປະທານອາຊຽນແທ້ໆ ກໍຄືວັນທີ 1 ມັງກອນ 2024 ເປັນຕົ້ນໄປ. ປັດຈຸບັນ, ການກະກຽມຂອງພວກເຮົາ ຖືວ່າເກືອບ 100%. ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈໍາການ ຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ກ່າວຢືນຢັນ ໃນໂອກາດໃຫ້ສໍາພາດເມື່ອບໍ່ດົນຜ່ານມາວ່າ: “ພວກເຮົາພ້ອມແລ້ວ ທີ່ຈະເປັນປະທານອາຊຽນ ຈະເປັນທາງດ້ານເນື້ອໃນ, ພິທີການ, ການຈັດຕັ້ງ, ການກະກຽມຕ້ອນຮັບ ບັນດາແຂກຕ່າງປະເທດ, ສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາຕ່າງໆ ທີ່ຈະເຂົ້າຮ່ວມກອງປະຊຸມ ໃນປີ 2024”.
    ຄວາມພ້ອມດັ່ງກ່າວ ກໍມີຫຼາຍວຽກງານ, ສະເພາະ ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ກໍໄດ້ສໍາເລັດ ແລະ ມີຄໍາຂວັນວ່າ;  “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ພາສາອັງກິດແມ່ນ “ASEAN: Enhancing Connectivity and Resilience”. ສ່ວນກາໝາຍ ແມ່ນເປັນຮູບວົງມົນ ຊຶ່ງມີ 2 ອົງປະກອບທີ່ເປັນຮູບຕົວໜັງສືພາສາອັງກິດ ປະກອບດ້ວຍ 4 ສີ ແລະ 3 ຄໍາ ທີ່ມີຄວາມໝາຍເລິກເຊິ່ງ ໂດຍຜ່ານບົດຄວາມນີ້ ພວກເຮົາຈະໄດ້ຮັບຮູ້ໄປພ້ອມໆກັນ ສ້າງຄວາມເຂົ້າໃຈທີ່ກົງກັນ ຍູ້ແຮງຄວາມພ້ອມການເປັນເຈົ້າພາບທີ່ດີ ໃນການເປັນປະທານອາຊຽນຂອງ ສປປ ລາວ ປິ 2024 ຊຶ່ງຄັ້ງນີ້ເປັນຄັ້ງທີ 3.
    ພາກພື້ນອາຊຽນ ກໍຄືພາກພື້ນອື່ນຂອງໂລກ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຕ່າງໆ ລວມທັງຄວມຫຍຸ້ງຍາກດ້ານເສດຖະກິດ-ການເງິນ. ເຖິງວ່າຈະເລີ່ມມີການຟື້ນຕົວ ແຕ່ກໍຍັງອ່ອນໄຫວ ແລະ ບໍ່ຮັບປະ ກັນວ່າ ຈະມີຄວາມຍືນຍົງ. ນອກຈາກນັ້ນ, ຍັງມີການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທາງທຳມະຊາດ. ທາງດ້ານຄວາມໝັ້ນຄົງ ກໍຍັງມີສິ່ງທ້າທາຍຈາກຄວາມໝັ້ນຄົງ ທັງແບບເກົ່າ ແລະ ແບບໃໝ່. ຕໍ່ສະພາບການດັ່ງກ່າວ, ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ແມ່ນມີຄວາມສຳຄັນຢ່າງຍິ່ງໃນການຮັບປະກັນໃຫ້ແກ່ຄວາມພະຍາຍາມລວມຂອງອາຊຽນ ໃນການຮັດແໜ້ນປະຊາຄົມໃນຕໍ່ໜ້າ ເພື່ອສາມາດນໍາໃຊ້ບັນດາກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຕ່າງໆ ໄດ້ຢ່າງມີປະສິດທິຜົນ.
ດັ່ງນັ້ນ, ຈຶ່ງເຫັນໄດ້ຄວາມຈຳເປັນສຳລັບອາຊຽນ ໃນການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໂດຍຜ່ານການສົ່ງເສີມການຮ່ວມມືອາຊຽນ ພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ, ການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ການເຊື່ອມໂຍງທາງດ້ານເສດຖະກິດຫຼາຍຂຶ້ນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ເສີມຂະຫຍາຍການພົວພັນຮ່ວມມືອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍການຮັກສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືຂອງພາກພື້ນທີ່ພວມຜັນປ່ຽນ. ສະນັ້ນ, ສປປ ລາວ ໃນຖານະປະທານອາຊຽນປີ 2024 ຈຶ່ງໄດ້ກໍານົດເອົາຄໍາຂວັນວ່າ; “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ສຳລັບກາໝາຍການເປັນປະທານອາຊຽນຂອງ ສປປ ລາວ ແມ່ນໄດ້ອອກແບບເປັນຮູບວົງມົນ ອັນເປັນສັນຍາລັກຂອງໜ່ວຍໂລກ ແລະ ສະແດງເຖິງການຮ່ວມມືອາຊຽນ ກັບພາຍນອກໃນທົ່ວໂລກ. ໃນຮູບວົງມົນນັ້ນ, ມີ 2 ອົງປະກອບທີ່ເປັນຮູບຕົວໜັງສືພາສາອັງກິດ ໂດຍອົງປະກອບທີ 1 ຄືຮູບ "C" ໝາຍເຖິງ "Connectivity" ໝາຍເຖິງ "ການເຊື່ອມຈອດ" ຊຶ່ງເປັນສີຟ້າ ແລະ ສີຟ້າ ແມ່ນໝາຍເຖິງສັນຕິພາບ ແລະ ສະຖຽນລະພາບ (peace and stability); ອົງປະກອບທີ 2 ແມ່ນຮູບ "R" ໝາຍເຖິງ "Resilience" ໝາຍເຖິງ "ຄວາມເຂັ້ມແຂງ" ປະກອບມີ 3 ສີຄື: ສີແດງໝາຍເຖິງຄວາມກ້າຫານ ແລະ ຄວາມເຂັ້ມແຂງ (courage and dynamism), ສີເຫຼືອງ ໝາຍເຖິງຄວາມອຸດົມສົມບຸນ (prosperity) ແລະ ສີຂາວ ໝາຍເຖິງຄວາມສະອາດສົດໃສ (purity). ທັງໝົດນັ້ນ ແມ່ນໝາຍເຖິງທຸງ ແລະ ກາໝາຍອາຊຽນ. 
ກາໝາຍການເປັນປະທານອາຊຽນຂອງ ສປປ ລາວ ຍັງປະກອບມີ 3 ຄໍາຄື: ຄໍາວ່າ “ASEAN” ທີ່ມີການປະສົມປະສານລາຍລາວ ແມ່ນສະທ້ອນໃຫ້ເຫັນວັດທະນະທໍາ ກໍຄືສິລະປະຂອງລາວ;     ຄຳວ່າ “Lao PDR 2024” ໝາຍເຖິງ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ແລະ ຄໍາວ່າ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” "ASEAN: Enhancing Connectivity and Resilience" ແມ່ນຄໍາຂວັນການເປັນປະທານອາຊຽນຂອງ ສປປ ລາວ.
ທັງໝົດຂ້າງເທິງນັ້ນ ກໍຄືຄວາມໝາຍສຳຄັນຂອງ ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນຂອງ ສປປ ລາວ ປິ 2024 ຊຶ່ງຈະເປັນຂໍ້ມູນທີ່ສໍາຄັນ ໃຫ້ແກ່ບັນດາຜູ້ອ່ານ ໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອພ້ອມກັນເຜີຍແຜ່ ຍູ້ແຮງຄວາມພ້ອມ ແລະ ກະກຽມການຮ່ວມເປັນປະທານອາຊຽນ ໃນຂອບເຂດທົ່ວປະເທດ, ພ້ອມກັນຍົກສູງບົດບາດຂອງ ສປປ ລາວ ໃນເວທີອາຊຽນ ກໍຄືພາກພື້ນ ຊ່ວຍກັນປະກອບສ່ວນການເປັນປະທານອາຊຽນຂອງພວກເຮົາ ໃຫ້ບັນລຸຕາມຈຸດປະສົງ, ລະດັບຄາດໝາຍ ແລະ ໄດ້ຮັບຜົນປະໂຫຍດຕົວຈິງ ໃນການເປັນປະທານອາຊຽນ.