ຄະນະພັກຮາກຖານກຸ່ມ ລົບປາກດີ ເມືອງ​ໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ V ຂຶ້ນ ຢ່າງເປັນທາງການ, ເພື່ອສັງເກດ ແລະ ຕີລາຄາຄືນໃນການຊີ້ນຳໆພາລວມ ການປະຕິບັດວຽກງານຕະຫຼອດໄລຍະ 5 ປີ 2019-2023 ຂອງຄະນະພັກຮາກຖານ​ກຸ່ມລົບ​ປາກ​ດີ ຂຶ້ນຫວ່າງບໍ່ດົນມານີ້, ໃຫ້ກຽດເຂົ້າຮ່ວມເປັນປະທານກອງ​ປະ​ຊຸມ​ຄັ້ງ​ນີ້​ໂດຍ ສະຫາຍ ນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ, ສະ​ຫາຍ ຄຳ​ສິງ ບຸນ​ຈະ​ເລີນ ຄະ​ນະ​ປະ​ຈຳ​ພັກ​ເມືອງ ທັງ​ເປັນ​ຜູ້​ຊີ້​ນຳ​ວຽກ​ງານ​ຮອບ​ດ້ານ​ກຸ່ມ​ລົບ​ປາກ​ດີ, ມີຮອງຫົວໜ້າຄະ​ນະ​ຈັດຕັ້ງເມືອງ, ເລຂາ, ຮອງເລຂາຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ 46 ​ສະຫາຍ ຍິງ 7 ສະຫາຍ.
ໂອກາດນີ້, ສະຫາຍ ນາງ ອ່ອນ​ຄຳ ໂພ​ທິ​ສານ ກຳມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມລົບ​ປາກ​ດີ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນຳໆພາຕະຫຼອດໄລ​ຍະ 5 ປີຜ່ານມາ ໂດຍຍົກໃຫ້ເຫັນໂດຍສັງເຂບວ່າ: ຄະນະພັກພວກເຮົາໄດ້ຖືເອົາວຽກງານແນວຄິດເປັນກົກ,​ ເອົາໃຈໃສ່ກວດກາ, ປັບປຸງວຽກງານພັກ ໄປຄຽງຄູ່ກັນນັ້ນກໍໄດ້ຖືເອົາວຽກງານກວດກາລັດ ເພື່ອແນໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X​I ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ອົງຄະນະພັກເມືອງໃຫ້ປະກົດຜົນເປັນຈິງ. ນອກຈາກນັ້ນ, ກໍໄດ້ຖືເອົາການດຳເນີນຊີວິດການເມືອງ, ສຳຫຼວດກວດກາຕຳນິຕົນເອງ ແລະ ສົ່ງຂ່າວບັນດາສະມາຊິກດ້ວຍກັນຢ່າງເປັນປົກກະຕິ. ສະນັ້ນ, ຈຶ່ງສາມາດປະຕິບັດໄດ້ຄວາມສາມັກຄີພາຍໃນພັກຢ່າງໜັກແໜ້ນ, ບຸກຄົນມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນທີ່ໄດ້ຮັບການມອບໝາຍປະສົບຜົນສຳເລັດເປັນຢ່າງດີ. ໂດຍ​ລວມ​ແລ້ວ ຄະ​ນະ​ພັກ​ຮາກ​ຖານກຸ່ມ​ລົບ​ປາກ​ດີ ພວກ​ເຮົາ​ມີ​ໜ່ວຍ​ພັກ​ຂຶ້ນ​ກັບ​ທັງ​ໝົດ 13 ໜ່ວຍ, ມີ​ຈຳ​ນວນ​ສະ​ມາ​ຊິກ​ພັກ​ທັງ​ໝົດ 163 ສະ​ຫາຍ ຍິງ 43 ສະ​ຫາຍ, ຕະຫຼອດ​ໄລ​ຍະ 5 ປີ​ຜ່ານ​ມາ​ສາ​ມາດ​ຂະ​ຫຍາຍ​ສະ​ມາ​ຊິກ​ພັກ​ໃໝ່​ເພີ່ມ​ຂຶ້ນ 20%, ມີສະ​ມາ​ຊິກ​ພັກ​ສົມ​ບູນ​ຈຳ​ນວນ 155 ສະ​ຫາຍ ຍິງ 30 ສະ​ຫາຍ, ສະ​ມາ​ຊິກ​ພັກ​ສຳ​ຮອງ 9 ສະ​ຫາຍ ຍິງ 1 ສະ​ຫາຍ; ໃນ​ນີ້ ມີ​ສະ​ມາ​ຊິກ​ພັກ​ແຂງ​ຈຳ​ນວນ 145 ສະ​ຫາຍ ຍິງ 30 ສະ​ຫາຍ ແລະ ກາງ 10 ສະ​ຫາຍ.
ກອງປະຊຸມໃຫຍ່ ຄັ້ງທີ V ຄະນະພັກຮາກຖານກຸ່ມ ລົບ​ປາກ​ດີ ກໍໄດ້ມີການປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງສະໝັກຈຳນວນ 11 ສະຫາຍ, ເລືອກເອົາ 9 ສະຫາຍ, ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມ ໄດ້ເປັນຕົວແທນໃຫ້ແກ່ບັນດາສະມາຊິກພັກໃນທົ່ວກຸ່ມໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກ ແລະ ເປັນເອກະສັນເລືອກເອົາສະຫາຍ ນາງ ອ່ອນ​ຄຳ ໂພ​ທິ​ສານ ເປັນລາຂາ, ສະຫາຍ ພູ​ມາ ປັດ​ຊາ​ຈັກ ຮອງເລຂາ, ສະຫາຍ ບຸນ​ປອນ ສີ​ສຸ​ພັນ ປະທານກວດກາ, ສະຫາຍ ດົງ ສຸກ​ຈະ​ເລີນ, ສະຫາຍ ສຸ​ພີ ວົນ​ນະ​ລັງ​ສີ, ສະຫາຍ ບຸນ​ເຕີມ ຈຳ​ປາ​ແກ້ວ​ມະ​ນີ, ສະຫາຍ ອິນ​ປອນ ເທບ​ພະ​ຈັນ, ສະຫາຍ ພັ​ຕ ບຸນ​ຮູ້​ ສີ​ເມືອງ ແລະ ສະຫາຍ ​ຮ​ທ ບຸນ​ມີ ທອງ​ທະ​ວີ ເປັນ​ຄະ​ນະ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ