ການແຂ່ງຂັນກິລາການທະຫານ, ກິລາມວນຊົນ ແລະ ກິລາຍິງປືນທະຫານຮາບ - ກໍາລັງໄຟແບກຫາບ ທົ່ວກອງທັບເຂດ II ພາກເໜືອທີ່ກອງບັນຊາການທະຫານແຂວງຫຼວງພະບາງເປັນເຈົ້າພາບ ໄດ້ປິດລົງໃນວັນທີ 25 ພະຈິກ ຜ່ານມາ, ໂດຍເປັນປະທານຂອງທ່ານ  ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ, ມີ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ, ພັນເອກ ແສງອໍາພອນ ພູມີເງິນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຮັບຜິດຊອບ ຕັດສິນການແຂ່ງຂັນກິລາເຂດ II ພາກເໜືອ, ພ້ອມດ້ວຍຕາງໜ້າຄະນະຜິດຊອບ ແລະນັກກິລາ ເຂົ້າຮ່ວມ.
ທ່ານ ພັນເອກ ຄໍາສອນ ໂພທິວັນ ຮອງຫົວໜ້າກອງບັນຊາການທະຫານແຂວງຫຼວງພະບາງໄດ້ຂຶ້ນຜ່ານບົດສະຫຼຸບ ຜົນການແຂ່ງຂັນກິລາທັງ 3 ປະເພດ ລວມ 19 ລາຍການຊຶ່ງໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 21-25 ພະຈິກ ຜ່ານມາ, ຜ່ານການແຂ່ງຂັນປະກົດວ່າ: ກິລາເຕະບານຊາຍ ທີ 1 ກອງບັນຊາການທະຫານແຂວງໄຊຍະບູລີ, ທີ 2 ກອງພົນທີ 2, ທີ 3 ກອງບັນຊາການທະຫານແຂວງຫຼວງພະບາງ; ບານສົ່ງຊາຍ ທີ 1 ໂຮງຮຽນກໍ່ສ້າງນາຍສິບເລກ 1, ທີ 2 ກອງບັນຊາການທະຫານແຂວງໄຊຍະບູລີ, ທີ 3 ກອງພົນທະຫານຮາບທີ 2, ເປຕັງປະສົມຊາຍ-ຍິງ ທີ 1 ກອງບັນຊາການທະຫານແຂວງຫຼວງພະບາງ, ທີ 2 ໂຮງງານປະສານເຫຼົ່າ, ທີ 3 ໂຮງຮຽນກໍ່ສ້າງນາຍສິບເລກ 1; ກະຕໍ້ທີ 1 ກອງບັນຊາການທະຫານແຂວງໄຊຍະບູລີ, ທີ 2 ກອງພົນທີ 2, ທີ 3 ກອງບັນຊາການທະຫານແຂວງຫຼວງພະບາງ; ກິລານັກຮົບແຂງແຮງລວມໝູ່ ທີ 1 ກອງບັນຊາການທະຫານແຂວງຫຼວງພະບາງ, ທີ 2 ກອງບັນຊາການທະຫານແຂວງໄຊຍະບູລີ, ທີ 3 ກອງພົນທີ 2; ປະເພດບຸກຄົນ ທີ 1ວາທີ ສັງທອງ ດວງຈະເລີນ ຈາກກອງບັນຊາການທະຫານແຂວງຫຼວງພະບາງ, ທີ 2 ວາທີ ພິມມະສອນ ໂພທິລາດ ຈາກກອງບັນຊາການທະຫານແຂວງຫຼວງພະບາງ, ທີ 3 ຮ້ອຍໂທ ຄໍາອ້າງ ກັນທະວົງ ຈາກກອງບັນຊາການທະຫານແຂວງໄຊຍະບູລີ; ກິລາແລ່ນ-ມ້າງປະກອບອາວຸດປືນ AK-400 ແມັດ ປະເພດລວມໝູ່ທີ 1 ກອງພົນທີ 2, ທີ 2 ໂຮງຮຽນກໍ່ສ້າງນາຍສິບເລກ 1, ທີ 3 ກອງບັນຊາການທະຫານແຂວງໄຊຍະບູລີ; ປະເພດບຸກຄົນທີ 1 ສິບຕີ ພົມມາ ອິນຖາວອນ ຈາກໂຮງຮຽນກໍ່ສ້າງນາຍສິບເລກ 1, ທີ 2 ວາທີ ເດ ຫຼວງແສນຜິວ ຈາກກອງບັນຊາການທະຫານແຂວງໄຊຍະບູລີ, ທີ 3 ວາທີ ເພັງ ສະຫວັນ ຈາກກອງພົນທະຫານຮາບທີ 2; ກິລາ 3 ວິຊາການທະຫານສົມທົບປະເພດລວມໝູທີ 1 ກອງພົນທີ 2, ທີ 2 ໂຮງຮຽນກໍ່ສ້າງນາຍສິບເລກ 1, ທີ 3 ກອງບັນຊາການທະຫານແຂວງໄຊຍະບູລີ, ປະເພດບຸກຄົນ ທີ 1 ວາທີ ບຸນແກ້ວ ສາມສະຫວັນ ຈາກກອງບັນຊາການທະຫານແຂວງໄຊຍະບູລີ, ທີ 2ສິບເອກ ລ້ອນແສງ ດີອາລຸນ ຈາກກອງບັນຊາການທະຫານແຂວງຫຼວງພະບາງ, ທີ 3 ສິບຕີ ພອນສະຫວັນ ນາດາ ຈາກກອງບັນຊາການທະຫານແຂວງໄຊຍະບູລີ, ກິລາຜ່ານສິ່ງກີດຂວາງ 4x50 ແມັດ ປະເພດບຸກຄົນ ທີ 1 ສິບຕີ ສິນ ສີບຸນທັນ ຈາກກອງບັນຊາການທະຫານແຂວງໄຊຍະບູລີ, ທີ 2 ຊັ້ນ I ທ້າວ ແສງເດືອນ ກັນຍາສິດ ຈາກກອງບັນຊາການທະຫານແຂວງຫຼວງພະບາງ ແລະທີ 3 ສິບຕີ ຄໍາເສົາ ເຈີເຊັນ ຈາກໂຮງຮຽນເລກ 1, ກິລາຍິງປືນAK (ເປົ້າເຈ້ຍ) ທີ 1 ກອງບັນຊາການທະຫານແຂວງໄຊຍະບູລີ, ທີ 2 ກອງບັນຊາການທະຫານແຂວງຫຼວງພະບາງ ແລະທີ 3 ໂຮງຮຽນເລກ 1, ກິລາຍິງປືນ AK (ເປົ້າຈານເຫຼັກ) ທີ 1 ກອງບັນຊາການທະຫານແຂວງຫຼວງພະບາງ, ທີ 2 ກອງບັນຊາການທະຫານແຂວງໄຊຍະບູລີ ແລະທີ 3 ກອງພົນທີ 2, ກິລາຍິງປືນ RPK ຍິງເປົ້າຈານເຫຼັກ ທີ1 ກອງພົນທີ 2, ທີ2 ໂຮງຮຽນເລກ 1 ແລະທີ3 ກອງບັນຊາການທະຫານແຂວງຫຼວງພະບາງ, ປືນຍິງດຽວ SVD ປະເພດບຸກຄົນທີ1 ສິບຕີ ອໍລະຫັນ ຂັນທະໄຊ, ທີ 2 ຮ້ອຍໂທ ສົມພົງ ເຫຼືອມມີຍະແສງ ແລະທີ3ຮ້ອຍໂທ ບຸນເທີ້ງ ວົງມະນີ, ປະເພດລວມໝູ່ ທີ1 ໂຮງຮຽນເລກ 1, ທີ2 ກອງບັນຊາການທະຫານແຂວງຫຼວງພະບາງ ແລະທີ3 ກອງບັນຊາການທະຫານແຂວງໄຊຍະບູລີ, ປືນຄົກ 82 ມມ ທີ1 ກອງບັນຊາການທະຫານແຂວງໄຊຍະບູລີ, ທີ2 ກອງພົນທີ 2 ແລະ ທີ3 ກອງບັນຊາການທະຫານແຂວງຫຼວງພະບາງ, 
ຂ່າວ: ສົມພອນ ສຸວັນທອນ; ພາບ: ບຸນເພັງ ວົງແກ້ວມະນີ.