ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມ ເຜີຍແຜ່ເອກະສານສຳຄັນຂອງພັກ ຂຶ້ນໃນວັນທີ 28 ພະຈິກ ນີ້ ທີ່ສານປະຊາຊົນສູງສຸດ, ໃຫ້ກຽດເຜີຍແຜ່ເອກະສານ ໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານອ້ອມຂ້າງສານເຂົ້າຮ່ວມ
ເອກະສານນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີມະຕິກອງປະຊຸມຄົບຄະນະ ຄັ້ງທີ 7ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄຳສັ່ງສະບັບເລກທີ 411/ ຄລສພ,ລົງວັນທີ 8 ສິງຫາ  2023 ວ່າດ້ວຍ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄຳແນະນຳ ສະບັບເລກທີ 211/ຄຈສພ,ລົງວັນທີ 16 ສິງຫາ 2023 ການຈັດຕັ້ງປະຕິບັດຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄຳແນະນຳ ສະບັບເລກທີ 254/ ຄອສພ,ລົງວັນທີ 6 ພະຈິກ 2023 ກ່ຽວກັບການສ້າງຂະບວນການເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຄຳແນະນຳ ສະບັບເລກທີ 285/ຄກສພ ລົງວັນທີ 15 ກັນຍາ 2023 ການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.ທັງໝົດນັ້ນກໍເພື່ອໃຫ້ພະນັກງານອອ້ມຂ້າງສານ ຮັບຮູ້ ກຳແໜ້ນ ພ້ອມກັນປະຕິບັດຕາມເອກະສານດັ່ງກ່າວ.
ຂ່າວ-ພາບ:ອານຸພົນ