ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທາງການ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ສ ເກົາຫຼີ ກຽມຄືນພາສີມູນຄ່າໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນເປັນ 2 ເທົ່າໃນປີ 2024 ໂດຍເປັນສ່ວນໜຶ່ງຂອງຄວາມພະຍາຍາມດຶງດູດນັກທ່ອງທ່ຽວຕ່າງປະເທດ ແລະ ກະຕຸ້ນອຸດສາຫະກຳການທ່ອງທ່ຽວໃນທ້ອງຖິ່ນ.
ກະຊວງການເງິນຂອງ ສ ເກົາຫຼີ ລະບຸວ່າ: ເພດານການຂໍຄືນພາສີໃນສະຖານທີ່ຊຳລະເງິນຕໍ່ການຊື້ສິນຄ້າແຕ່ລະຄັ້ງໃນຮ້ານຄ້າປອດພາສີທີ່ກຳນົດຈະເພີ່ມຈາກ 500.000 ວອນ (ສະກຸນເງິນ ສ ເກົາຫຼີ) ໃນປັດຈຸບັນເປັນ 1 ລ້ານວອນ ເລີ່ມຕັ້ງແຕ່ວັນທີ 1 ມັງກອນ 2024. ສ່ວນເພດານຈຳນວນການຊຳລະເງິນລວມສຳລັບການຂໍຄືນພາສີຈະເພີ່ມຈາກ 2,5 ລ້ານວອນ ເປັນ 5 ລ້ານວອນ ໃນປີ 2024. ການດຳເນີນການດັ່ງກ່າວເປັນສ່ວນໜຶ່ງຂອງຄວາມພະຍາຍາມສົ່ງເສີມໃຫ້ນັກທ່ອງທ່ຽວຕ່າງປະເທດໃຊ້ຈ່າຍເງິນຫຼາຍຂຶ້ນໃນ ສ ເກົາຫຼີ ແລະ ສະໜັບສະໜູນອຸດສາຫະກຳການທ່ອງທ່ຽວ.
ອີກຢ່າງໜຶ່ງ, ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມ ສ ເກົາຫຼີ ສະເລ່ຍຕໍ່ເດືອນ ມີ 740.000 ຄົນໃນລະຫວ່າງ 6 ເດືອນທຳອິດຂອງປີນີ້ ຫຼື ລະຫວ່າງເດືອນມັງກອນ-ມິຖຸນາ ຜ່ານມາ ຊຶ່ງສູງກວ່າໂຕເລກສະເລ່ຍລາຍເດືອນ 270.000 ຄົນ ຕະຫຼອດທັງໝົດປີ 2022.