ໂດຍ: ວັນເພັງ 
ວັນຊາດທີ 2 ທັນວາ ເປັນອີກໜຶ່ງວັນທີ່ມີຄວາມໝາຍ-ຄວາມສຳຄັນຫຼາຍ ແລະ ເປັນວັນເອກອ້າງຂອງປວງຊົນລາວທັງຊາດ.ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍ-ຄວາມສຳຄັນເລິກເຊິ່ງໃນໂອກາດວັນສຳຄັນດັ່ງກ່າວ ຈະເຫັນໄດ້ວ່າຢູ່ຕາມສະຖານທີ່ຕ່າງໆ ກໍຈະມີການປະດັບປະດາເອຍ້ອງ, ສ້າງຂະບວນການຕ່າງໆ, ມີຫຼາກຫຼາຍກິດຈະກຳ ເພື່ອຂໍ່ານັບຮັບຕ້ອນ, ກະກຽມການສະເຫຼີມສະຫຼອງວັນດັ່ງກ່າວ. ແນວໃດກໍຕາມທຸກຊັ້ນຄົນໃນສັງຄົມຈົ່ງພ້ອມກັນ ຂໍ່ານັບຮັບຕ້ອນວັນຊາດຄົບຮອບ 48 ປີໃກ້ມາເຖິງນີ້ ໃຫ້ເປັນຂະບວນຟົດຟື້ນ.
ອີກບໍ່ພໍເທົ່າໃດມື້ກໍຮອດ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975 ຫາ 2 ທັນວາ 2023), ປີນີ້ກໍຄືທຸກໆປີ ເມື່ອໃກ້ຮອດວັນຊາດກໍຈະມີຫຼາກຫຼາຍກິດຈະກໍາເພື່ອກະກຽມຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນດັ່ງກ່າວ ໂດຍສະເພາະຢູ່ຕາມສຳນັກງານ, ອົງການຕ່າງໆ ຈະມີພິທີປາຖະກະຖາຫວນຄືນມູນເຊື້ອຂອງວັນສຳຄັນດັ່ງກ່າວ.ພ້ອມນັ້ນ, ຍັງມີການສ້າງຂະບວນການຕ່າງໆເພື່ອຂໍ່ານັບຮັບຕ້ອນເຊັ່ນ: ສ້າງຂະບວນການອອກແຮງງານລວມ, ອະນາໄມອ້ອມຂ້າງສໍານັກງານ, ທາສີສຳນັກງານ, ຮົ້ວ ແລະ ມີການປະດັບປະດາຕິດທຸງຊາດ, ທຸງພັກ, ທຸງທີວ ແລະ ອື່ນໆ ຢ່າງສວຍງາມ. ນອກນີ້, ຍັງມີກິດຈະກຳການແຂ່ງຂັນກິລາຕ່າງໆຢ່າງເປັນຂະບວນຟົດຟື້ນ, ຕະຫຼອດຮອດຖະໜົນຫົນທາງກໍໄດ້ມີການທຳຄວາມສະອາດໃຫ້ສວຍງາມ ແລະ ສະອາດງາມຕາພ້ອມປະດັບປະດາດ້ວຍດອກໄຟແສງສີ, ປັກທຸງຊາດ, ທຸງພັກ, ທຸງທີວ ຢູ່ແຄມຖະໜົນຫົນທາງ ແລະ ສະຖານທີ່ສຳຄັນຕ່າງໆ ໃນຕົວເມືອງ, ນອກເມືອງ, ສະຖານທີ່ທ່ອງທ່ຽວ ຕະຫຼອດຮອດສວນສາທາລະນະທີ່ສຳຄັນອື່ນໆ ເພື່ອສະແດງເຖິງຄວາມເອກອ້າງທະນົງໃຈ ແລະ ຄວາມເປັນຊາດລາວ ຜ່ານສາຍຕາໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດໄດ້ເຫັນຄວາມຮຸ່ງເຮືອງສີວິໄລຂອງປະເທດຊາດລາວເຮົາ. ນອກນັ້ນພາຍໃນເມືອງ, ເຂດບ້ານກໍໄດ້ພ້ອມກັນເອົາໃຈໃສ່ຮັກສາຄວາມສະອາດ ໂດຍສະເພາະຜູ້ທີ່ມີເຮືອນຕິດຢູ່ແຄມທາງຍິ່ງເປັນເຈົ້າການຮັກສາຄວາມສະອາດ ແລະ ປະດັບປະດາປັກທຸງຊາດ, ທຸງພັກ, ທຸງທີວ ຢ່າງສວຍງາມ ເຊັ່ນດຽວກັນ.ພ້ອມນີ້, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍໄດ້ເອົາໃຈໃສ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ທັງພ້ອມກັນເປັນເຈົ້າການຕ້ານ ແລະ ສະກັດກັ້ນ ກຸ່ມຄົນບໍ່ດີໃນສັງຄົມເປັນຢ່າງດີ.
ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍື່ນ!