ໂດຍ: ພັດ ລໍວັນໄຊ
ຫວ່າງບໍ່ດົນມານີ້ ທ່ານນາງ ກິ່ງທະວັນ ແກ້ວບຸນມາ ຜູ້ຊ່ວຍຮ້ານອະນຸສອນຫັດຖະກຳ ໄດ້ໃຫ້ສຳພາດຕໍ່ຜູ້ຂຽນວ່າ:  ງານບຸນນະມັດສະການພະທາດຫຼວງ ເປັນບຸນປາງໃຫຍ່ຂອງມວນຊົນລາວທັງປະເທດ ໂດຍສະເພາະແມ່ນຊາວນະຄອນຫຼວງວຽງຈັນ ໃນແຕ່ລະປີພໍ່ແມ່ປະຊາຊົນຈະພາກັນຫຼັ່ງໄຫຼເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ ພ້ອມດຽວກັນນີ້ພໍ່ຄ້າຊາວຂາຍກໍໄດ້ນຳເອົາເຄື່ອງຂອງມາຂາຍໃນງານບຸນດັ່ງກ່າວ. ເມື່ອໃກ້ຈະຮອດງານບຸນນະມັດສະການພະທາດຫຼວງວຽງຈັນຕົນເອງ ແລະ ເອື້ອຍອ້າຍນ້ອງພາຍໃນຮ້ານກໍໄດ້ກະກຽມເຄື່ອງເພື່ອມາວາງໃນງານດັ່ງກ່າວ ໂດຍສະເພາະແມ່ນກະເປົາຫວາຍ,ກະເປົາໄມ້ໄຜ່ ແລະ ໜັງ ທີີ່ເປັນເອກະລັກ ຂອງລາວ, ມີ200ກວ່າຜະລິດຕະພັນໂດຍເນັ້ນໃສ່ຄຸນນະພາບຂອງການຈັກສານ, ຄວາມປານີດ, ລວດລາຍໄມ້, ຫວາຍທີ່ມີຄຸນນະພາບ, ສ່ວນອາໄຫຼ່ ແມ່ນນຳເຂົ້າຈາກ ປະເທດໄທ, ສປ ຈີນ. ນອກຈາກເກັບຊື້ນຳປະຊາຊົນ ເພື່ອເປັນການສົ່ງເສີມປະຊາຊົນ ແລະ ເພື່ອສ້າງວຽກເຮັດງານທຳໃຫ້ຜູ້ທີ່ມີໃຈຮັກ, ມັກ, ມີພອນສະຫວັນໃນການຈັກສານຫັດຖະກຳ.  ສຳລັບການເຂົ້າຮ່ວມງານນະມັດສະການພະທາດຫຼວງວຽງຈັນແມ່ນເຂົ້າຮ່ວມທຸກໆປີ ໃນປີຜ່ານໆມາແມ່ນໄດ້ຂາຍດີພໍສົມຄວນ ປີນີ້ກໍໄດ້ເອົາເຄື່ອງມາຫຼາຍພໍສົມຄວນສ່ວນລາຄາແມ່ນຂາຍຫຼຸດຈາກຢູ່ຮ້ານເລັກນ້ອຍ.
ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ນອກຈາກການຂາຍ ໃນງານບຸນຕ່າງໆ, ງານວາງສະແດງສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ(ໂອດັອບ)ທີ່ໄອເຕັກ, ຮັບໃຊ້ກອງປະຊຸມທາງລັດຖະການ ແລະ ສະຖານທີ່ອື່ນໆອີກ. ຮ້ານແມ່ນຕັ້ງຢູ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຈຸດພິເສດ ຫຼື ຈຸດເດັ່ນຂອງຮ້ານແມ່ນລູກຄ້າສາມາດສັ່ງສານກະເປົາດ້ວຍລວດລາຍ, ແບບ, ຂະໜາດໃຫຍ່, ນ້ອຍຕາມໃຈລູກຄ້າທີ່ຕ້ອງການໄດ້ເລີຍ, ລູກຄ້າສາມາດຊື້ແບບອອນລາຍ, ອັອບລາຍໄດ້ ເພາະຮ້ານເຮົາມີ ສາຂາຄື: ສາຂາ1 ແມ່ນຢູ່ບ້ານດອນແດງ, ສາຂາ2 ແມ່ນຢູ່ໄອເຕັກ ຊັ້ນ2 ແລະ ຍັງມີສາຂາຍ່ອຍອີກ: ຢູ່ພາກຊັນ, ວຽງຈັນເຊັນເຕີ, ຕະຫຼາດເຊົ້າ ແລະ ຢູ່ແຂວງຫຼວງພະບາງ, ໃນນັ້ນ ທາງຮ້ານຍັງຮັບສອນ ແລະ ຝຶກອົບຮົມການຜະລິດກະເປົາຫວາຍ, ໄມ້ໄຜ່ ແລະ ໜັງ. ນອກຈາກນັ້ນຍັງໄດ້ຝາກຜະລິດຕະພັນໄປວາງຂາຍຢູ່ປະເທດເພື່ອນບ້ານເປັນຕົ້ນແມ່ນປະເທດໄທ, ກະເປົາມີຫຼາກຫຼາຍລາຄາໃຫ້ລູກຄ້າໄດ້ເລືອກ, ລາຄາເລີ່ມຕົ້ນແມ່ນ 350.000ກີບ ຫາ 2.000.000 ກີບ ສະເລ່ຍລາຍຮັບຕໍ່ເດືອນແມ່ນ 200ລ້ານກວ່າກີບ. 
ສຳລັບແຜນໃນຕໍ່ໜ້າ ແມ່ນຈະສືບຕໍ່ອະນຸລັກຮັກສາ ຜະລິດຕະພັນໃຫ້ຍືນຍົງຄົງຕົວໄປຄຽງຄູ່ກັບຄົນລາວເຮົາຕະຫຼອດໄປ, ຈະຂະຫຍາຍສາຂາອອກຕື່ມ ໃຫ້ທົ່ວທຸກແຂວງ ໃນ ສປປ ລາວ ໂດຍຈະເນັ້ນແຂວງທີ່ມີທ່າແຮງ, ແຂວງທີ່ມີການທ່ອງທ່ຽວ ໃນປັດຈຸບັນນີ້ ແມ່ນເລັ່ງໃສ່ ເມືອງວັງວຽງ, ແຂວງວຽງຈັນ, ແຂວງຈຳປາສັກ. ໃນຕອນທ້າຍ ທ່ານຍັງໄດ້ອວຍພອນໃຫ້ພັກ-ລັດ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 48 ປີ ທີ່ຈະມາເຖິງນີ້ ຊຶ່ງຮູ້ນຳກັນແລ້ວວ່າ: ຊາດລາວແມ່ນຊາດໜຶ່ງ ທີ່ມີປະຫວັດສາດ ໃນການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ, ມີມູນເຊື້ອທີ່ສະຫງ່າອົງອາດກ້າຫານ ຕ້ານສັດຕູຜູ້ຮຸກຮານ ຈົນໄດ້ຮັບໄຊຊະນະ.ຂ້າພະເຈົ້າຕາງໜ້າ ໃຫ້ຮ້ານອະນຸສອນ ຫັດຖະກຳ ຂໍອວຍພອນໄຊໃຫ້ການນຳ ພັກ-ລັດ ທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ປົກປັກ, ຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເລື້ອຍໆໄປ.