ໃນວັນທີ 28 ພະຈິກນີ້, ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI, ເອກະສານວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ປະກາດການຈັດຕັ້ງ ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ຫົວໜ້າ ຫສນຍ; ມີສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈຳ ສນຍ, ສະຫາຍຮອງເລຂາຄະນະພັກ ຫສນຍ, ບັນດາສະຫາຍ ຄະນະບໍລິຫານງານພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ເຂົ້າຮ່ວມ.
    ຈຸດປະສົງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບ ຕໍ່ເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ເອກະສານວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ, ທັງສາມາດນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນຂົງເຂດວຽກງານໃນຄວາມຮັບຜິດຊອບຂອງຕົນ ໃຫ້ສອດຄ່ອງ, ເກີດດອກອອກຜົນ, ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້.
ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ເອກະສານວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ໂດຍໄດ້ຍົກໃຫ້ເຫັນເນື້ອໃນສຳຄັນ ແລະ ຄວາມຕື່ນຕົວເປັນເຈົ້າການ ເພື່ອຜັນຂະຫຍາຍສອງເອກະສານດັ່ງກ່າວ ເຂົ້າສູ່ວຽກງານຕົວຈິງ ເປັນຕົ້ນການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ທິດທາງ ປີ 2024; ການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະພັກຮາກຖານກຸ່ມບ້ານ ຫຼື ບ້ານໃຫຍ່; ທິດຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ ຮອດກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄໝທີ XI,ລວມທັງມູນເຊື້ອແລະຄວາມໝາຍສໍາຄັນຂອງວັນຊາດທີ2ທັນວາ, ຜົນງານ ແລະ ການສືບຕໍ່ເສີມຂະຫຍາຍ ມູນເຊື້ອ 2 ທັນວາ ເຂົ້າໃນການສ້າງສາພັດທະນາປະເທດຊາດ.
ໃນໂອກາດດຽວກັນ, ກໍໄດ້ມີພິທີປະກາດການຈັດຕັ້ງ ພາຍໃນ ຫສນຍ, ໃນນັ້ນ ສະຫາຍ ນາງ ວິໄລ ພິລາວົງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ຈຳນວນ 2 ທ່ານ. ພ້ອມນີ້, ສະຫາຍ ນາງ ບຸນໜັກ ດາລາງາແກ້ວ ຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າ ຫສນຍ ວ່າດ້ວຍການສັບຊ້ອນ ຮອງຫົວໜ້າກົມ ຈຳນວນ 4 ທ່ານ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 9 ທ່ານ.
ໃນຕອນທ້າຍ, ສະຫາຍ ປະທານກອງປະຊຸມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໃນຄັ້ງນີ້, ພ້ອມທັງ ມີຄຳເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ບັນດາສະຫາຍສະມາຊິກພັກ-ພະນັກງານ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກ, ຂອງຊາດ ແລະ ການຈັດຕັ້ງ; ພ້ອມກັນຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ, ຫົວຄິດປະດິດສ້າງເຂົ້າໃນການປະຕິບັດວຽກງານ ແລະ ສຸມໃສ່ແກ້ໄຂຂໍ້ຄົງຄ້າງຕ່າງໆ ໃນກົງຈັກການຈັດຕັ້ງຂອງຕົນ ໃຫ້ຕົກໄປເປັນກ້າວໆ; ຄະນະພັກແຕ່ລະຂັ້ນ ຈົ່ງພ້ອມກັນປັບປຸງການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ປັບປຸງແບບແຜນການນຳພາ ແລະ ແບບແຜນວິທີເຮັດວຽກ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ທັນສະໄໝ ແລະ ມີປະສິດທິຜົນສູງ; ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງພ້ອມກັນຍົກສູງຄວາມເປັນແບບຢ່າງນຳໜ້າຂອງພັກ, ຍົກສູງຄວາມສາມາດ ໃນການນຳພາ ແລະ ເຕົ້າໂຮມຄວາມສາມັກຄີເປັນເອກະພາບ; ບັນດາສະຫາຍ ສະມາຊິກພັກ-ພະນັກງານ ຈົ່ງພ້ອມກັນສ້າງສະພາບແວດລ້ອມ ຂອງ ຫສນຍ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ ພ້ອມທັງຍົກສູງຄວາມສາມັກຄີ ປະກອບສ່ວນເຂົ້າໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງ ຫສນຍ ໃຫ້ມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້ ຢ່າງສະຫງ່າງາມ. 
(ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ)