ທ່ານ ຫງວຽນ ວັນ ຈຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມປະຈຳ ນະຄອນປາກເຊ ແຂວງຈຳປາສັກພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນການນໍາຂອງແຂວງສາລະວັນ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 48 ປີທີ່ຈະມາເຖິງໂດຍການຕ້ອນຮັບຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ທ່ານ ຫງວຽນ ວັນ ຈຸງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງການນຳແຂວງ ພ້ອມທັງ ໄດ້ກ່າວ ອວຍພອນອັນປະເສີດມາຍັງຄະນະພັກອົງການປົກຄອງແຂວງ ບັນດາທ່ານການນຳຂອງແຂວງ ຕະຫຼອດເຖິງປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ທຸກທ່ານຈົ່ງມີແຕ່ຄວາມສຸກ, ແຂງແຮງ ແລະມີຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ແລະອວຍພອນສາຍພົວພັນການຮ່ວມມືແບບພິເສດ ລະຫວ່າງ ສອງພັກສອງລັດ ສອງປະເທດ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງສາລະວັນ ກັບ ກົງສູນ ໃຫ້ໝັ້ນຄົງຕະຫຼອດໄປ.
ໂອກາດນີ້, ທ່ານ ດາວວົງ ພອນແກ້ວ ກໍໄດ້ເລົ່າຄືນການພົວພັນອັນສະໜິດແໜ້ນ, ການຮ່ວມມື ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ຮັກແພງ, ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະນາກ້າວໜ້າຂຶ້ນເລື້ອຍໆ. ທ່ານກໍໄດ້ສະແດງຄວາມຂອບໃຈ ຍັງມາທ່ານກົງສູນໃຫຍ່ ສສ ຫວຽດນາມ ຊຶ່ງຍາມໃດກໍໃຫ້ຄວາມສຳຄັນ ແລະ ໃຫ້ການຮ່ວມມື, ການຊ່ວຍເຫຼືອ. ທັງດ້ານການໄປມາຫາສູ່ຂອງປະຊາຊົນສອງປະເທດ ນັບມື້ນັບເພີ່ມທະວີຂຶ້ນ ແລະ ໄດ້ມີການອຳນວຍຄວາມສະດວກຊຶ່ງກັນຫຼາຍດ້ານ.  ພ້ອມທັງກ່າວຄຳອວຍພອນໄຊມາຍັງ ທ່ານ ຫງວຽນ ວັນ ຈຸງ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ ມີຄວາມຜາສຸກ ແລະ ເຮັດສຳເລັດໜ້າທີ່ຂອງຕົນ.
ຂ່າວ-ພາບ: ນາງ ລັດຕະນາ ແສງສຸວັນ