ພິທີມອບ-ຮັບເງິນຂອງໂຄງການຊົນລະກະເສດຜະລິດເປັນສິນຄ້າຂະໜາດນ້ອຍໃຫ້ກັບຄອບຄົວປະຊາຊົນເພີ່ມໃນຊຸດທີສອງ ຂອງເມືອງພຽງ ແຂວງໄຊຍະບູລີ ໃຫ້ກັບຄອບຄົວໂພຊະນາການ(ຄອບຄົວປູກຜັກສວນຄົວແລະລ້ຽງສັດປີກ)ຂອງບ້ານເປົ້າໝາຍຂອງໂຄງການໄດ້ຈັດຂຶ້ນໃນວັນທີ 27 ພະຈິກ ນີ້ ທີ່ຫ້ອງປະຊຸມຫ້ອງການກະສິກຳແລະປ່າໄມ້ເມືອງ ເປັນກຽດເຂົ້າຮ່ວມຂອງທ່ານຄຳພັນ ຄຳພູບົວຮອງເຈົ້າເມືອງໆພຽງທັງເປັນປະທານຜູ້ປະສານງານໂຄງການຂອງເມືອງ,ມີບັນດາທີມງານພະນັກງານລົງກໍ່ສ້າງຮາກຖານຂອງເມືອງ,ພາກສ່ວນກ່ຽວຂ້ອງຂອງເມືອງພ້ອມດ້ວຍການຈັດຕັ້ງບ້ານແລະປະຊາຊົນພາຍໃນ 7 ບ້ານເປົ້າໝາຍໂຄງການເຂົ້າຮ່ວມ. 
ໃນພິທີກໍໄດ້ຮັບຟັງການລາຍງານຜົນສໍາເລັດໂດຍຫຍໍ້ຂອງໂຄງການຊົນລະກະເສດຜະລິດເປັນສິນຄ້າຂະໜາດນ້ອຍຫຼື ຊກຂທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຢູ່ເມືອງພຽງໂດຍໂຄງການຊກຂໄດ້ຮັບທຶນກູ້ຢືມຈາກອີຟັດຈັດຕັ້ງປະຕິບັດຢູ່ 4 ແຂວງຄື:ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງຫຼວງພະບາງແລະແຂວງໄຊຍະບູລີ, ຢູ່ແຂວງໄຊຍະບູລີໄດ້ກຳນົດເອົາ 5 ເມືອງເປົ້າໝາຍມີ:ເມືອງໄຊສະຖານ, ເມືອງໄຊຍະບູລີ, ເມືອງພຽງ,ເມືອງປາກລາຍ ແລະເມືອງທົ່ງມີໄຊ ຊຶ່ງໂຄງການ ຊກຂມີ 3 ອົງປະກອບຫຼື 3 ໜ້າວຽກຄື:  ອົງປະກອບທີ1: ວຽກພັດທະນາກະເສດສຸມ, ວຽກທີ2(ອົງປະກອບ2): ພັດທະນາຕ່ອງໂສ້ມູນຄ່າ,ວຽກທີ3(ອົງປະກອບ3) ປັບປຸງໂພຊະນາການແລະສຳລັບຢູ່ເມືອງພຽງມີບ້ານເປົ້າໝາຍທັງໝົດ 24(ອົງປະກອບ1 ແລະ 2 ກວມເອົາ 3 ບ້ານຄື: ບ້ານໂພນໄຊ, ບ້ານນ້ຳເຮ້ຍ ແລະບ້ານນາແວນ) ຊຶ່ງວຽກໂພຊະນາການຢູ່ໃນອົງປະກອບທີ 3ໄດ້ຈັດຕັ້ງປະຕິບັດໃນປີ 2022 ຈຳນວນ 6 ບ້ານແລະ 5 ໂຮງຮຽນ,ປີ2023ໄດ້ຈັດຕັ້ງປະຕິບັດ 12 ບ້ານ 6 ໂຮງຮຽນສໍາລັບກິດຈະກໍາທີ່ຈັດຕັ້ງປະຕິບັດແມ່ນໄດ້ໃຫ້ຄວາມຮູ້ແກ່ຊຸມຊົນໃນການກິນຢູ່ໃຫ້ໄດ້ໂພຊະນາການ,ສ້າງສວນຄົວໂຮງຮຽນສະໜອງອຸປະກອນທີ່ຈຳເປັນໃນການສ້າງສວນຄົວ,ສະໜອງອຸປະກອນຄົວເຮືອນແລະສາທິດການແຕ່ງກິນ,ຝຶກອົບຮົມເຕັກນິກການປູກແລະການລ້ຽງໃຫ້ຄອບຄົວ,ສະໜອງທຶນປະກອບສ່ວນໃຫ້ຄອບຄົວທຸກຍາກໃນການເຮັດສວນຄົວແລະລ້ຽງສັດປີຈຳນວນ 12 ບ້ານມີ 179 ຄອບຄົວມູນຄ່າ 179 .000.000 ກີບໃນໄລະຍຜ່ານມາໄດ້ມອບເງິນຈຳນວນ 1.000.000ກີບຕໍ່ຄອບຄົວຊຸດທີໜຶ່ງຢູ່ບ້ານນາແວນມີ 20 ຄອບຄົວແລະບ້ານປາກຊອງ 25 ຄອບຄົວມູນຄ່າ 45.000.000ກີບແລະໃນຮອບທີ 2 ຈໍານວນ 7 ບ້ານ,ມີ 54 ຄອບຄົວມູນຄ່າ 54.000.000 ກີບ ຄື: ບ້ານກີວແຄ່ມ ຈໍານວນ 5 ຄອບຄົວ, ບ້ານດົງຫຼວງ 5 ຄອບຄົວ, ບ້ານນໍ້າປັງ 6 ຄອບຄົວ, ບ້ານໂພນຊຽງ 6 ຄອບຄົວ, ບ້ານຂູນພອນ 10 ຄອບຄົວ, ບ້ານປາກຊອງ 7 ຄອບຄົວ, ບ້ານນາແວນ 15 ຄອບຄົວໂດຍໃຫ້ກຽດມອບຂອງທ່ານ ຄຳພັນ ຄຳພູບົວ ຮອງເຈົ້າເມືອງໆພຽງແລະໃນໂອກາດນີ້ທ່ານຮອງເຈົ້າເມືອງຍັງໄດ້ໃຫ້ທິດຊີ້ນຳກ່ຽວກັບການນ້ຳໃຊ້ເງິນຂອງໂຄງການໃຫ້ກັບຄອບຄົວທີ່ໄດ້ຮັບທຶນໃນຄັ້ງນີ້ເພື່ອນຳໃຊ້ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຈຸດປະສົງຂອງໂຄງການແລະໃຫ້ເກີດດອກອອກຜົນເປັນຈິງຕື່ມອີກແລະໃນວັນທີ 23 ພະຈິກ 2023ຜ່ານມາທ່ານທະວົນ ຄໍາພູວົງ ຫົວໜ້າຄະນະໂຄສະນາ-ອົບຮົມເມືອງໄດ້ໃຫ້ກຽດຕາງໜ້າຄະປະຈຳພັກເມືອງພ້ອມດ້ວພາກສ່ວນທີ່ກ່ຽວຂ້ອງຂອງເມືອງມອບເງິນໂຄງການຊົນລະກະເສດຜະລິດເປັນສິນຄ້າຂະໜາດນ້ອຍໃຫ້ກັບຄອບຄົວປະຊາຊົນຊຸດທີສອງ ຈຳນວນ 1.000.000ກີບຕໍ່ຄອບໃຫ້ກັບບ້ານນາແວນແລະບ້ານປາກຊອງຕື່ມອີກ.
ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ.