ພິທີພົບປະສອງຝ່າຍລະຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ສປປ ລາວແລະຄະນະກຳມະການສະພາທີ່ປຶກສາການເມືອງທົ່ວປະເທດຈີນໄດ້ຈັດຂຶ້ນໃນວັນທີ 27 ພະຈິກນີ້ ທີ່ສນຊຕາງໜ້າຝ່າຍລາວໂດຍທ່ານເຢ່ຍເກີຢ່າ ໜໍ່ຈໍ່ຈົ່ງຕົວ ຮອງປະທານ ສນຊພ້ອມດ້ວຍຄະນະແລະຝ່າຍ ຈີນນຳໂດຍທ່ານນາງເສີນໂຢໂຢຮອງປະທານສະພາທີ່ປຶກສາການເມືອງທົ່ວປະເທດສປ ຈີນພ້ອມດ້ວຍຄະນະ, ມີບັນດາແຂກຖືກເຊີນເຂົ້າຮ່ວມ.
ການພົບປະສອງຝ່າຍໃນຄັ້ງນີ້ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໃນໄລຍະຜ່ານມາຊຶ່ງໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ຈາກຮຸ່ນຕໍ່ຮຸ່ນ ແລະ ເປັນຮູບປະທໍາຕະຫຼອດມາ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມໄປມາຫາສູ່ກັນໃນລະດັບຕ່າງໆ, ການຈັດກອງປະຊຸມພົບປະທາງໄກ(ອອນລາຍ),ຝ່າຍຈີນໄດ້ໃຫ້ການຊ່ວຍເຫຼືອສ້າງສູນຝຶກອົບຮົມ ສນຊ, ສະໜອງອຸປະກອນຮັບໃຊ້ວຽກງານໃນຫ້ອງການຄອມພິວເຕີ 100 ໜ່ວຍ, ແລັບທັອບ 100 ໜ່ວຍ, ເຄື່ອງປິ່ນເຕີ້ອີກຈໍານວນໜຶ່ງ.
ນອກຈາກນັ້ນ, ສອງຝ່າຍໄດ້ສືບຕໍ່ປະກອບສ່ວນຢ່າງສຸດອົກສຸດໃຈເຂົ້າໃນພາລະກິດເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ, ຜັນຂະຫຍາຍຖະແຫຼງການຮ່ວມລະຫວ່າງຜູ້ນໍາສູງສຸດຂອງສອງປະເທດກ່ຽວກັບຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເກີດດອກອອກຜົນຕົວຈິງ; ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງສະຫຼັບຊັບຊ້ອນ, ພວກເຮົາຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອພາລະກິດຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ, ເພີ່ມທະວີຊຸກຍູ້ການຮ່ວມມືຂອງ 2 ອົງການ ທັງຢູ່ສູນກາງ ແລະທ້ອງຖິ່ນ ໃຫ້ຫຼາຍຂຶ້ນຕື່ມ ແລະພ້ອມທັງສະເໜີໂຄງການຮ່ວມມືດັ່ງນີ້: ສະເໜີຊ່ວຍປະກອບອຸປະກອນທັນສະໄໝ (ວິດີໂອປະຊຸມທາງໄກ) ໃຫ້ແນວລາວສ້າງຊາດບັນດາແຂວງ ແລະ ເມືອງ ເພື່ອໃຫ້ສູນກາງ ແລະທ້ອງຖິ່ນໄດ້ເຊື່ອມໂຍງຂໍ້ມູນຂ່າວສານສະດວກຂຶ້ນ ທັງເປັນສັນຍາລັກຂອງການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະສະພາທີ່ປຶກສາການເມືອງທົ່ວປະເທດຈີນ;ສະເໜີຊ່ວຍກໍ່ສ້າງອາຄານສູນຄົ້ນຄວ້າ ແລະຝຶກອົບຮົມສູນກາງແນວລາວສ້າງຊາດ (ພາກຂະຫຍາຍ) ຊຶ່ງປັດຈຸບັນກໍໄດ້ຍົກລະດັບເປັນສູນຄົ້ນຄວ້າ ແລະຝຶກອົບຮົມແລ້ວ;ຊ່ວຍຝຶກອົບຮົມຍົກລະດັບວຽກງານຊົນເຜົ່າ ແລະສາສະໜາໃຫ້ພະນັກງານ ແນວລາວສ້າງຊາດປີລະຄັ້ງ;ໂຄງການສ້າງຕັ້ງມູນນິທິ“ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການກຸສົນປະຊາຊົນຊຶ່ງເປັນມູນນິທິ ທີ່ບໍ່ຫວັງຜົນກໍາໄລ (ໃນເດືອນ 11/2023 ສນຊ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ(MOU)ກັບບໍລິສັດການນໍາໃຊ້ຊັບພະຍາກອນທົດແທນຄືນໃໝ່ ຈໍາກັດ(ສປ ຈີນ) ໂດຍທ່ານ ເສີນ ກວ່າງປ່ຽວ ປະທານສະພາບໍລິຫານບໍລິສັດ);ອີງໃສ່ໄລຍະເວລາຂອງສັນຍາຮ່ວມມື ລະຫວ່າງສອງອົງການພວກເຮົາ (ໄລຍະປີ 2019-2024), ເພື່ອສືບຕໍ່ການຮ່ວມມື ສະເໜີສະພາທີ່ປຶກສາການເມືອງທົ່ວປະເທດຈີນ ເປັນຜູ້ຮ່າງສັນຍາສະບັບໃໝ່ ແລະສະເໜີຮ່ວມລົງນາມໃນໂອກາດທີ່ຄະນະຜູ້ແທນສູນກາງແນວລາວສ້າງຊາດໄປຢ້ຽມຢາມ ສປ ຈີນ ຕົ້ນປີ 2024.
ຂ່າວ-ພາບ: ບຸນອູ້ມ