ສຳນັກຂ່າວສານຫວຽດນາມ ປະຈຳ ຈາກາຕາ ລາຍງານວ່າ: ກະຊວງສາທາລະນະສຸກ ອິນໂດເນເຊຍ ໄດ້ຈັດງົບປະມານ 16.000 ລ້ານຣູເປຍ (ປະມານ 1,03 ລ້ານໂດລາ) ສຳລັບການທົດລອງ ເພື່ອທົດສອບການແຜ່ກະຈາຍຂອງໄຂ້ເລືອດອອກໃນ 5 ເມືອງໃຫຍ່ຂອງປະເທດ.
ໃນຖະແຫຼງການວັນທີ 28 ພະຈິກ ຜ່ານມາ, ພາຍຫຼັງກອງປະຊຸມຄະນະລັດຖະມົນຕີ, ທ່ານ ບູດີ ກຸນາດີ ຊາດິກິນ ລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ ໃຫ້ຮູ້ວ່າ: ລັດຖະບານ ອິນໂດເນເຊຍ ໄດ້ຈັດສັນງົບປະມານ 16.000 ລ້ານຣູເປຍ ເພື່ອດຳເນີນໂຄງການທົດລອງເພາະພັນຍຸງທີ່ມີເຊື້ອແບັດທີເລຍ ໂວລບາເຄຍ ຊຶ່ງຊ່ວຍຫຼຸດຄວາມສາມາດຂອງຍຸງໃນການແຜ່ກະຈາຍເຊື້ອໄຂ້ເລືອດອອກ ຢູ່ບັນດາເມືອງເຊມາຣາງ, ຈາກາຕາ ທາງທິດຕາເວັນຕົກ, ບັນດຸງ, ກູປາງ ແລະ ບອນຕາງ.
ທ່ານ ບູດີ ກຸນາດີ ຊາດິກິນ ຍັງໃຫ້ຮູ້ວ່າ: ວິທີການທົດລອງໂດຍໃຊ້ຍຸງທີ່ມີເຊື້ອແບັດທີເລຍ ໂວລບາເຄຍ ແມ່ນລວມຢູ່ໃນແຜນລະດັບຊາດໃນການປ້ອງກັນ, ຕ້ານການແຜ່ກະຈາຍໄຂ້ເລືອດອອກ ຊຶ່ງໄດ້ດໍາເນີນການໃນ 5 ເມືອງ ຊຶ່ງແມ່ນພື້ນທີ່ໆມີອັດຕາໄຂ້ເລືອດອອກຂ້ອນຂ້າງສູງ ສູງກວ່າຄ່າສະເລ່ຍທົ່ວໂລກ 10 ກໍລະນີ ຕໍ່ 100.000 ຄົນ.