(ໂດຍ: ທ່ານ ຫວາງ ຊ້າງ ອຸປະທູດຊົ່ວຄາວ ຂອງເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ)
ປີ 2023 ເປັນປີຄົບຮອບ 10 ປີທີ່ ປະທານປະເທດ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ"  ແລະ ແນວຄວາມຄິດຂອງປະຊາຄົມຮ່ວມຊາຕາກຳມວນມະນຸດ, ພ້ອມກັບ ເປັນວັນຄົບຮອບ 10ປີ ທີ່ປະທານປະເທດ ສີຈິ້ນຜິງ ໄດ້ສະເໜີການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວເປັນຄັ້ງທຳອິດ.  ມີສຸພາສິດລາວຄຳໜຶ່ງວ່າ “ໄມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ, ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ.”  ຈີນກໍມີສຸພາສິດອີກຄຳວ່າ: “ຄົນດຽວແບກຫາບໜັກໄດ້ຍາກ, ຄົນກຸ່ມໜຶ່ງຍ້າຍພູໄດ້. ໃນເສັ້ນທາງກ້າວໄປໜ້າ,ຈີນ ແລະ ລາວ ໃນຖານະເປັນສະຫາຍສັງຄົມນິຍົມ ແລະ ອ້າຍນ້ອງຮ່ວມກັນ, ໄດ້ສາມັກຄີກັນ ແລະ ກ້າວໄປຂ້າງໜ້າຢ່າງສະເໝີຕົ້ນສະເໝີປາຍ ກ້າວໄປທາງໜ້າໃນການກໍ່ສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງ ແລະການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ. ລາວເປັນໜຶ່ງໃນບັນດາປະເທດທຳອິດ ທີ່ສະໜັບສະໜູນຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ລົງນາມໃນເອກະສານຮ່ວມມືກັບຈີນ, ຈີນ-ລາວ ເປັນປະເທດທຳອິດທີ່ບັນລຸຄວາມເຫັນດີເປັນເອກະພາບດ້ານຍຸດທະສາດລະຫວ່າງສອງປະເທດໃນການສ້າງປະຊາຄົມທີ່ຮ່ວມຊະຕາກຳ ຊຶ່ງສະແດງໃຫ້ເຫັນການພົວພັນ ຈີນ-ລາວ ກ້າວໄປພ້ອມກັບການເວລາ ແລະ ສະໜິດສະໜົມຢ່າງເຕັມທີ່.
ໃນເດືອນຕຸລາ ທີ່ຜ່ານມາ,  ກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວໜຶ່ງເສັ້ນທາງ" ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ສຳເລັດຜົນຢ່າງຈົບງາມ, ທ່ານ  ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ຢ້ຽມຢາມຈີນ ແລະ ເຂົ້າຮ່ວມກອງປະຊຸມ ຮ່ວມກັນລົງນາມໃນແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ (2024-2028) ຊຶ່ງໄດ້ຊີ້ໃຫ້ເຫັນທິດທາງຢ່າງຈະແຈ້ງ ແລະ ຊີ້ນຳໃຫ້ແກ່ການພັດທະນາສາຍພົວພັນສອງປະເທດ. ຫວນເບິ່ງຄືນຫຼັງ ແລະ ຫຼຽບເບິ່ງອະນາຄົດຂ້າງໜ້າ, ພາຍໃຕ້ໃນການຊີ້ນຳຂອງຄວາມເຫັນດີເປັນເອກະພາບດ້ານຍຸດທະສາດຂອງຜູ້ນຳສູງສຸດຂອງສອງພັກ ແລະ ສອງປະເທດ, ພວກຂ້າພະເຈົ້າມີຄວາມໝັ້ນໃຈ ທີ່ ຈີນ-ລາວ ຈະເລີ່ມຕົ້ນການຮ່ວມມືກໍ່ສ້າງ “ໜຶ້່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ແລະ ສ້າງປະຊາຄົມຮ່ວມຊາຕາກຳໃຫ້ມີຜົນສະຫງ່າງາມໃໝ່.
ພາຍໃຕ້ການຊີ້ນຳ-ນຳພາໂດຍຄວາມຮັບຮູ້ເປັນເອກະພາບກັນທາງດ້ານຍຸດທະສາດຂອງການນຳສູງສຸດສອງພັກສອງລັດ, ພວກເຮົາມີຄວາມໝັ້ນໃຈໃນການສ້າງໝາກຜົນໃໝ່ຈາກໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວ. ໃນ 10 ປີ ຜ່ານມາ, ສອງປະເທດຈີນ-ລາວ ຖືເອົາການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນພຶດຕິກໍາທີ່ມີຊີວິດຊີວາ ແລະ ນໍາພາການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ໄດ້ສ້າງເປັນແບບຢ່າງໃນການເພີ່ມທະວີການເຊື່ອມໂຍງເຊື່ອມຈອດ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ການເຊື່ອມຕໍ່ທາງດ້ານນະໂຍບາຍລົງເລິກຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສອດຄ່ອງກັບ ຍຸດທະສາດການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດເຊື່ອມໂຍງກັບພາກພື້ນ ຂອງ ສປປ ລາວ” ຢ່າງຮອບດ້ານ, ສອງຝ່າຍຍັງໄດ້ຈັດກອງປະຊຸມຄະນະກຳມະການເສດຖະກິດການຄ້າ ແລະ ການຮ່ວມມືເຕັກນິກຢ່າງເປັນປະຈຳ, ໄດ້ສ້າງກົນໄກຄະນະກຳມະການຮ່ວມໃນການສ້າງແລວເສດຖະກິດ ຈີນ-ລາວ,ຊຶ່ງໄດ້ສ້າງລະບົບຊີ້ນຳ ແລະ ປະສານງານຢ່າງຮອບດ້ານ.
ການເຊື່ອມໂຍງດ້ານພື້ນຖານໂຄງລ່າງໄດ້ສ້າງເປັນລະບົບເຄືອຄ່າຍ. ທາງລົດໄຟ ຈີນ-ລາວ ພັດທະນາເປັນຢ່າງດີ ທັງການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ສະໜອງເປັນເສົາຄໍ້າ ທີ່ສຳຄັນໃຫ້ແກ່ການສ້າງແລວເສດຖະກິດ ຈີນ-ລາວ, ແລະ ເປັນໂຄງການແບບຢ່າງໃນການເຊື່ອມໂຍງເຊື່ອມຈອດຂອງພາກພື້ນ. ທາງດ່ວນລະຫວ່າງວຽງຈັນ ຫາ ວັງວຽງກາຍເປັນທາງດ່ວນເຊື່ອມຕໍ່ສອງເມືອງໃຫຍ່, ຕາໜ່າງໄຟຟ້າ ຈີນ-ລາວ ໄດ້ບັນລຸດ້ານການໄຟຟ້າທັງສອງເບື້ອງ, ເຂດພັດທະນາກວມລວມໄຊເສດຖາ, ເຂດຮ່ວມມືເສດຖະກິດບໍ່ແຕນກາຍເປັນເວທີລະດົມທຶນຕ່າງປະເທດ ແລະ ສະໜອງວຽກເຮັດງານທຳທີ່ສຳຄັນໃຫ້ແກ່ປະຊາຊົນ.
ໃນປີ 2022 ຜ່ານມາ, ມູນຄ່າການຄ້າ ຈີນ-ລາວ ໄດ້ບັນລຸ 5,68 ຕື້ໂດລາ, ເພີ່ມຂຶ້ນເທົ່າໂຕເມື່ອທຽບໃສ່ 10 ປີ ຜ່ານມາ. ສປ ຈີນ ແມ່ນຕະຫຼາດສົ່ງອອກສິນຄ້າໃຫຍ່ທີ່ສຸດສໍາລັບ ສປປ ລາວ, ສິນຄ້າກະສິກຳຂອງລາວ ທີ່ສົ່ງອອກສູ່ຕ່າງປະເທດກວມເອົາ 80% ແມ່ນສົ່ງໄປ ສປ ຈີນ, ມີສິນຄ້າ21ປະເພດໄດ້ເຊັນສັນຍາ, ລັດຖະບານສອງປະເທດສະໜັບສະໜູນວິສາຫະກິດເປີດກວ້າງການຄ້າຂາຍ ເຂົ້າ-ອອກແບບອອນລາຍ, ໃຊ້ເວທີສຳຄັນຕ່າງໆເຊັ່ນງານ CIIE,CAEXPO ເປັນຕົ້ນ, ເຮັດໃຫ້ຄົນຈີນຮັບຮູ້ ແລະ ເຂົ້າໃຈຮີດຄອງປະເພນີຂອງລາວ ແລະ ສົນໃຈຜະລິດຕະພັນລາວ ເຊັ່ນ: ກາເຟລາວ, ຊາລາວ ແລະ ເບຍລາວຫຼາຍຂຶ້ນ.
ບັນລຸການເຊື່ອມໂຍງທາງດ້ານການເງິນ. ສະຖາບັນການເງິນຂອງຈີນໄດ້ສະໜອງເງິນກູ້ທີ່ມີລັກສະນະນະໂຍບາຍແກ່ລາວ ເພື່ອຊຸກຍູ້ຂົງເຂດຕ່າງໆ ເຊັ່ນ: ຂົງເຂດພະລັງງານໄຟຟ້າ, ຖະໜົນຫົນທາງ, ຂົວ ແລະ ເຕັກໂນໂລຊີ ໄດ້ຮັບການພັດທະນາຢ່າງວ່ອງໄວ. ທະນາຄານ 3 ແຫ່ງ ທີ່ມີຊື່ສຽງຂອງຈີນໄດ້ສ້າງຕັ້ງສາຂາຢູ່ລາວ, ໄດ້ເປີດບໍລິການການຊໍາລະສະສາງເງິນຢວນຢູ່ລາວຢ່າງເປັນທາງການ ຊຶ່ງໄດ້ອໍານວຍຄວາມສະດວກໃນການລະດົມທຶນໃຫ້ແກ່ວິສາຫະກິດລາວ ແລະ ສ້າງຊ່ອງທາງໃໝ່ໃນການຮ່ວມມືດ້ານເງິນຕາ ຈີນ-ລາວ.
ການໄປມາຫາສູ່ກັນລະຫວ່າງປະຊາຊົນກໍໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ. ໃນປີ 2019 ຜ່ານມາ, ບັນດາຄູ ແລະ ນັກຮຽນໃນໂຮງຮຽນປະຖົມສູມບູນໜອງປີງ ໄດ້ຂຽນຈົດໝາຍເຖິງ ສະຫາຍສີຈິ້ນຜິງ, ສະຫາຍ ສີຈິ້ນຜິງ ໄດ້ຕອບກັບ ແລະ ຊຸກຍູ້ພວກເພິ່ນພະຍາຍາມເປັນຜູ້ສືບທອດມິດຕະພາບ ຈີນ-ລາວ ຊຶ່ງໄດ້ກາຍເປັນເລື່ອງລາວ ທີ່ສວຍງາມລະຫວ່າງປະຊາຊົນສອງຊາດ ແລະສະແດງໃຫ້ເຫັນເຖິງມິດຕະພາບ ຈີນ-ລາວ. ຜູ້ຕາງໜ້າບັນດາຄູ ແລະ ນັກຮຽນຈາກໂຮງຮຽນປະຖົມສົມບູນໜອງປີງ ໄດ້ເດີນທາງໄປນະຄອນຫຼວງປັກກິ່ງ ເພື່ອເຂົ້າຮ່ວມກອງປະຊຸມ ຊຶ່ງເປັນເລື່ອງດີໆ ທີ່ໄດ້ຮັບການສົ່ງເສີມ ແລະ ພັດທະນາຕໍ່ໄປ. ໂຄງການກໍ່ສ້າງທີ່ໄດ້ຮັບການຊ່ວຍເຫຼືອຈາກຈີນ ເຊັ່ນ: ການຍົກຍ້າຍບ້ານຕາມເສັ້ນທາງລົດໄຟ, ການກໍ່ສ້າງອາຄານໂຮງໝໍມະໂຫສົດ, ໂຮງຮຽນມັດທະຍົມສົມບູນເພຍວັດ ແລະ ວິທະຍາໄລເຕັກນິກທາງລົດໄຟລາວ ໄດ້ກໍ່ສ້າງສຳເລັດ. ສະຫາຍທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມພິທີມອບ-ຮັບວິທະຍາໄລເຕັກນິກທາງລົດໄຟ  ແລະ ທັດສະນະສຶກສາໂຮງໝໍມະໂຫສົດຊຶ່ງໂຄງການດັ່ງກ່າວໄດ້ຍົກສູງຄວາມສາມາດຂອງລາວຢ່າງມີປະສິດທິຜົນໃນຂົງເຂດການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເປັນຕົ້ນແມ່ນ ການແພດ, ການສຶກສາ, ການແກ້ໄຂຄວາມທຸກຍາກ ແລະ ຂົງເຂດອື່ນໆ.
ໃນຂະບວນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ແລະ ການສ້າງຄູ່ຮ່ວມຊາຕາກໍາລະຫວ່າງ ຈີນ-ລາວ, ການນໍາຂັ້ນສູງສຸດໄດ້ສຸມທຸກກຳລັງແຮງເຂົ້າໃນການວາງແຜນ ແລະ ການສົ່ງເສີມວຽກງານດັ່ງກ່າວ ເພື່ອຮັບປະກັນດ້ານຜົນສໍາເລັດໃນຕໍ່ໜ້າ. ໃນໜຶ່ງປິ ຜ່ານມາ, ສະຫາຍ ສີຈິ້ນຜິງ ໄດ້ພົບປະກັບ ສະຫາຍ ທອງລຸນ ສີສຸລິດ ສອງຄັ້ງ ຊຶ່ງໄດ້ເຫັນດີເປັນເອກະພາບແບບຍຸດທະສາດຢ່າງເປັນລະບົບ ກ່ຽວກັບ ການສ້າງຄູ່ຮ່ວມຊະຕາກໍາ ຈີນ-ລາວ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ, ການພົບປະໃນນະຄອນຫຼວງປັກກິ່ງຄັ້ງນີ້ ໄດ້ເພີ່ມຄວາມໝາຍໃໝ່ ແລະ ພະລັງແຮງໃໝ່ໃຫ້ແກ່ການພັດທະນາສາຍພົວພັນສອງຝ່າຍ.
ໂດຍສະເພາະແມ່ນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ (2024-2028) ສະບັບໃໝ່ ທີ່ໄດ້ລົງນາມໂດຍການນໍາສູງສຸດສອງພັກ-ສອງລັດ ຜ່ານມາ, ເປັນເອກະສານການຮ່ວມມືສອງຝ່າຍ ທີ່ລົງນາມໂດຍການນໍາຂອງສອງປະເທດ ໃນໄລຍະການຈັດກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ເພື່ອການຮ່ວມມືສາກົນ ຊຶ່ງມີຄວາມໝາຍອັນສໍາຄັນ ແລະ ຍິ່ງໃຫຍ່ ແລະ ໄດ້ວາງແຜນໃໝ່ໃຫ້ແກ່ການພັດທະນາສາຍພົວພັນ ຈີນ-ລາວ ໃນໄລຍະຕໍ່ໜ້າ.
ໝາກຜົນທາງພຶດຕິກໍາຂອງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ຢັ້ງຢືນວ່າ ໂຊກຊະຕາກໍາມວນມະນຸດມີທັງການບິແບ່ງຄວາມຜາສຸກ ແລະ ຄວາມທຸກນໍາກັນ, ບັນດາປະເທດມີຜົນປະໂຫຍດຕິດພັນກັນຢ່າງແໜ້ນແຟ້ນ, ສະນັ້ນ, ການສ້າງປະຊາຄົມຮ່ວມຊາຕາກໍາມວນມະນຸດໂລກແມ່ນອະນາຄົດຂອງປະຊາຊົນບັນດາປະເທດໃນໂລກ, ດັ່ງນັ້ນ, ຄູ່ຮວມຊາຕາກໍາບໍ່ພຽງແຕ່ເຮັດໄດ້, ເຊື່ອໄດ້, ມີຄວາມເປັນໄປໄດ້ທັງເປັນສິ່ງທີ່ມີອະນາຄົດ ແລະ ຄວນຈັດຕັ້ງປະຕິບັດ. ປັດຈຸບັນ, ສະພາບການຂອງໂລກມີຄວາມສະຫຼັບສະຊ້ອນ, ມີການຜັນແປຢ່າງໄວວາໃນຮອບ100 ປີ, ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ມີຄຸນຄ່າທາງດ້ານຍຸກສະໄໝ ແລະ ມີຄວາມໝາຍດ້ານຍຸດທະສາດ.
ປະເຊີນໜ້າກັບອະນາຄົດ, ຝ່າຍຈີນຍິນດີຮ່ວມກັບຝ່າຍລາວຍຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ມີຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ, ຊ່ວຍເຫຼືອ ແລະ ປົກປ້ອງທາງດ້ານຄວາມໝັ້ນຄົງ, ເຂົ້າອົກເຂົ້າໃຈ ແລະ ໃກ້ຊິດກັນທາງດ້ານວັດທະນະທໍາ-ສັງຄົມ, ຢູ່ຮ່ວມກັນ ແລະ ຄຸ້ມຄອງຮ່ວມກັນທາງດ້ານລະບົບນິເວດ ແລະ ສິ່ງແວດລ້ອມ, ເພື່ອປະຕິບັດ 8 ແຜນປະຕິບັດງານທີ່ ທ່ານ ສີ ຈິ້ນຜິງໄດ້ປະກາດໃນກອງປະຊຸມສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ສປ ຈີນ ສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ. ລົງເລິກການປະຕິບັດ 40ພຶດຕິກໍາໃນ 5 ຂົງເຂດຮ່ວມມືຄື: ຂົງເຂດການເມືອງ, ຂົງເຂດເສດຖະດິດ, ຂົງເຂດຄວາມໝັ້ນຄົງ,ຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດນິເວດສິ່ງແວດລ້ອມ ທີ່ໄດ້ສະເໜີໃນແຜນແມ່ບົດສະບັບໃໝ່ທີ່ມີການກໍານົດ 5 ປີ ເພື່ອພ້ອມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ແລະ ຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ມີແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອເປັນການຊຸກຍູ້ໃນການສ້າງປະຊາຄົມຄູ່ຮ່ວມຊະຕາກໍາຂອງມວນມະນຸດໂລກ.