ໃນວັນທີ 29 ພະຈິກ ນີ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການສ້າງຄວາມສົມດຸນດ້ານເສດຖະກິດ ໂດຍອີງໃສ່ທ່າແຮງຂອງປະເທດ” ຢູ່ເມືອງວັງວຽງ ແຂວງວຽງຈັນພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ອະດີດຮອງນາຍົກລັດຖະມົນຕີ ອະດີດລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະຊ່ຽວຊານລາວ ຕາມຂໍ້ຕົກລົງເລກທີ 132/ນຍ; ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ບັນດາທ່ານໃນຄະນະຕາມຂໍ້ຕົກລົງ 132/ນຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້, ດຳເນີນໃນວັນທີ 29-30 ພະຈິກ ນີ້ ໂດຍມີຈຸດປະສົງ ເພື່ອນຳສະເໜີຂໍ້ມູນ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາຫົວຂໍ້ຍ່ອຍ ທີ່ໄດ້ນຳມາສຳມະນາຄື: ການດຸ່ນດ່ຽງມະຫາພາກດ້ານແຫຼ່ງທຶນ ແລະ ແຮງງານ ເພື່ອການພັດທະນາ; ທ່າແຮງດ້ານການເງິນ; ນະໂຍບາຍເງິນຕາ ຕໍ່ການຄວບຄຸມປະລິມານເງິນ M2 ແລະ ການແກ້ໄຂບັນຫາເງິນເຟີ້; ການປັບປຸງອັດຕາອາກອນມູນຄ່າເພີ່ມ ໂດຍຕິດພັນກັບການເກັບລາຍຮັບຕ່າງໆຊຶ່ງທັງໝົດນັ້ນ ເພື່ອເປັນຂໍ້ມູນ ຕໍ່ການຄົ້ນຄວ້າກຳນົດມາດຕະການ ໃນແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ທັງໄລຍະສັ້ນ ແລະ ໄລຍະຍາວ.
        ໃນໂອກາດກ່າວເປີດກອງປະຊຸມ,ທ່ານສົມດີດວງດີໄດ້ຍົກໃຫ້ເຫັນຄວາມສຳຄັນຂອງກອງປະຊຸມໃນຄັ້ງນີ້ໂດຍສະເພາະຄວາມໝາຍຄວາມສຳຄັນຂອງບັນດາຫົວຂໍ້ທີ່ນຳມາສະເໜີ;ໄດ້ຍົກໃຫ້ເຫັນຄວາມພະຍາຍາມຂອງສູນກາງພັກແລະລັດຖະບານໃນການແກ້ໄຂບັນຫາເສດຖະກິດ-ການເງິນ ດ້ວຍຫຼາຍດ້ານ, ຫຼາຍວິທີ, ຫຼາຍມາດຕະການໂດຍໄດ້ສົມທົບກັບບັນດາຊ່ຽວຊານ ຈາກອົງການຈັດຕັ້ງສາກົນແລະບັນດາປະເທດເພື່ອນມິດຍຸດທະສາດເພື່ອຄົ້ນຄວ້າຫາສາເຫດແທ້ຈິງຂອງບັນຫາແລະຊອກຫາວິທີແກ້ໄຂເປັນແຕ່ລະຂົງເຂດເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາໃຫ້ກັບສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ,ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ດໍາເນີນການສໍາມະນາວິທະຍາສາດໃນຄັ້ງນີ້ດ້ວຍຄວາມເປັນເຈົ້າການແລະຮັບຜິດຊອບສູງ, ພ້ອມກັນປະກອບຄຳເຫັນຢ່າງມີຈຸດສຸມ, ນຳສະເໜີວິທີແກ້ໄຂທີ່ເໝາະສົມ, ສອດຄ່ອງກັບສະພາບຕົວຈິງຢ່າງກົງໄປກົງມາ, ບໍ່ແກ່ຍາວເວລາ, ລົງເລິກປະກອບຄຳເຫັນຕໍ່ການແກ້ໄຂບັນຫາທີ່ກຳລັງປະເຊີນໃນປັດຈຸບັນແລະສິ່ງທ້າທາຍທີ່ຈະເກີດຂຶ້ນໃນຕໍ່ໜ້າ. ພາຍຫຼັງສຳເລັດການສຳມະນາຄັ້ງນີ້ ຈະໄດ້ນຳເອົາບົດຮຽນໄປຜັນຂະຫຍາຍແລະຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນ ແລະ ເກີດໝາກຜົນຕົວຈິງ.
(ຂ່າວ-ພາບ: ຫສນຍ)