ໂດຍ:ວັນໄຊ ຕະວິນຍານ
ໃນໄລຍະປ່ຽນແປງໃໝ່ຢູ່ ສສຫວຽດນາມ ບັນຫາທີ່ຕັ້ງຂຶ້ນ ເພື່ອນໍາພາປະເທດຊາດກ້າວຂຶ້ນໄປສູ່ເສັ້ນທາງສັງຄົມນິຍົມ ກ່ອນອື່ນຕ້ອງສ້າງພັກໃຫ້ເຂັ້ມແຂງຮອບດ້ານ ເພື່ອນໍາພາທຸກຂົງເຂດວຽກງານແຕ່ສູນກາງລົງຮອດທ້ອງຖິ່ນ.ໃນນີ້ ບັນຫາພະນັກງານຕ້ອງມີຄວາມຮູ້ ຄວາມສາມາດ,ກໍາໄດ້ແນວທາງໃນແຕ່ລະໄລຍະ,ມີຄຸນສົມບັດ-ສິນທໍາປະຕິວັດ,ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າຢູ່ສະເໝີ. ສິ່ງສໍາຄັນພະນັກງານ,ສະມາຊິກພັກ ຕ້ອງມີຄວາມໜັກແໜ້ນ ເປັນຄົນປອດໃສຂາວສະອາດ.ເຂັ້ມແຂງ ໜັກແໜ້ນ.ຕ້ານສະກັດກັ້ນການສໍ້ລາດບັງຫຼວງ ທັງໃຫ້ການຮ່ວມມືຕໍ່ຄະນະກວດກາສູນກາງ ແລະ ຂັ້ນຕ່າງໆເປັນປົກກະຕິ.
 ບາງບົດຮຽນໃນການສະກັດກັ້ນຕ້ານການສໍ້ລາດບັງຫຼວງ-ຫຍໍ້ທໍ້ ຂອງ ສສຫວຽດນາມ ໃນຊຸມປີຜ່ານມາ ຍາມໃດກໍແມ່ນຄະນະບໍລິຫານງານສູນກາງພັກ,ກົມການເມືອງ,ຄະນະເລຂາທິການສູນກາງພັກ ຖືສໍາຄັນເປັນພິເສດ.ປະຕິບັດຢ່າງຮອບດ້ານ ແລະ ດ້ວຍຄວາມຕັດສິນໃຈສູງ,ເດັດດ່ຽວແຂງແຮງ.
1.ພັກກອມມູນິດຫວຽດນາມ ຍາມໃດກໍຮັບຮູ້ຢ່າງຖືກຕ້ອງເລິກເຊິ່ງຖີ່ຖ້ວນ ຕໍ່ກັບບົດບາດການນໍາພາຂອງພັກ ໃນວຽກງານກວດກາສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ຕ້ານປະກົດການຫຍໍ້ທໍ້ແມ່ນໜ້າທີ່ສໍາຄັນພິເສດໃນວຽກງານກໍ່ສ້າງພັກ,ປັບປຸງປົວແປງພັກໃນທົ່ວລະບົບການເມືອງໃຫ້ໂປ່ງໃສເຂັ້ມແຂງໜັກແໜ້ນ, ປັບປຸງກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນເປັນໜ້າທີ່ໂດຍກົງ,ເປັນປະຈໍາຕໍ່ເນື່ອງໃນທົ່ວລະບົບ.
2.ວາງຍຸດທະສາດ,ແຜນນະໂຍບາຍ,ອອກມະຕິ,ຄໍາສັ່ງ,ກໍານົດແຜນການຢ່າງລະອຽດຄົບຊຸດໂຄສະນາ,ສຶກສາອົບຮົມ,ຊີ້ແຈງອະທິບາຍ ຢູ່ອົງການຈັດຕັ້ງຂັ້ນຕ່າງໆທັງປຸກລະດົມໃຫ້ເປັນຮູບປະທໍາ, ຕິດຕາມດກວດກາຢ່າງໃກ້ຊິດ ເປັນປະຈໍາທົ່ວລະບົບ,ປະຕິບັດວິໄນໃຫ້ຖືກຕ້ອງເໜາະສົມ ທັນການ.
3.ຍົກບົດບາດຂອງວຽກງານກວດກາ,ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດລະບຽບຂອງພັກ,ແນວທາງ,ແຜນນະໂຍບາຍ,ໂຄງການ ການເມືອງ,ມະຕິ,ຄໍາສັ່ງ,ຂໍ້ກໍານົດ,ກົດໝາຍຂາດຄວາມຮັບຜິດຊອບເປັນມາດຕະການ ໃນການປ້ອງກັນການປ່ຽນທາດອໍານາດ,ສະກັດກັ້ນການສໍ້ລາດບັງຫຼວງ,ການເກີດປະກົດການຫຍໍ້ທໍ້,ຕີຖອຍດ້ານແນວຄິດ,ການກະທໍາ ດ້ານຄຸນສົມບັດ ສິນທໍາປະຕິວັດ,ແບບແຜນການດໍາລົງຊີວິດຂອງພະນັກງານ ສະມາຊິກພັກ, ຍົກສູງຄວາມສາມາດໃນການນໍາພາ,ກໍາລັງແຮງສູ້ຮົບຂອງພັກ,ເພີ່ມທະວີຄວາມສາມັກຄີພາຍໃນພັກ,ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ໂປ່ງໃສ,ເຂັ້ມແຂງໜັກແໜ້ນ.
4.ກວດກາກົນໄກການນໍາພາ,ກົນໄກການແບ່ງງານ ລັດຄຸ້ມຄອງ,ປະຊາຊົນເປັນເຈົ້າ,ເອົາໃຈໃສ່ຄວບຄຸມບັນດາອົງການແຫ່ງລັດ ເມື່ອປະຕິບັດມະຕິຄໍາສັ່ງບໍລິຫານ,ກວດກາອົງການຕຸລາການໃນການປະຕິບັດກົດໝາຍ,ນິຕິບັນຍັດ,ພິພາກສາ ຕັດສິນຄະດີສວຍໃຊ້ຊ່ອງວ່າງຂອງກົດໝາຍແບບລໍາອຽງ ບໍ່ມີຄວາມຍຸຕິທໍາ.
5.ເອົາໃຈໃສ່ຕິດຕາມຫາງສຽງສັງຄົມ ເພາະສຽງສັງຄົມແມ່ນມາຈາກປະຊົນ ມາຈາກມະຫາຊົນ ມາຈາກພື້ນຖານທີ່ແທ້ຈິງ ເພື່ອເປັນຂໍ້ມູນໃນການວິເຄາະ ວິໄຈ ເພື່ອເປັນຊ່ອງທາງໃນການຕິດຕາມກວດກາຢ່າງທັນການ.
  ພຶດຕິກໍາຕົວຈິງຂອງການນໍາພາຂອງພັກກອມມູນິດຫວຽດນາມ ໄດ້ຢືນຢັນວ່າ:ການຕິດຕາມ ກວດກາ ການນໍາພາຂອງພັກ: ນໍາພາຕ້ອງມີການກວດກາ,ນໍາພາຕ້ອງໄປຄ່ຽງຄູ່ກັບການກວດກາ,ນໍາພາແຕ່ບໍ່ກວດກາ ຕິດຕາມສະແດງວ່າບໍ່ນໍາພາ.