ວັນທີ 28 ພະຈິກ ນີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະ ການນຳແຂວງຈຳປາສັກ ໄດ້ຕ້ອນຮັບ ການເຂົ້າອວຍພອນ ຂອງ  ສະຫາຍ  ຫງວຽນ ວັນ ຈຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ທີ່ນະຄອນປາກເຊ ພ້ອມຄະນະ ຜູ້ປະກອບການທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ແລະ ສະມາຄົມຫວຽດນາມ ແຂວງຈຳປາສັກ ໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ທີ່ຈະມາເຖິງ.
ໂອກາດນີ້, ສະຫາຍ ຫງວຽນ ວັນ ຈຸງ ໄດ້ສະແດງຄວາມປິຕິຊົມຊື່ນ ຂໍ່ານັບຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 48 ປີ (2/12/1975-2/12/2023)ທີ່ໄດ້ຜ່ານຂະບວນການແຫ່ງໄຊຊະນະ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມນັ້ນ ກໍໄດ້ສະແດງຄວາມຂອບໃຈຕໍ່ ຄະນະພັກ-ອົງການປົກຄອງແຂວງຈຳປາສັກ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງກວ້າງຂວາງ ແກ່ຜູ້ປະກອບການຊາວຫວຽດນາມ ທີ່ເຂົ້າມາລົງທຶນ ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ, ການສະໜັບສະໜູນດັ່ງກ່າວນັ້ນ ເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ກໍຄືທ້ອງຖິ່ນ./
ໃນໂອກາດດັ່ງກ່າວ,  ສະຫາຍ ສະນັ່ນ ສີພາພົມມະຈັນ ຕາງໜ້າໃຫ້ການນຳຂອງແຂວງ ກໍຄື ປະຊາຊົນ ຊາວແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ສະຫາຍ ຫງວຽນ ວັນ ຈຸງ ແລະ ຄະນະ ໃນເທື່ອນີ້, ຜ່າມມາສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ແມ່ນໄດ້ປະສານງານ ຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ, ເຮັດໃຫ້ການຮ່ວມມືດັ່ງກ່າວ ມີຄວາມສະໜິດແໜ້ນເລິກເຊິ່ງ, ທັງເກີດຜົນປະໂຫຍດຕົວຈິງຫຼາຍຂຶ້ນ ແລະ ຂໍໃຫ້ພ້ອມກັນ ສືບຕໍ່ມູນເຊື້ອເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະແມ່ນ ແຂວງຈຳປາສັກ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ຂ່າວ-ພາບ: ທັດຊະນະ