ແຂວງບໍ່ແກ້ວ ກຽມຄວາມພ້ອມຈັດບຸນປະເພນີບັນດາເຜົ່າ, ຕະຫຼາດນັດວັດທະນະທໍາ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2024 ແລະ ພິທີບູຊາຫໍຫຼັກເມືອງ ປະຈໍາປີ 2023, ກອງປະຊຸມດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ພ້ອມດ້ວຍບັນດາຄະນະຮັບຜິດຊອບຈັດງານ, ອົງການ ອ້ອມຂ້າງແຂວງ-ເມືອງ ແລະ ບັນດາບ້ານໃນເທດສະບານແຂວງເຂົ້າຮ່ວມ.
ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຈັດບຸນປະເພນີບັນດາເຜົ່າ, ຕະຫຼາດນັດວັດທະນະທໍາ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງບໍ່ແກ້ວຊຶ່ງງານດັ່ງກ່າວ ຈັດຂຶ້ນລະຫວ່າງ ວັນທີ 25-31 ທັນວາ 2023 ພາຍໃນງານຈະມີກິດຈະກໍາຫຼາກຫຼາຍລາຍການ ເປັນຕົ້ນການຈັດບຸນປະເພນີ 13 ຊົນເຜົ່າ, ຕະຫຼາດນັດ, ວາງສະແດງສິນຄ້າ ໂດຍສະເພາະເຄື່ອງທີ່ລະນຶກ, ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ.
ສໍາລັບພິທີບູຊາຫໍຫຼັກເມືອງ ຄົບຮອບ 10 ປີ ໄດ້ຂຶ້ນໃນລະຫວ່າງວັນທີ25-27 ທັນວາ 2023 ຊຶ່ງພາຍໃນງານຈະມີຂະບວນແຫ່ເຄື່ອງທານ, ຕັກບາດ, ຖວາຍສັງຄະທານ. ສະນັ້ນ, ຈຶ່ງຂໍເຊີນຊວນມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວບຸນປະເພນີບັນດາເຜົ່າ, ຕະຫຼາດນັດວັດທະນະທໍາ ແລະ ພິທີບູຊາຫໍຫຼັກເມືອງ ໃຫ້ມ່ວນຊື່ນ ແລະ ຄຶກຄື້ນ.
ຂ່າວ-ພາບ: ຄໍາເພັງ ສີສະຫວ່າງ