ໃນລະຫວ່າງວັນທີ 22-23 ກັນຍາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ 19/ກມສພ, ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຊີ້ນໍາວຽກງານຢູ່ ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນຕອນບ່າຍຂອງວັນທີ 22 ກັນຍາ ທີ່ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ພາຍໃຕ້ການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ທ່ານເຈົ້າແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າ, ການນໍາຂອງແຂວງອຸດົມໄຊ ເຂົ້າຮ່ວມແບບເຊິ່ງໜ້າ; ມີບັນດາທ່ານເຈົ້າແຂວງ ຈາກແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຫຼວງພະບາງ ແລະ ການນໍາແຂວງໄຊຍະບູລີ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານ ແລະ ສະເໜີສະພາບພົ້ນເດັ່ນ ການຈັດຕັ້ງປະຕິບັດວຽກງານພາຍໃນແຂວງຕົນເອງ.
ໂອກາດດັ່ງກ່າວ, ທ່ານເຈົ້າແຂວງອຸດົມໄຊ ກໍໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມ ແລະ ຍິນດີຕ້ອນຮັບທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍຄື ບັນດາການນໍາຂອງແຂວງຕ່າງໆ ທີ່ໄດ້ເຂົ້າຮ່ວມກອງປະຊຸມແບບເຊິ່ງໜ້າ ແລະ ແບບທາງໄກຄັ້ງນີ້. ໃນກອງປະຊຸມ ບັນດາແຂວງ ໄດ້ລາຍງານສະພາບວຽກງານທີ່ພົ້ນເດັ່ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ທ່ານນາຍົກລັດຖະມົນຕີ ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບ. ພ້ອມທັງ ມີຂໍ້ສະເໜີ ເພື່ອໃຫ້ລັດຖະບານ ກໍຄື ທ່ານນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ 19/ກມສພ ເພື່ອພິຈາລະນາມີທິດຊີ້ນໍາ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ທີ່ບັນດາແຂວງພາກເໜືອ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ເປັນຂະບວນ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ ໄປໃນທິດທາງທີ່ດີ ໂດຍສະເພາະແມ່ນການຜະລິດເປັນສິນຄ້າ, ການແກ້ໄຂສະພາບເສດຖະກິດ ກໍເປັນຂະບວນຟົດຟື້ນ ແລະ ດຳເນີນໄປດ້ວຍດີ; ພ້ອມດຽວກັນນີ້, ທ່ານຍັງໄດ້ເນັ້ນໃຫ້ບັນດາແຂວງເອົາໃຈໃສ່ຕື່ມບາງບັນຫາ ເປັນຕົ້ນ: ສືບຕໍ່ເອົາໃຈໃສ່ສົ່ງເສີມການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເພື່ອຫຼຸດຜ່ອນການນຳເຂົ້າ; ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບໃຫ້ຄົບຖ້ວນ; ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກປະເທດອ້ອມຂ້າງ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນຕົວຈິງຂອງການລົງທຶນ ໃຫ້ຜ່ານລະບົບທະນາຄານ, ສົມທົບບັນດາບໍລິສັດ ກໍຄື ຜູ້ປະກອບການ ເປີດບັນຊີເພື່ອດຳເນີນທຸລະກໍາທາງດ້ານການເງິນ ຜ່ານລະບົບທະນາຄານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ຄຽງຄູ່ກັບການສົ່ງເສີມການນໍາໃຊ້ເງິນກີບໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ການຜະລິດ ແລະ ການຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ນັບມື້ຫຼາຍຂຶ້ນ ໂດຍຕິດພັນກັບການຫັນເປັນອຸດສາຫະກຳປຸງແຕ່ງເທື່ອລະກ້າວ; ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມໂຄງການລົງທຶນໃນຂະແໜງບໍ່ແຮ່ ໃຫ້ຈັດຕັ້ງປະຕິບັດຖືກຕ້ອງສອດຄ່ອງກັບລະບຽບການ; ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ, ໂຄງລ່າງພື້ນຖານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າໃຫ້ວ່ອງໄວຂຶ້ນກວ່າເກົ່າ; ໃນປີ 2024 ຈະເປີດປີທ່ອງທ່ຽວລາວ ໃຫ້ສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວ ເພື່ອແນໃສ່ດຶງດູດເອົານັກທ່ອງທ່ຽວຈາກຕ່າງປະເທດໃຫ້ນັບມື້ເພີ່ມຂຶ້ນ; ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມາດຕະການ, ແຜນເຄື່ອນໄຫວວຽກຈຸດສຸມ ແລະ ບັນດາເນື້ອໃນນິຕິກໍາ ທີ່ລັດຖະບານໄດ້ກໍານົດ ເຂົ້າໃນການຈັດຕັ້ງປະຕິບັດຂົງເຂດຄວາມຮັບຜິດຊອບຂອງທ້ອງຖິ່ນຕົນ ໃຫ້ມີປະສິດທິຜົນ, ເປັນຮູບປະທໍາຕົວຈິງ, ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ແຂງແຮງກວ່າເກົ່າ.
ໃນຕອນເຊົ້າຂອງໃນວັນທີ 23 ກັນຍາ 2023 ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ຊຸກຍູ້ ແລະ ຕິດຕາມໂຄງການລົງທຶນຂອງນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດຈຳນວນໜຶ່ງ ຢູ່ເທດສະບານເມືອງໄຊ ເປັນຕົ້ນ: ໂຮງງານປຸງແຕ່ງນ້ຳຢາງພາລາ ຂອງບໍລິສັດຈົງອູ ຢູ່ບ້ານກໍນ້ອຍ; ໂຄງການປູກມອນ-ລ້ຽງມ້ອນ ແລະ ຂອງບໍລິສັດ ຊ່ວງໄຊ ພັດທະນາກະສິກຳ ຈຳກັດ; ໂຮງງານ ອຸດສາຫະກຳປຸ່ງແຕ່ງໄມ້ສຳເລັດຮູບ ຂອງບໍລິສັດຊ່ວງໄຊ; ໄປຢ້ຽມຢາມສູນຄ່ຽນຖ່າຍສິນຄ້າມະຫາໂຊກ ຂອງບໍລິສັດມະຫາໂຊກ ຢູ່ບ້ານນາສ້າວ ຕື່ມອີກ.
(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)