ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະຈາກສູນກາງແນວລາວສ້າງຊາດ ແລະ ການນໍາແຂວງຫຼວງພະບາງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສະພາທີ່ປຶກສາການເມືອງທົ່ວປະເທດຈີນ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 25-29 ພະຈິກນີ້ ຊຶ່ງນໍາໂດຍ ທ່ານ ນາງ ເສີນ ໂຢໂຢ ຮອງປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ພ້ອມດ້ວຍຄະນະ ທີ່ສະໜາມບິນສາກົນຫຼວງພະບາງ.
ທ່ານຮອງປະທານ ສນຊ ໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີຕ້ອນຮັບທ່ານນາງ ເສີນ ໂຢໂຢ ພ້ອມຄະນະ ທີ່ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມກັນນັ້ນ, ທ່ານ ຮອງປະທານ ສນຊ ໄດ້ແຈ້ງວາລະການເຄື່ອນໄຫວໃຫ້ທ່ານຮອງປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນໄດ້ຮັບຊາບ ແລະ ທ່ານໄດ້ຊົມເຊີຍຕໍ່ການແລກປ່ຽນຄະນະຜູ້ແທນຂັ້ນສູງ ຂອງສອງພັກສອງລັດໃນໄລຍະຜ່ານມາ ຊຶ່ງເປັນການເສີມຂະຫຍາຍ ຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຈີນ.
ທ່ານ ນາງ ເສີນ ໂຢໂຢ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ທ່ານຮອງປະທານ ສນຊ ທີ່ໄດ້ໃຫ້ການຕ້ອນຮັບຄະນະໃນຄັ້ງນີ້ ດ້ວຍຄວາມອົບອຸ່ນ ພ້ອມກັນນີ້, ທ່ານຮອງປະທານສະພາປຶກສາການເມືອງທົ່ວປະເທດຈີນ ໄດ້ລາຍງານຈຸດປະສົງການມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນເທື່ອນີ້ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດ ລາວ ແລະ ຈີນ ເວົ້າລວມ ເວົ້າສະເພາະ ແມ່ນສອງອົງການສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດຕາມບົດບັນທຶການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ທີ່ໄດ້ເຊັນສັນຍາຮ່ວມກັນໃນໄລຍະຜ່ານມາໃຫ້ປະກົດຜົນເປັນຈິງ.
ຂ່າວ-ພາບ: ສຸວັນລີ