ອາທິດຜ່ານມານີ້, ອົງການໄອຍະການປະຊາຊົນເຂດ 1 ແຂວງຫຼວງພະບາງ ແລະຫ້ອງການຍຸຕິທໍານະຄອນ-ຫຼວງພະບາງໄດ້ຮ່ວມກັນລົງນາມເຊັນບົດບັນທຶກວ່າດ້ວຍກົນໄກປະສານງານ ການປະຕິບັດຄໍາຕັດສິນຂອງສານ ໃຫ້ກຽດລົງນາມໂດຍທ່ານນາງ ຈັນສະໝອນ ສູນນະລາດ ຮອງຫົວໜ້າອົງການໄອຍະການປະຊາຊົນ ເຂດ 1 ແຂວງຫຼວງພະບາງ ແລະທ່ານ ວໍລະວັນ ປໍເມກມະໂນລົມ ຮອງຫົວໜ້າຫ້ອງການຍຸຕິທໍານະຄອນ-ຫຼວງພະບາງໂດຍມີພະນັກງານຫຼັກແຫຼ່ງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
    ໃນພິທີໄດ້ຜ່ານບົດບັນທຶກ ວ່າດ້ວຍກົນໄກປະສານງານ ການປະຕິບັດຄໍາຕັດສິນຂອງສານ ຊຶ່ງລວມມີ 8 ເນື້ອໃນເປັນຕົ້ນລາຍງານການປະຕິບັດຂອງສານໃຫ້ເປັນປົກກະຕິ (ປະຈໍາອາທິດ-ປະຈໍາເດືອນ), ຄໍາຕັດສິນທີ່ປະຕິບັດສໍາເລັດຕ້ອງສໍາເນົາຄໍາສັ່ງປິດສົ່ງໃຫ້ໄອຍະການເຂດຕາມມາດຕາ 50 ຂອງກົດໝາຍ ແລະສັງລວມສະຖິຕິຄະດີແຍກເປັນລາຍລະອຽດ, ຕິດຂັດເອກະສານ, ວັດຖຸອື່ນໆລາຍງານບໍ່ໃຫ້ເກີນວັນທີ 5 ຂອງທຸກເດືອນ ແລະການປະຕິບັດຄໍາຕັດສິນຂອງສານໃນການຕີລາຄາຊັບ, ການມອບຊັບ, ການຍົກຍ້າຍ, ການຂາຍຊັບ, ການໂຈະ, ການປ່ຽນແປງ, ຍົກເລີກ, ລົບລ້າງການປະຕິບັດຄໍາຕັດສິນຂອງສານ ແລະອື່ນໆ ຕິດພັນກັບສອງອົງການ ເພື່ອເຮັດໃຫ້ສອງພາກສ່ວນໄດ້ຮັບການເພີ່ມທະວີໃນການປະສານງານ, ຈັດຕັ້ງຜັນຂະຫຍາຍເນື້ອໃນລົງນາມບັນທຶກຮ່ວມຂອງອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທໍາແຂວງ ສະບັບລົງວັນທີ 4 ເມສາ 2023 ວ່າດ້ວຍການກໍານົດກົນໄກປະສານງານໃນການປະຕິບັດຄໍາຕັດສິນຂອງສານເຂົ້າສູ່ວຽກງານຕົວຈິງ ພ້ອມທັງຮັບປະກັນການປະຕິບັດຕາມພາລະບົດບາດ, ຂອບເຂດສິດ, ໜ້າທີ່ຂອງອົງການໄອຍະການເຂດ ແລະຫ້ອງການຍຸຕິທໍານະຄອນຫຼວງພະບາງໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແນໃສ່ເຮັດໃຫ້ການປະຕິບັດຄໍາຕັດສິນຂອງສານ ແລະການຕິດຕາມກວດກາຂອງອົງການໄອຍະການປະຊາຊົນໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ວ່ອງໄວ, ເຂັ້ມງວດເປັນເອກະພາບຕາມກົດໝາຍ. 
    ໂອກາດນີ້, ທ່ານ ແສງສະຫວາດ ສຸຂະຜົນຫົວໜ້າອົງການໄອຍະການປະຊາຊົນ 1 ແຂວງຫຼວງພະບາງ
 ໄດ້ມີຄໍາເຫັນຊີ້ນຳໃຫ້ທັງສອງພາກສ່ວນ ເພີ່ມທະວີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດກົດໝາຍພ້ອມກັນປຶກສາຫາລືໃນການແກ້ໄຂຄະດີ, ຄໍາຮ້ອງທຸກ, ການຈັດຕັ້ງປະຕິບັດຄໍາສັ່ງ, ຄໍາຊີ້ຂາດ, ຄໍາຕັດສິນຂອງສານໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ເຮັດໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບຄວາມໂປ່ງໃສ່, ຄວາມຍຸຕິທໍາຕາມກົດໝາຍເພີ່ມທະວີເຮັດວຽກວິຊາສະເພາະ, ປັບປຸງຄວາມເຂັ້ມແຂງ ໜັກແໜ້ນດ້ານການຈັດຕັ້ງ, ດ້ານບຸກຄະລາກອນ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແນໃສ່ພັດທະນາຂົງເຂດຕຸລາການໃຫ້ມີຄວາມສະຫງົບຢ່າງໜັກແໜ້ນ.ຂ່າວ-ພາບ: ສົມແກ້ວ ຈົ່ວຈູ່ລີ