ໂດຍ: ພູວັນ
    ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ(ວັນທີ 2 ທັນວາ1975-2 ທັນວາ 2023)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງທ່ານ ວຽງພອນ ສຸກຂະວົງ ກໍາມະການຄະນະພັກກະຊວງຜູ້ອໍານວຍການວິທະຍາໄລສິລະປະແຫ່ງຊາດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ກ່າວສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 27 ພະຈິກ ຜ່ານມານີ້ວ່າ:ວັນຊາດທີ 2 ທັນວາ ແມ່ນເຫດການໆເມືອງທາງປະຫວັດສາດຂອງຊາດລາວເຮົາ. ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ຂອງຊາດລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວທີ່ສະຫຼາດສ່ອງໃສໄດ້ສໍາເລັດພາລະກິດ ແລະ ໜ້າທີ່ອັນມີກຽດຂອງຕົນໃນພາລະກິດປົດປ່ອຍປະເທດຊາດຢ່າງສະຫງ່າງາມ ແລະ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມຂອງຕົນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານ ວຽງພອນ ສຸກຂະວົງ ກ່າວໃຫ້ຮູ້ອີກວ່າ: ຕະຫຼອດ 48 ປີຜ່ານມາ,ພາຍໃຕ້ການນໍາພາຂອງອົງຄະນະພັກກະຊວງ ຖວທໄດ້ມີການພັດທະນາ ແລະ ໄດ້ຮັບຄວາມສໍາເລັດຫຼາຍດ້ານໃນແຕ່ລະໄລຍະຜ່ານມາ ຊຶ່ງເຮັດໃຫ້ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ,ເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ ໂດຍສະເພາະແມ່ນວຽກງານການສ້າງບຸກຄະລາກອນດ້ານສິລະປະການສະແດງໃນລະດັບຕ່າງໆສາມາດຕອບສະໜອງນັກສະແດງອາຊີບ ແລະ ເຄິ່ງອາຊີບໃຫ້ແກ່ບັນດາກອງສະແດງ, ໂຮງຮຽນ, ສະມາຄົມສິລະປະ-ວັດທະນະທໍາ ແລະ ອົງການຈັດຕັ້ງທາງສັງຄົມໄດ້ເປັນຈໍານວນຫຼວງຫຼາຍ ແລະ ເຂັ້ມແຂງສາມາດຍັບເຂົ້າໃກ້ກັບລະດັບສາກົນເທື່ອລະກ້າວ. ໄປຄ່ຽງຄູ່ກັນນີ້,ວິທະຍາໄລສິລະປະແຫ່ງຊາດໄດ້ຈັດຕັ້ັງຜັນຂະຫຍາຍລະບົບການຮຽນ-ການສອນໄປຕາມ 3 ລັກສະນະ (ລັກສະນະຊາດ, ລັກສະນະວິທະຍາສາດ-ທັນສະໄໝ ແລະ ລັກສະນະມະຫາຊົນ) ແລະ 5 ຫຼັກມູນການສຶກສາຂອງລາວ (ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງງານສຶກສາ, ພາລະສຶກສາ ແລະ ສິລະປະສຶກສາ) ຂອງກະຊວງສຶກສາທິການ-ກິລາ ແລະ ກະຊວງ ຖວທ ວາງອອກມີຄວາມສໍາເລັດເປັນກ້າວໆມາ. 
ປັດຈຸບັນວິທະຍາໄລສິລະປະແຫ່ງຊາດ ຍັງສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍສະເພາະແມ່ນພັດທະນາໄປຕາມທິດຂ່າວສານທັນສະໄໝ, ວັດທະນະທໍາສີວິໄລ, ທ່ອງທ່ຽວຍືນຍົງ ເພື່ອສູ້ຊົນເຮັດໃຫ້ສໍາເລັດໃນທ້າຍປີ 2025. ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2023 ນີ້, ວິທະຍາໄລສິລະປະແຫ່ງຊາດໄດ້ຕັ້ງໜ້າອອກແຮງແຂ່ງຂັນຕາມທິດຂອງວິທະຍາໄລສິລະປະແຫ່ງຊາດທີ່ວ່າ: ສຶກສາດີ, ມີວິໄນ, ໃສ່ໃຈການຄົ້ນຄວ້າວິທະຍາສາດ ສາມາດພັດທະນາສິລະປະການສະແດງເຂັ້ມແຂງກ້າວສູ່ສາກົນ ເພື່ອສ້າງນັກສິລະປິນ, ນັກສະແດງ, ນັກປະດິດແຕ່ງ, ນັກປະພັນ, ນັກກໍາກັບການສະແດງ ແລະ ອື່ນໆຢ່າງມີຄຸນນະພາບຮັບໃຊ້ພັກ-ລັດ ແລະ ສັງຄົມທັງເປັນການອະນຸລັກປົກປັກຮັກສາ ແລະ ເຜີຍແຜ່ສິລະປະ-ວັດທະນະທໍາທີ່ມີລັກສະນະຊາດ, ກ້າວໜ້າ, ມະຫາຊົນໃຫ້ສີວິໄລ ແລະ ຍືນຍົງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. 
ໃນໂອກາດທີ່ມີຄວາມໝາຍ-ຄວາມສໍາຄັນນີ້, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຍ້ອງຍໍສັນລະເສີນຊົມເຊີຍຕໍ່ຜົນສໍາເລັດອັນຍິ່ງໃຫຍ່ໃນການນໍາພາ-ຊີ້ນໍາຂອງພັກປະຊາຊົນ ປະຕິວັດລາວທີ່ຍາດມາໄດ້ຕະຫຼອດ 48ປີຜ່ານມາ. ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານການນໍາພັກ-ລັດຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມຈະເລີນຮຸ່ງເຮືອງສີວິໄລ, ມີຄວາມສົມບູນພູນສຸກ ແລະ ຈະເລີນກ້າວໜ້າເລື້ອຍໆໄປ.