ໃນວັນທີ 29 ພະຈິກ ນີ້ ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 28-30 ພະຈິກ ນີ້.
ໃນໂອກາດດັ່ງກ່າວ, ທ່ານສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ກາວ ຄິມ ຮຸນ ທີ່ໄດ້ນຳພາຄະນະ ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການຢ້ຳຄືນຄວາມກຽມພ້ອມຂອງກອງເລຂາອາຊຽນ ເພື່ອສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ 2024 ທີ່ຈະມາເຖິງນີ້. ທ່ານນາຍົກລັດຖະມົນຕີ ຍັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງສປປ ລາວ ຕໍ່ວຽກງານອາຊຽນ ແລະ ຜ່ານມາໄດ້ປະກອບສ່ວນເຂົ້າໃນວຽກງານອາຊຽນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງ, ປະຕິບັດໜ້າທີ່ ແລະພັນທະຂອງຕົນຢ່າງດີ ແລະ ໄດ້ຮັບການຮ່ວມມືແລະການສະໜັບສະໜູນຊ່ວຍເຫຼືອຈາກກອງເລຂາອາຊຽນມາໂດຍຕະຫຼອດ, ເປັນຕົ້ນແມ່ນການເປັນປະທານອາຊຽນຂອງ ສປປ ລາວ 2 ຄັ້ງຜ່ານມາ ໃນສົກປີ 2004-2005 ແລະ ປີ 2016 ຢ່າງມີຜົນສຳເລັດອັນຈົບງາມ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ຢ້ຳຄວາມກຽມພ້ອມຂອງ ສປປ ລາວ ທີ່ຈະເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານເລຂາທິການໃຫຍ່ອາຊຽນ ກໍຄື ກອງເລຂາອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າກອງເລຂາອາຊຽນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມື ແລະ ການປະສານງານດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດຂົງເຂດບູລິມະສິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃຫ້ປະສົບຜົນສຳເລັດ ແລະ ປະກອບສ່ວນເຂົ້າໃນການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນໃນປີ 2024. ທ່ານນາຍົກລັດຖະມົນຕີ ຍັງໄດ້ຢ້ຳວ່າ ສປປ ລາວ ພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບ ກອງເລຂາອາຊຽນ, ປະເທດສະມາຊິກຄອບຄົວອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອຜົນສຳເລັດຂອງອາຊຽນ ກໍຄື ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາຊຽນ.
ໃນຂະນະດຽວກັນ, ທ່ານ ກາວ ຄິມ ຮຸນ ໄດ້ສະແດງຄວາມຍິນດີຕໍ່ຄວາມກຽມພ້ອມຂອງ ສປປ ລາວ ທີ່ຈະເຮັດໜ້າທີ່ປະທານອາຊຽນ ແລະ ໄດ້ຢ້ຳວ່າກອງເລຂາອາຊຽນ ພ້ອມທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະໃຫ້ການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຢ່າງເຕັມທີ່ໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ກໍໄດ້ແຈ້ງອີກວ່າ ປີ 2024 ເປັນປີທ່ອງທ່ຽວລາວ ແລະ ໄດ້ເຊີນຊວນ ພະນັກງານກອງເລຂາອາຊຽນ ມາທ່ຽວສະຖານທີ່ຕ່າງໆໃນ ສປປ ລາວ ໃນໂອກາດມາຮ່ວມກອງປະຊຸມຕ່າງໆຢູ່ ສປປ ລາວ ແລະ ຊ່ວຍໂຄສະນາ “ປີທ່ອງທ່ຽວລາວ2024” ໃຫ້ນັກທ່ອງທ່ຽວຈາກປະເທດສະມາຊິກອາຊຽນ ແລະ ຈາກພາຍນອກ.
(ຂ່າວ:ກະຊວງການຕ່າງປະເທດ; ພາບ: ສຳນານ)