ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ພະຈິກ ຜ່ານມາ ຢູ່ ຕວັກກີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເຊຟເດດ ຢິລມາຊ ຮອງປະທານາທິບໍດີ ຕວັກກີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນພາຍຫຼັງການເຈລະຈາ.
ຂ່າວລະບຸວ່າ: ໃນການຖະແຫຼງຂ່າວ, ການນຳສອງທ່ານໄດ້ໃຫ້ຮູ້ວ່າ: ການນຳສອງປະເທດລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງ ຫວຽດນາມ ແລະ ຕວັກກີ, ຢັ້ງຢືນການຕັດສິນໃຈຂອງພັກ-ລັດ ແລະ ປະຊາຊົນສອງປະເທດ ໃນການຊຸກຍູ້ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ຕວັກກີ ໃຫ້ຫຼາຍຂຶ້ນກວ່າເກົ່າອີກ.
ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍມາດຕະການເພື່ອແນໃສ່ເພີ່ມທະວີຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍໃນບັນດາຂົງເຂດຄື: ການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ. ກ່ຽວກັບດ້ານການເມືອງສອງຝ່າຍ ເຫັນດີຈະປັບປຸງ ການພົວພັນ ແລະ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນໃນທຸກຊ່ອງທາງ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສສາກົນ, ປະຕິບັດສຳເລັດການເປີດສະຖານກົງສູນໃຫຍ່ຂອງຕວັກກີ ປະຈຳ ນະຄອນ ໂຮ່ຈິມິນ.