ອາທິດຜ່ານມາ, ໂຮງຮຽນວິຈິດສິນແຂວງສະຫວັນນະເຂດສປປລາວໄດ້ເດີນທາງເຂົ້າຮ່ວມງານວາງສະແດງຮູບແຕ້ມສາກົນຮ່ວມກັບມະຫາວິທະຍາໄລສິລະປະກຳ, ມະຫາວິທະຍາໄລເຫວ້ສສຫວຽດນາມພິທີດັ່ງກ່າວຈັດຂຶ້ນທີ່ນະຄອນເຫວ້, ຝ່າຍແຂວງສະຫວັນນະເຂດນຳໂດຍທ່ານໂພສີສ້ອຍກຸທິລາດກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ(ຖວທ)ແຂວງ,ມີທ່ານ ເກດສະໜາ ໄຊຍະເພັດ ຫົວໜ້າອຳນວຍການໂຮງຮຽນວິຈິດສິນແຂວງສະຫວັນນະເຂດ, ຝ່າຍນະຄອນເຫວ້ນຳໂດຍທ່ານຟາມເລຈຸງເລຂາທິການພັກ ປະທານສະພາມະຫາວິທະຍາໄລສິລະປະກໍາ, ມະຫາວິທະຍາໄລເຫວ້ພ້ອມດ້ວຍຄູ-ອາຈານທັງສອງຝ່າຍເຂົ້າຮ່ວມ.
ງານວາງສະແດງຄັ້ງນີ້ຈັດຂຶ້ນເພື່ອແລກປ່ຽນວັດທະນະທຳສອງຊາດລາວ-ຫວຽດນາມ ດ້ວຍຫົວຂໍ້ທີ່ມີຊື່ວ່າ: “CONNECTING 2023” ມີຜົນງານເຂົ້າຮ່ວມທັງໝົດ 55 ຜົນງານ, ຈາກສິລະປິນ 44 ທ່ານທີ່ມາຈາກ 2 ສະຖາບັນ, ໃນນັ້ນ 25 ຜົນງານມາຈາກສິນລະປິນຄູ-ອາຈານໂຮງຮຽນວິຈິດສິນແຂວງສະຫວັນນະເຂດ ແລະ 30 ຜົນງານມາຈາກສິນລະປິນຄູ-ອາຈານມະຫາວິທະຍາໄລສິລະປະກໍາ, ມະຫາວິທະຍາໄລເຫວ້.
ໂອກາດນີ້, ທ່ານ ໂພສີສ້ອຍ ກຸທິລາດ ກ່າວວ່າ: ການເປີດງານວາງສະແດງຄັ້ງນີ້ແນໃສ່ເສີມຂະຫຍາຍສາຍພົວພັນລະຫວ່າງສອງຊາດລາວ-ຫວຽດນາມ ແລະການຮ່ວມມືໃນບັນດາໂຮງຮຽນໃນຂົງເຂດສິລະປະ, ວັດທະນະທຳ ພ້ອມກັນນັ້ນງານວາງສະແດງຍັງຊ່ວຍໃຫ້ຄູ-ອາຈານລະຫວ່າງສອງໂຮງຮຽນໄດ້ມີໂອກາດແລກປ່ຽນຄວາມຮູ້ທາງດ້ານວິຊາການອີກດ້ວຍ.
ໃນພິທີໄດ້ມີການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງໂຮງຮຽນວິຈິດສິນແຂວງສະຫວັນນະເຂດສປປລາວກັບມະຫາວິທະຍາໄລສິລະປະກຳ, ມະຫາວິທະຍາໄລເຫວ້ ສສ ຫວຽດນາມ ເພື່ອທີ່ຈະເຄື່ອນໄຫວວຽກງານສິລະປະກຳ ຊຶ່ງເນື້ອໃນບົດບັນທຶກໄດ້ຕົກລົງຮ່ວມກັນຄື: ຮ່ວມມືໃນໂຄງການວິໄຈ, ຄົ້ນຄວ້າທາງວິຊາການ ແລະງານວາງສະແດງແລກປ່ຽນທາງດ້ານວິຊາການ, ການຝຶກອົບຮົບລະຫວ່າງນັກສຶກສາ ແລະຄູ-ອາຈານ,ໂຄງການຮ່ວມມືທາງດ້ານສິລະປະ ແລະວັດທະນະທຳລະຫວ່າງສອງສະຖາບັນທັງນີ້ເພື່ອເປັນການເພີ່ມທະວີຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງສອງສະຖາບັນການສຶກສາເຂົ້າຮ່ວມເປັນສັກຂີພິຍານໂດຍຄະນະນຳທັງສອງຝ່າຍລາວ-ຫວຽດນາມ.  
ຂ່າວ-ພາບ: ສະຫວັນນະເຂດ