ພິທີປະກາດລາງວັນ ASEAN Mineral Awards ຄັ້ງທີ 3 (AMA) ໃນກອງປະຊຸມສຸດຍອດລັດຖະມົນຕີບໍ່ແຮ່ອາຊຽນ ຄັ້ງທີ 9ທີ່ຈັດຂຶ້ນໃນວັນທີ 23 ພະຈິກ ຜ່ານມາ ທີ່ປະເທດກຳປູເຈຍ. ລາງວັນດັ່ງກ່າວແມ່ນຈາກການປະເມີນທັງ 3 ດ້ານຄື: ການຂຸດຄົ້ນບໍ່ແຮ່, ການກັ່ນແຍກແຮ່ທາດ ແລະ ການຈໍາໜ່າຍ,ໃນນັ້ນອາຊີ-ໂປຕາສ ສາກົນ ໄດ້ຮັບລາງວັນ ຫຼຽນເງິນ 2 ລາງວັນ ໃນສາຂາແນວທາງປະຕິບັດທີ່ດີທີ່ສຸດໃນການປຸງແຕ່ງແຮ່ທາດ ແລະ ແນວທາງປະຕິບັດທີ່ດີທີ່ສຸດໃນການຈໍາໜ່າຍແຮ່ທາດ ປະເພດອະໂລຫະ, ຈາກການຄັດເລືອກຄັ້ງນີ້ ແລະ ເປັນບໍລິສັດດຽວທີ່ໄດ້ຮັບ 2 ລາງວັນ.
ASEAN Mineral Awardsເປັນລາງວັນສູງສຸດໃນຂົງເຂດບໍ່ແຮ່ຂອງອາຊຽນ, ໂດຍມີຈຸດປະສົງເພື່ອຊົມເຊີຍແນວທາງປະຕິບັດທີ່ໂດດເດັ່ນຂອງປະເທດສະມາຊິກອາຊຽນໃນດ້ານການຂຸດຄົ້ນບໍ່ແຮ່ ແລະ ປຸງແຕ່ງແຮ່ທາດ. ບໍລິສັດທີ່ໄດ້ເຂົ້າຮອບສຸດທ້າຍສໍາລັບລາງວັນຄັ້ງນີ້ ໄດ້ກໍານົດເກນມາດຕະຖານສູງ ສໍາລັບຄວາມສາມາດໃນການປຸງແຕ່ງ, ລະດັບເຕັກໂນໂລຊີ ແລະ ຄວາມສາມາດໃນການຈໍາໜ່າຍແບບສາກົນຊຶ່ງຮຽກຮ້ອງໃຫ້ບໍລິສັດຕ້ອງຕອບສະໜອງໄດ້ຕາມມາດຕະຖານ ແນວທາງປະຕິບັດດ້ານອຸດສາຫະກໍາທີ່ດີທີ່ສຸດ.
ຄະນະກໍາມະການຕັດສິນໃນງານໄດ້ຕັດສິນຢ່າງເປັນເອກະສັນວ່າ: ອາຊີ-ໂປຕາສ ສາກົນ ປັບມາດຕະການເຂົ້າກັບສະພາບທ້ອງຖິ່ນໄດ້ດີ, ເອົາໃຈໃສ່ການປະດິດສ້າງໃໝ່ ແລະ ການຮັກສາລະບົບນິເວດ, ປັບປະສິດທິພາບຂອງຂະບວນກໍາມະວິທີຕົກພຶກ ແລະ ກັ້ນແຍກແບບຟູລອຍ, ປະສົບຄວາມສໍາເລັດດ້ານເຕັກໂນໂລຊີຜະລິດຝຸ່ນໂປຕາສ ໂດຍນໍາໃຊ້ຂະບວນການກັ້ນແຍກແບບຟູລອຍທາງກົງ-ແບບຕົກພຶກເຢັນ ຈາກສິນແຮ່ຄານາໄລ ຊຶ່ງເປັນວັດຖຸດິບໃນບໍ່ແຮ່ເກືອໂປຕາສຊະນິດແຂງຂອງລາວ, ໄດ້ເປັນຜູ້ບຸກເບີກການຜະລິດຝຸ່ນໂປຕາສໂດຍຫັນເປັນຂະໜາດໃຫຍ່ໃນລາວ, ໄດ້ສົ່ງເສີມອຸດສາຫະກໍາບໍ່ແຮ່ໃຫ້ພັດທະນາແບບຍືນຍົງ. ໃນຂະບວນການກັ້ນແຍກແຮ່ທາດ ໄດ້ເອົາໃຈໃສ່ການປະດິດສ້າງເຕັກໂນໂລຊີໃໝ່, ໄດ້ສືບຕໍ່ປັບປຸງປະສິດທິພາບເຕັກໂນໂລຊີຢ່າງຕໍ່ເນື່ອງຊຶ່ງໄດ້ບັນລຸເປົ້າໝາຍການຜະລິດທີ່ມີປະສິດທິພາບສູງ, ຜົນຜະລິດສູງ ແລະ ຕົ້ນທຶນຕໍ່າ. ໃນດ້ານການວິເຄາະແຮ່ທາດ, ການທົດສອບກັ້ນແຍກປຸງແຕ່ງແຮ່ທາດ, ການປັບປະສິດທິພາບຂອງຂະບວນການຜະລິດ, ການອອກແບບກໍາມະວິທີ, ການຄົ້ນຄວ້າພັດທະນາເຄື່ອງຈັກ ແລະ ດ້ານອື່ນໆ ກໍມີປະສົບການທີ່ອຸດົມສົມບູນ ແລະ ໝາກຜົນທີ່ກ້າວໜ້າ, ບັນລຸຕາມມາດຕະຖານທີ່ກ້າວໜ້າຂອງສາກົນຊຶ່ງໄດ້ບັນລຸຜົນເປັນຈິງໃນການພັດທະນານໍາໃຊ້ຊັບພະຍາກອນໃຫ້ເປັນເສດຖະກິດ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ. 
ດ້ານການຈໍາໜ່າຍເພື່ອສະໜອງໃຫ້ແກ່ຕະຫຼາດຝຸ່ນໂປຕາສ, ຄະນະກໍາມະການຕັດສິນ ໄດ້ຍອມຮັບວ່າບໍລິສັດໄດ້ສ້າງຮູບແບບໃໝ່ຂອງການຈໍາໜ່າຍ ດ້ວຍໂຄງສ້າງສາມມິຕິຄື ແບບອັອບລາຍ, ແບບອອນລາຍ ແລະ ການບໍລິການດ້ານການຕະຫຼາດ, ເຫັນວ່າ ອາຊີ-ໂປຕາສ ສາກົນ ເປັນວິສາຫະກິດໜຶ່ງທີ່ມີການເຕີບໃຫຍ່ດ້ານກໍາລັງການຜະລິດ ແລະ ຂະໜາດທີ່ເພີ່ມຂຶ້ນໄວທີ່ສຸດໃນໂລກ. ໂດຍອີງໃສ່ຄວາມສາມາດຕອບໜອງຜະລິດຕະພັນທີ່ໝັ້ນຄົງ, ຄຸນນະພາບຂອງຜະລິດຕະພັນທີ່ດີເລີດ, ຂໍ້ເດັ່ນດ້ານທີ່ຕັ້ງສະເພາະ, ລະບົບເຄືອຂ່າຍຈໍາ
ໜ່າຍທີ່ຄົບຖ້ວນ ແລະ ຄວາມສາມາດໃນການຂະຫຍາຍຕະຫຼາດທີ່ເຂັ້ມແຂງ, ໄດ້ສະໜອງການບໍລິການຝຸ່ນໂປຕາສ ທີ່ມີປະສິດທິພາບສູງ, ສະດວກ ແລະເປັນການສະໜອງແບບແຜນແກ້ໄຂດ້ານກະສິກໍາທີ່ຍືນຍົງໃຫ້ແກ່ລູກຄ້າບັນດາປະເທດອາຊີຕາເວັນອອກ
ສ່ຽງໃຕ້ ແລະ ອາຊີຕາເວັນອອກ,  ຊຶ່ງເຮັດໃຫ້ຕະຫຼາດຜະລິດຕະພັນຝຸ່ນໂປຕາສ ຂອງລາວ ກວມເອົາອັດຕາສ່ວນ ແລະ ອິດທິພົນຊື່ສຽງຍີ່ຫໍ້ ທີ່ເພີ່ມຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ເປັນການອຸ້ມຊູທີ່ແຂງແຮງ ສໍາລັບການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງເສີມການພັັດທະນາກະສິກໍາໃນອາຊີ.    
ອາຊີ-ໂປຕາສ ສາກົນ ເປັນວິສາຫະກິດບໍ່ແຮ່ ທີ່ມີຊື່ສຽງລະດັບສາກົນ ຊຶ່ງໄດ້ຕັ້ງຫຼັກປັກຖານໃນກິດຈະການບໍ່ແຮ່ເກືອໂປຕາສຢູ່ລາວ ມາເປັນເວລາ 10 ກວ່າປີ, ໂດຍຢຶດໝັ້ນເສັ້ນທາງຍຸດທະສາດ ຊັບພະຍາກອນ, ຂະໜາດ, ນະວັດຕະກໍາໃໝ່ຊຶ່ງບໍ່ພຽງແຕ່ໄດ້ສໍາເລັດການກໍ່ສ້າງໂຄງການຝຸ່ນໂປຕາສ ຂະໜາດ 2 ລ້ານໂຕນຕໍ່ປີ ແລະ ກາຍເປັນວິສາຫະກິດຜະລິດຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ແລະດ້ວຍຄວາມໄວແບບອາຊີ-ໂປຕາສ ທີ່ນໍາໜ້າໃນຂະແໜງການ ໄດ້ສ້າງຍີ່ຫໍ້ຝຸ່ນໂປຕາສລາວເຖິງລະດັບນາມບັດໂລກ ແລະ ໄດ້ຊຸກຍູ້ຂະບວນການຫັນອຸດສາຫະກໍາທັນສະໄໝຂອງລາວ. 
    ການໄດ້ຮັບລາງວັນໃນຄັ້ງນີ້ໄດ້ຍົກສູງລະດັບຊື່ສຽງຂອງຍີ່ຫໍ້ຝຸ່ນໂປຕາສລາວໃນຕະຫຼາດສາກົນ.ກໍາລັງກາຍເປັນອຸດສາຫະກໍາທີ່ສໍາຄັນໃຫ້ຄວາມສົນໃຈດຶງດູດການລົງທຶນ ຕ່າງປະເທດ ແລະ ສົ່ງອອກເພື່ອສ້າງເງິນຕາ. ໂດຍພາຍໃຕ້ສະພາບສືບຕໍ່ຍົກລະດັບເປີດປະຕູຂົງເຂດອຸດສາຫະກໍາບໍ່ແຮ່ໃຫ້ກວ້າງຂວາງຕື່ມ ແລະ ການຄຸ້ມຄອງທີ່ເຂັ້ມງວດ ໃນການສົ່ງເສີມນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບ, ການພັດທະນາ ແລະ ກໍ່ສ້າງການຜະລິດ ສໍາລັບຊັບພະຍາກອນບໍ່ແຮ່ ຍັງຄົງສືບຕໍ່ກ້າວເດີນຕາມແນວທາງຍົກສູງຄຸນນະພາບ, ເພື່ອເປັນແຮງກະຕຸ້ນໃໝ່ເລັ່ງການພັດທະນາເສດຖະກິດແຫ່ງຊາດຂອງລາວ.