ໂດຍ: ສ.ບຸດປະຊາ
    ເມື່ອເດືອນຕຸລາຜ່ານມາ, ໃນພິທີມອບໃບຢັ້ງຢືນ ນະຄອນຫຼວງວຽງຈັນ (ນວ) ເປັນຫົວໜ່ວຍຍຸດທະສາດ ໄດ້ມີການຜ່ານບົດສະຫຼຸບ ການປະເມີນຜົນວຽກງານ 3 ສ້າງຂອງ ນວ ໄລຍະ 2016-2020 ຊຶ່ງໃນນີ້ການສ້າງ ນວ ເປັນຫົວໜ່ວຍຍຸດທະສາດດ້ານທີ 6 ກໍເປັນ 1 ໃນ 5 ດ້ານທີ່ ນວ ຍັງບໍ່ທັນບັນລຸບາງຕົວຊີ້ບອກຂອງດ້ານການສ້າງຫົວໜ່ວຍຍຸດທະສາດ ນັ້ນກໍແມ່ນການຄຸ້ມຄອງວັດທະນະທໍາ-ສັງຄົມ, ການພັດທະນາຊັບພະຍາກອນມະນຸດ ທີ່ມີ 16 ຕົວຊີ້ບອກ ທີ່ຍັງຂາດ 1 ຕົວຊີ້ບອກ ທີ່ບໍ່ທັນບັນລຸ ຊຶ່ງ ນວ ຍັງຕ້ອງໄດ້ສືບຕໍ່ເອົາໃຈໃສ່ບາງວຽກງານ.
    ໃນການສ້າງ ນວ ເປັນຫົວໜ່ວຍຍຸດທະສາດໃນດ້ານດັ່ງກ່າວ, ຄະນະພັກ, ອົງການປົກຄອງ ນວ ໄດ້ເອົາໃຈໃສ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍເທື່ອລະກ້າວ, ການຄຸ້ມຄອງແຮງງານຄົນຕ່າງປະເທດເຂົ້າສູ່ລະບຽບຢ່າງເຂັ້ມງວດ, ການພັດທະນາຊັບພະຍາກອນມະນຸດ ກໍຄືການກໍ່ສ້າງ, ບໍາລຸງ ແລະ ຍົກລະດັບພະນັກງານ ທີ່ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ພ້ອມທັງຈັດຕັ້ງການຝຶກອົບຮົມຍົກລະດັບວິຊາຊີບໃຫ້ແກ່ປະຊາຊົນ, ຍົກລະດັບສີມືແຮງງານໃຫ້ກໍາມະກອນ ແລະ ນາຍຊ່າງ ໃນ 9 ເມືອງ ເປັນແຕ່ລະໄລຍະ; ນອກນີ້, ກໍເຮັດໃຫ້ຮີດຄອງປະເພນີ ວັດທະນະທໍາອັນດີງາມຂອງຊາດ-ຂອງເຜົ່າ ແລະ ທ້ອງຖິ່ນ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນແໜ້ນໜາຂອງຊາວ ນວ. ພ້ອມກັນນີ້ກໍໄດ້ມີການສະກັດກັ້ນ ການສວຍໃຊ້ສາສະໜາ ແລະ ປະກົດການຫຍໍ້ທໍ້ອື່ນໆ ໃຫ້ຄົນ ນວ; ປະຕິບັດ 5 ຫຼັກມູນຂອງການສຶກສາ, ປະຊາຊົນສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ປະຕິບັດ 5 ປ, ຄົນນະຄອນຫຼວງ ມີອາຍຸຍືນຂຶ້ນສະເລ່ຍ 75 ປີ, ສ້າງບ້ານສາທາລະນະສຸກແບບຢ່າງໄດ້ 481 ບ້ານ, ບ້ານວັດທະນະທໍາໄດ້ 468 ບ້ານ, ມາຮອດປັດຈຸບັນມີ 480 ບ້ານ. 
ຢ່າງໃດກໍຕາມ, ການຄຸ້ມຄອງວັດທະນະທໍາ-ສັງຄົມ, ການພັດທະນາຊັບພະຍາກອນມະນຸດ ສາມາດບັນລຸ 15 ຕົວຊີ້ບອກ ເທົ່າກັບ 93,75% ສາເຫດບັນລຸແມ່ນຖືກກັບເງື່ອນໄຂຕົວຈິງ ແລະ ບໍ່ບັນລຸ 1ຕົວຊີ້ບອກຄື: (ຂໍ້ 6.10 ) ແມ່ນການທີ່ສາມາດຮັບຮອງຄຸນນະພາບຂອງໂຮງໝໍແຂວງ ເປັນໂຮງໝໍທີ່ມີຄຸນນະພາບ ຕາມນະໂຍບາຍ 5 ດີ 1 ພໍໃຈ ໃຫ້ໄດ້ 80% ຂຶ້ນໄປໄດ້ ໂດຍຕົວຊີ້ບອກນີ້ ໄດ້ເທົ່າກັບ 6,25%ສາເຫດທີ່ບໍ່ບັນລຸ ຍ້ອນການບໍລິການພໍ່ແມ່ປະຊາຊົນຂອງແພດ-ໝໍ ຈໍານວນໜຶ່ງ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ຍັງມີສຽງຈົ່ມວ່າໄປຕ່າງໆນາໆ.
ດັ່ງນັ້ນ, ນອກຈາກ ນວ ຍັງຕ້ອງສືບຕໍ່ເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນາທໍາ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກອັນດີງາມຂອງປະຊາຊົນບັນດາເຜົ່າຂອງທ້ອງຖິ່ນ ກໍຄືຂອງຊາດ, ການພັດທະນາຊັບພະຍາກອນມະນຸດໃຫ້ທຸກເພດ, ທຸກເຜົ່າຊົນ ໄດ້ຮັບໂອກາດໃນການສຶກສາ-ຮໍ່າຮຽນຢ່າງເທົ່າທຽມກັນ; ສົ່ງເສີມໃຫ້ແມ່ ແລະ ເດັກນ້ອຍເຂົ້າເຖິງການບໍລິການທາງດ້ານສຸຂະພາບ, ສັກຢາ, ຢອດຢາໃຫ້ທົ່ວເຖິງ ເພື່ອໃຫ້ບັນລຸເປົ້າໝາຍສະຫັດສະວັດ ດ້ານການພັດທະນາແບບຍືນຍົງ ສູ້ຊົນສ້າງໃຫ້ໄດ້ຕົວຊີ້ບອກໃຫ້ບັນລຸຕາມແຜນການທີ່ວາງໄວ້ ກໍຄືສາມາດຮັບຮອງຄຸນນະພາບຂອງໂຮງໝໍແຂວງ ເປັນໂຮງໝໍທີ່ມີຄຸນນະພາບ ຕາມນະໂຍບາຍ 5 ດີ 1 ພໍໃຈ ໃຫ້ໄດ້ 80% ຂຶ້ນໄປໄດ້ ຊຶ່ງທັງໝົດນີ້ ແມ່ນບາງວຽກງານທີ່ ນວ ຍັງຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃນຕໍ່ໄປ.