ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ(ມ.ສ)ນາຊາຍທອງ ນະຄອນຫຼວງວຽງຈັນ  ຊຶ່ງແມ່ນທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ ຫວ່າງບໍ່ດົນມານີ້ິ້ ທີ່ໂຮງຮຽນດັ່ງກ່າວ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຫວາງ ສ້າງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ, ພ້ອມດ້ວຍຮອງເຈົ້າຄອງ, ພະແນກສຶກສາທິການ ແລະ ກິລາແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ຈ້າວ ເວີນຍູ ທີ່ປຶກສາທູດເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການກໍ່ສ້າງ ໂຮງຮຽນ ມ.ສ ນາຊາຍທອງ ນອນຢູ່ໃນໂຄງການ 10 ແຫ່ງທີ່ການນຳຂັ້ນສູງສຸດຂອງສອງປະເທດ ລາວ-ຈີນໄດ້ຕົກລົງເອກະພາບກັນໃນປີ2016ຊຶ່ງເປັນໂຄງການບຸລິມະສິດທີ່ສຳຄັນໜຶ່ງໃນການພັດທະນາຊັບພະຍາ
ກອນມະນຸດຂອງ ສປປ ລາວ ກໍຄື ການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ເປັນທຶນຊ່ວຍເຫຼືອຈາກລັດຖະບານແຫ່ງ ສປ ຈີນ ໂດຍໄດ້ມີການລົງນາມສັນຍາການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອໃນວັນທີ 4 ກັນຍາ 2019 ລວມມູນຄ່າກໍ່ສ້າງທັງໜົດ 126.100.000 ຢວນ(ສະກຸນເງິນຈີນ), ມີເນື້ອທີ່ທັງໜົດ 11.480 ຕາແມັດ ຊຶ່ງໄດ້ເລີ່ມກໍ່ສ້າງມາແຕ່ວັນທີ 28 ກຸມພາ 2021 ແລະ ສຳເລັດ 31 ສິງຫາ 2023, ປະກອບມີ ອາຄານຮຽນ, ຫ້ອງຮຽນ, ຫ້ອງຄູອາຈານ, ຫ້ອງຄອມພິວເຕີ, ຫ້ອງທົດລອງ, ຫ້ອງສະໝຸດ, ຫ້ອງປະຊຸມ ແລະ ເດີ່ນເຕະບານ.
ພ້ອມດຽວກັນນັ້ນ, ທ່ານ ຫວາງ ສ້າງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວມອບໂຮງຮຽນຢ່າງເປັນທາງການ ແລະ ຕາງໜ້າລັດຖະບານແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມທັງກ່າວວ່າ: ໂຄງການກໍ່ສ້າງ ໂຮງຮຽນ ມ.ສ ນາຊາຍທອງ ແມ່ນໂຄງການໜຶ່ງທີ່ລັດຖະບານແຫ່ງ ສປ ຈີນ ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ທີ່ສະແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດໃຫ້ກັບພັກ, ລັດ ແລະ ປະຊາຊົນລາວ ໂດຍສະເພາະຊາວນະຄອນຫຼວງວຽງຈັນ. ໃນການຊ່ວຍເຫຼືອກໍ່ສ້າງໂຮງຮຽນຫຼັງນີ້, ຖືເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາພື້ນຖານໂຄງລ່າງຂອງຂະແໜງການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ.
ພ້ອມດຽວກັນນັ້ນ, ກໍເປັນສັນຍາລັກແຫ່ງສາຍພົວພັນອັນເປັນມູນເຊື້ອລາວ-ຈີນ, ການຮ່ວມມືແບບເພື່ອນມິດຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມື ແລະ ຄູ່ຮ່ວມຊາຕາກຳລາວ-ຈີນ ແລະ ໃນຕອນທ້າຍ, ທ່ານໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ແລະ ສຸມທຸກເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວຈົນມີຜົນສຳເລັດຢ່າງຈົບງາມ.
ຂ່າວ-ພາບ: ສີວອນ ສຶກສາ-ກິລາ ນວ