ກອງປະຊຸມພົບປະແລະເຊັນບົດບັນທຶກລະຫວ່າງຄະນະຜູ້ແທນຊາຍແດນແຂວງຄໍາມ່ວນສປປລາວແລະຄະນະຜູ້ແທນຊາຍແດນແຂວງກວາງບິ່ງສສຫວຽດນາມໄດ້ຈັດຂຶ້ນໃນວັນທີ28ພະຈິກນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ຝ່າຍແຂວງຄໍາມ່ວນນໍາໂດຍສະຫາຍແກ້ວອຸດອນບຸດສິງຂອນກໍາມະການປະຈໍາພັກແຂວງຮອງເຈົ້າແຂວງຄໍາມ່ວນ, ຝ່າຍຫວຽດນາມນໍາໂດຍສະຫາຍດວ່ານຫງ໋ອກເລີມກໍາມະການປະຈໍາພັກແຂວງຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງກວາງບິ່ງ ພ້ອມດ້ວຍຄະນະຜູ້ແທນຊາຍແດນທັງສອງແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບໃຫ້ກັນຊາບພ້ອມທັງທົບທວນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກທີ່ໄດ້ຮ່ວມລົງນາມໃນວັນທີ 25 ຕຸລາ 2022 ທີ່ນະຄອນດົ່ງເຮີຍແຂວງກວາງບິ່ງສສຫວຽດນາມໃນໄລຍະຜ່ານມາ, ບົນຈິດໃຈສາຍພົວພັນມິດຕະພາບອັນພິເສດ, ເຊື່ອໝັ້ນແລະເຂົ້າໃຈຊຶ່ງກັນແລະກັນ, ສອງແຂວງໄດ້ຮັກສາສາຍພົວພັນຮ່ວມມືອັນດີງາມໃນຂົງເຂດປກຊ,-ປກສແລະຊາຍແດນລະຫວ່າງບັນດາອົງການປົກຄອງແຕ່ລະຂັ້ນ, ບັນດາກຳລັງເຈົ້າໜ້າທີ່ສະເພາະກິດ; ຮັກສາລະບອບກອງປະຊຸມພົບປະປະຈຳປີລະຫວ່າງອົງການປົກຄອງຂັ້ນແຂວງແລະບັນດາກຳລັງເຈົ້າໜ້າທີ່ຕ່າງໆ,ເອົາໃຈໃສ່ວຽກງານໂຄສະນາ, ເຜີຍແຜ່, ສຶກສາອົບຮົມກົດໝາຍວ່າດ້ວຍຊາຍແດນແຫ່ງຊາດໃຫ້ແກ່ພະນັກງານປະຊາຊົນສອງຟາກຊາຍແດນເພື່ອກໍາໄດ້ສະພາບ, ປະຕິບັດຕາມບັນດານິຕິກໍາແລະກົດໝາຍຕ່າງໆທີ່ສອງຊາດໄດ້ຮ່ວມກັນລົງນາມຢ່າງເຂັ້ມງວດກໍຄືກົດໝາຍຂອງແຕ່ລະປະເທດດ້ວຍຫຼາກຫຼາຍຮູບແບບໂດຍຜ່ານຫຼາຍວິທີການຢ່າງກວ້າງຂວາງ, ແລວຊາຍແດນລະຫວ່າງສອງແຂວງແມ່ນໄດ້ຮັບການປົກປັກຮັກສາໄວ້ຢ່າງປອດໄພ, ມີຄວາມສະຫງົບສຸກທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ໃນບໍລິເວນຊາຍແດນ, ເສັ້ນຊາຍແດນແລະບັນດາຫຼັກໝາຍຊາຍແດນແຫ່ງຊາດແມ່ນໄດ້ຮັບການຮັກສາໄວ້ຢູ່ໃນສະພາບເດີມ. ກໍາລັງເຈົ້າໜ້າທີ່ສອງແຂວງໄດ້ມີການປະສານສົມທົບກັນເປັນຢ່າງດີໃນການລາດຕະເວນເພື່ອປ້ອງກັນເສັ້ນຊາຍແດນ, ຫຼັກໝາຍຊາຍແດນຂອງສອງຝ່າຍ, ສອງແຂວງປະສານສົມທົບກັນຢ່າງເຂັ້ມງວດໃນການຕ້ານ, ສະກັດກັ້ນບັນດາອາສະຍາກຳຂ້າມຊາຍແດນແຫ່ງຊາດແລະໃນບໍລິເວນຊາຍແດນ; ສົມທົບກັນຈັດຕັ້ງປະຕິບັດຕ້ານ, ສະກັດກັ້ນການຕັ້ງພູມລຳເນົາຕາມລໍາພັງໃຈ, ການຕັ້ງພູມລຳເນົາໃໝ່ແລະການແຕ່ງດອງຜິດກົດໝາຍໄດ້ເປັນຢ່າງດີຢູ່ໃນບໍລິເວນຊາຍແດນ.ນອກນີ້ຍົກໃຫ້ເຫັນການພົວພັນຮ່ວມມືອັນດີງາມເປັນຕົ້ນການຊ່ວຍເຫຼືອທາງດ້ານທຶນການສຶກສາ, ການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນເອກະພາບລາວ-ຫວຽດນາມ (ແທ້ງເຢີດ), ການກໍ່ສ້າງໂຮງຮຽນສາມັນຊົນເຜົ່າທີ່ເມືອງມະຫາໄຊ, ການຊ່ວຍເຫຼືອຈາກໄພພິບັດທາງທໍາມະຊາດໃຫ້ແກ່ແຂວງຄຳມ່ວນດ້ານສະບຽງອາຫານ, ເຄື່ອງອຸປະໂພກ-ບໍລິໂພກແລະເງິນສົດລວມມູນຄ່າຫຼາຍຕື້ດົງ. 
ກອງປະຊຸມພົບປະຄັ້ງນີ້ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮ່ວມມືໃນປີ2024 ຄື: ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ເປັນປົກກະຕິລະຫວ່າງບັນດາອົງການປົກຄອງແລະກຳລັງເຈົ້າໜ້າທີ່ຄຸ້ມຄອງ, ປ້ອງກັນຊາຍແດນຂອງສອງແຂວງ. ຮັກສາລະບອບການພົບປະໄລຍະ 2 ຄັ້ງຕໍ່ປີ, ສອງຝ່າຍຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມ, ໃນເວລາຈໍາເປັນລະຫວ່າງກຳລັງເຈົ້າໜ້າທີ່ວິຊາສະເພາະຂອງສອງດ່ານນາເພົ້າ-ຈາຫຼໍ່ໃນເມື່ອມີເຫດການເກີດຂຶ້ນຢູ່ຕາມຊາຍແດນທີ່ຕ້ອງໄດ້ແກ້ໄຂດ່ວນແມ່ນໃຫ້ກໍາລັງເຈົ້າໜ້າທີ່ເຄື່ອນໄຫວແກ້ໄຂວຽກງານດັ່ງກ່າວແລະລາຍງານການນໍາທີ່ມີສິດອຳນາດໃຫ້ທັນເວລາ.ໂດຍສະເພາະແມ່ນວຽກງານໂຄສະນາປຸກລະດົມປະຊາຊົນ, ການຄຸ້ມຄອງຊາຍແດນແລະບໍລິເວນຊາຍແດນ, ການພັດທະນາເສດຖະກິດ-ສັງຄົມຢູ່ບໍລິເວນຊາຍແດນ, ການພັດທະນາດ່ານແລະວຽກງານແກ້ໄຂບັນຫາການຕັ້ງພູມລໍາເນົາຕາມລໍາພັງໃຈແລະແຕ່ງດອງຜິດກົດໝາຍຢູ່ບໍລິເວນຊາຍແດນລະຫວ່າງສອງແຂວງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ສໍາລັບກອງປະຊຸມພົບປະໃນຄັ້ງຕໍ່ໄປລະຫວ່າງຄະນະຜູ້ແທນຊາຍແດນສອງແຂວງໃນປີ 2024ຈະໄດ້ຈັດຂຶ້ນທີ່ນະຄອນດົ່ງເຮີຍແຂວງກວາງບິ່ງໃຫ້ກຽດລົງນາມໂດຍສະຫາຍແກ້ວອຸດອນບຸດສິງຂອນແລະສະຫາຍດວ່ານຫງ໋ອກເລີມ.
ຂ່າວ-ພາບ: ມະນີວັນ