ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ11ສະໄໝທີ VI ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກນີ້ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ສິດດໍາພາ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ,ເລຂາພັກເມືອງ,ເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກ,ພະແນກການ,ອົງການ,ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.
   ສະຫາຍ ຄໍາພັນ ສິດທິດໍາພາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ, ມີຫຼາຍເນື້ອໃນ ທີ່ນຳມາເຜີຍແຜ່ ແລະ ຄົ້ນຄວ້າ ຊຶ່ງຈະດຳເນີນເປັນ ເວລາ 3 ວັນ ຄື: ມື້ທີ 1: ແມ່ນສຸມໃສ່ການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ພ້ອມທັງສະຫຼຸບຕີລາຄາວຽກງານຮອບດ້ານ ພາຍໃຕ້ການນຳພາ - ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ ຊຸດທີ VI ປະຈຳປີ 2023 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວາງທິດທາງແຜນການ ປີ 2024. ມື້ທີ 2: ແມ່ນການສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຕິດພັນກັບການແກ້ໄຂບັນຫາຄວາມທຸກຍາກ. ມື້ທີ 3: ແມ່ນການເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະ ກາງສະໄໝທີ XI ຂອງຄະນະບໍລິຫານງານສູນກາງພັກ ແລະ ບັນດານິຕິກຳຂອງຄະນະປະຈຳພັກແຂວງວຽງຈັນ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃນທົ່ວແຂວງ. 
   ໃນກອງປະຊຸມຈະໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຫຼາຍຫົວຂໍ້ ເພື່ອແນໃສ່ເຮັດໃຫ້ກອງປະຊຸມມີເນື້ອໃນເລິກເຊິ່ງ, ໜັກແໜ້ນ. ດັ່ງນັ້ນ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມຄັ້ງນີ້ ບັນລຸຕາມຈຸດປະສົງ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງໄດ້ເພີ່ມທະວີເສີມຂະຫຍາຍສະຕິປັນຍາ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ, ມີຈຸດສຸມ, ດ້ວຍເຫດຜົນ ແລະ ມີຄວາມເປັນເອກະພາບສູງ, ເພື່ອບັນລຸຜົນສຳເລັດຢ່າງສະຫງ່າງາມ.
ຂ່າວ-ພາບ: ແຂວງວຽງຈັນ