ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ພະຈິກ ຜ່ານມາ, ສຳນັກງານກວດຄົນເຂົ້າເມືອງ ແລະ ການຍ້າຍຖິ່ນຖານຂອງສີລັງກາໄດ້ປະກາດຍົກເວັ້ນຄ່າທຳນຽມວີຊາສຳລັບຜູ້ທີ່ອາໄສຢູ່ໃນ ຈີນ, ອິນເດຍ, ອິນໂດເນເຊຍ, ຣັດເຊຍ, ໄທ, ມາເລເຊຍ ແລະ ຍີ່ປຸ່ນ ໂດຍເລີ່ມບັງຄັບໃຊ້ທັນທີ ແລະ ມີຜົນຈົນເຖິງວັນທີ 31 ມີນາ 2024.
ຜູ້ທີ່ອາໄສຢູ່ປະເທດດັ່ງກ່າວ ຊຶ່ງມີໜັງສືເດີນທາງທາງການທູດ, ໜັງສືເດີນທາງທາງລັດຖະການ ແລະ ໜັງສືເດີນທາງແບບທຳມະດາ ມີຄຸນສົມບັດຮ່ວມກັບໂຄງການດັ່ງກ່າວ ແລະ ຕ້ອງຍື່ນເອກະສານໃນລະບົບອະນຸມັດການເດີນທາງທາງອີເລັກໂຕຣນິກ (ETA) ທີ່ບໍ່ເສຍຄ່າໃຊ້ຈ່າຍກ່ອນເດີນທາງໄປເຖິງສີລັງກາ. ພາຍໃຕ້ໂຄງການທົດລອງທີ່ມີຂຶ້ນ ເພື່ອສ້າງອຸດສາຫະກຳການທ່ອງທ່ຽວຂຶ້ນມາໃໝ່ນີ້ ນັກທ່ອງທ່ຽວຈະໄດຮັບວີຊາໄລຍະ 30 ວັນ ແລະ ສາມາດເດີນທາງເຂົ້າ-ອອກໄດ້ສອງຄັ້ງນັບຕັ້ງແຕ່ວັນທີ່ເດີນທາງເຖິງສີລັງກາຄັ້ງທຳອິດພາຍໃນ 30 ວັນ.
ອີກຢ່າງໜຶ່ງ, ການທ່ອງທ່ຽວຖືວ່າເປັນໜຶ່ງໃນແຫຼ່ງລາຍໄດ້ເງິນຕາຕ່າງປະເທດທີ່ສຳຄັນຂອງສີລັງກາ ຊຶ່ງກຳລັງເດີນໜ້າກະຕຸ້ນລາຍໄດ້ຈາກການທ່ອງທ່ຽວທີ່ຖົດຖອຍໃນລະຫວ່າງປີ 2020-2022 ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດເສດຖະກິດ.