ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທ່ານ ມາກ ບັດເລີ ລັດຖະມົນຕີກະຊວງສາທາລະນະສຸກຂອງອົສຕຣາລີ ກ່າວວ່າ: ນັບຕັ້ງແຕ່ປີ 2024 ເປັນຕົ້ນໄປ ການນຳເຂົ້າຢາສູບໄຟຟ້າແບບໃຊ້ແລ້ວຖິ້ມເປັນສິ່ງທີ່ຜິດກົດໝາຍໃນອົສຕຣາລີ.
ທ່ານກ່າວວ່າ: ມາດຕະການຫ້າມນຳເຂົ້າຢາສູບໄຟຟ້າແບບໃຊ້ແລ້ວຖິ້ມຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2024 ເພື່ອຫວັງຫຼຸດຜ່ອນພຶດຕິກຳການໃຊ້ຢາສູບໄຟຟ້າຂອງເຍົາວະຊົນ ຊຶ່ງຢູ່ໃນລະດັບທີ່ໜ້າເປັນຫ່ວງ. ທັງນີ້, ຢາສູບໄຟຟ້າສ່ວນຫຼາຍຍັງຄົງມີສ່ວນປະສົມຂອງນິໂຄຕິນ ທີ່ເປັນສານເສບຕິດ ແລະ ຜົນສຳຫຼວດຂອງລັດຖະບານອົສຕຣາລີພົບວ່າ: ປະມານ 1 ໃນ 7 ຂອງປະຊາກອນທີ່ມີອາຍຸລະຫວ່າງ 14-17 ປີ ໃນປະເທດໃຊ້ຢາສູບໄຟຟ້າ. ຍິ່ງໄປກວ່ານັ້ນ, ພາກລັດຍັງມີຜົນການສຶກສາ ຊຶ່ງຊີ້ໃຫ້ເຫັນຢ່າງແນ່ນອນວ່າ ການໃຊ້ຢາສູບໄຟຟ້າໃນເດັກນ້ອຍ ແລະ ເຍົາວະຊົນເພີ່ມໂອກາດປະມານສາມເທົ່າທີ່ບຸກຄົນນັ້ນຈະສູບຢາສູບໃນອະນາຄົດ. ຂະນະດຽວກັນ, ລັດຖະບານອົສຕຣາລີກຽມສະເໜີກົດໝາຍຫ້າມການຜະລິດ, ໂຄສະນາ ແລະ ຈຳໜ່າຍຢາສູບໄຟຟ້າແບບໃຊ້ແລ້ວຖິ້ມໃນປີ 2024.
ອີກຢ່າງໜຶ່ງ, ອົສຕຣາລີ ເປັນປະເທດທຳອິດຂອງໂລກທີ່ໃຊ້ກົດໝາຍຢາສູບຊອງເປົ່າ ໃນປີ 2012 ຄືບໍ່ລະບຸເຄື່ອງໝາຍການຄ້າຂອງບໍລິສັດຜູ້ຜະລິດ ແຕ່ໃຫ້ສະແດງພາບຜົນກະທົບຕໍ່ສຸຂະພາບທີ່ເປັນຜົນເສຍຈາກການສູບຢາ. ນອກຈາກນີ້, ການທີ່ລັດຖະບານອົສຕຣາລີເກັບພາສີຢາສູບໃນອັດຕາສູງສົ່ງຜົນໃຫ້ລາຄາຢາສູບແພງເຖິງຊອງລະປະມານ 50 ໂດລາອົສຕຣາລີ.