ຫ້ອງວ່າການສູນກາງພັກ (ຫສພ) ແລະ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືພັດທະນາວຽກງານ ຫັນເປັນທັນສະໄໝ (ຫັນເປັນດີຈີຕອນ) ຂອງ ຫສພ ໃນວັນທີ 28 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນບ່ອນອີງ ໃນການຮ່ວມມື ຄົ້ນຄວ້າ, ແລກປ່ຽນບົດຮຽນ, ພັດທະນາແລະ ນຳໃຊ້ເຄື່ອງມືດີຈີຕອນ ເພື່ອຫັນວຽກງານຫ້ອງວ່າການ ໃຫ້ເປັນທັນສະໄໝ ເທື່ອລະກ້າວ.
    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ມີການລົງນາມລະຫວ່າງ ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຫສພ ແລະ ທ່ານ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງ ເລຂາຄະນະພັກ ລັດຖະມົນຕີກະຊວງ ຕສ; ມີບັນດາທ່ານຮອງຫົວໜ້າ ຫສພ, ຮອງລັດຖະມົນຕີກະຊວງ ຕສ ແລະ ບັນດາທ່ານກ່ຽວຂ້ອງເຂົ້າຮ່ວມ.
    ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ໄດ້ລະບຸເຂດການຮ່ວມມື ຊຶ່ງ ຫສພ ແລະ ກະຊວງ ຕສ ຈະໄດ້ຮ່ວມມືກັນໃນ 4 ວຽກງານຄື: 1).    ຮ່ວມມືໃນການຄົ້ນຄວ້າສ້າງທ່າແຮງ ເພື່ອປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ລະບົບເຄືອຂ່າຍ ແລະ ລະບົບສູນຂໍ້ມູນ ເພື່ອເກັບຮັກສາຂໍ້ມູນ ຂອງວຽກງານຫ້ອງວ່າການສູນກາງພັກ; 2).ຮ່ວມມືໃນການພັດທະນາ ແລະ ສົ່ງເສີມການນຳໃຊ້ ລະບົບບໍລິຫານລັດດີຈີຕອນ ເຂົ້າໃນວຽກງານຂອງຫ້ອງວ່າການສູນກາງພັກ ໃຫ້ມີປະສິດທິພາບ, ຮັບປະກັນຄວາມປອດໄພ ແລະ ມີຄວາມຍືນຍົງ; 3). ຮ່ວມມືກັນຄົ້ນຄວ້າ ພັດທະນາລະບົບເຊື່ອມໂຍງຂໍ້ມູນຂ່າວສານ ລະຫວ່າງ ຫ້ອງວ່າການສູນກາງພັກ ກັບພາກສ່ວນຕ່າງໆ ແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ; 4). ຮ່ວມມືກັນພັດທະນາ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ-ລັດຖະກອນ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ກອງປະຊຸມປຶກສາຫາລື, ສຳມະນາ, ຝຶກອົບຮົມ ແລະ ອື່ນໆ.
    ພາຍຫຼັງການລົງນາມເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້ແລ້ວ,ສອງຝ່າຍຈະໄດ້ພ້ອມກັນຄົ້ນຄວ້າແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເຮັດວຽກຮ່ວມກັນ ຫັນເປັນດີຈີຕອນ ວຽກງານການບໍລິຫານຫ້ອງການ ແລະ ນຳໃຊ້ເຄື່ອງມືດີຈີຕອນ ເຂົ້າໃນວຽກງານຫ້ອງວ່າການ ແລະ ເຊື່ອມຂໍ້ມູນສູນກາງພັກ ທົ່ວປະເທດ, ຕອບສະໜອງໄດ້ ຕາມແນວທາງນະໂຍບາຍຂອງພັກ, ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນ ຂອງ ສປປ ລາວ.
ເພື່ອພັດທະນາວຽກງານ ຫັນເປັນທັນສະໄໝ, ນອກຈາກບົດບັນທຶກນີ້ແລ້ວ ຫສພ ຍັງໄດ້ກະກຽມ ແຜນພັດທະນາດ້ານອື່ນໆຈໍານວນໜຶ່ງ ໃນຂົງເຂດວຽກງານຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກ ແຕ່ນີ້ຮອດປີ 2026.
(ຂ່າວ: ສຸກສະຫວັນ, ພາບ: ກະຊວງ ຕສ)