ທ່ານ ບຸນທອງ ຈິດມະນີກໍາມະການກົມການເມືອງສູນກາງພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້້າພົບປະຢ້ຽມຢາມ ຂອງທ່ານ ນາງ ເສີນ ໂຢໂຢ ກໍາມະການສູນກາງພັກກອມມູນິດຈີນຮອງປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນວັນທີ28 ພະຈິກ ນີ້ ທີ່ຫ້ອງວ່າການສູນກາງພັກ.
ໃນໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຮູ້ສຶກຍິນດີທີ່ໄດ້ຕ້ອນຮັບ ຮອງປະທານສະພາທີ່ປຶກສາການເມືອງ ທົ່ວປະເທດຈີນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້;  ທ່ານໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າລວມ ເວົ້າສະເພາະແມ່ນ ເປັນການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມຂອງຜູ້ນໍາສູງສຸດ ຂອງສອງປະເທດກ່ຽວກັບຄູ່ຮ່ວມຊາຕາກໍາລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ. ພ້ອມທັງຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມືຂອງສອງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍ, ລວມທັງການຈັດຕັ້ງຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ເປັນພື້ນຖານອັນໜັກແໜ້ນ ໃນການເສີມຂະຫຍາຍສາຍພົວພັນຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ລະຫວ່າງ ສອງຊາດ ລາວ-ຈີນຊຶ່ງໄລຍະຜ່ານມາສອງປະເທດໄດ້ມີການແລກປ່ຽນໄປມາຫາສູ່ຢ້ຽມຢາມເຊິ່ງກັນ ແລະ ກັນໃນລະດັບຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ.
ທ່ານ ນາງ ເສີນ ໂຢໂຢ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ຮອງປະທານປະເທດທີ່ໄດ້ໃຫ້ກຽດຕ້ອນຮັບຄະນະໃນຄັ້ງນີ້. ພ້ອມທັງໄດ້ລາຍງານຈຸດປະສົງການມາຢ້ຽມຢາມ, ລາຍງານກ່ຽວກັບສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງສາທາລະນະລັດ ປະຊາຊົນຈີນ, ບົດບາດຂອງສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໃຫ້ທ່ານຮອງປະທານປະເທດ ໄດ້ຮັບຊາບ ພ້ອມກັນນີ້ທ່ານ ນາງ ເສິນ ໂຢໂຢຍັງໄດ້ສະແດງຄວາມຮູ້ສຶກຕໍ່ການຜັນຂະຫຍາຍສາຍພົວພັນມິດຕະພາບໃນໄລຍະຜ່ານມາໂດຍສະເພາະເສັ້ນທາງລົດໄຟ ລາວ-ຈີນ, ເສັ້ນ ທາງດ່ວນນະຄອນຫຼວງວຽງຈັນຫາວັງວຽງ ແຂວງວຽງຈັນ ແລະ ອື່ນໆ ຊຶ່ງເປັນໝາກຜົນອັນໃຫຍ່ຫຼວງ ແລະ ສໍາຄັນຂອງການຮ່ວມມືສອງປະເທດ. ການມາຢ້ຽມຢາມຄັ້ງນີ້, ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຄວາມຮັບຮູ້ພ້ອມກັນລະຫວ່າງຜູ້ນໍາສູງສຸດຂອງສອງພັກ, ສອງລັດ ຈີນ-ລາວ ເຮົາໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ແລະ ຊຸກຍູ້ໃຫ້ການຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ ລາວ-ຈີນ ໃຫ້ເປັນບາດກ້າວໃໝ່. 
(ຂ່າວ: ຫສພ, ພາບ: ສຸກສະຫວັນ)