ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ດວ່ານ ງອກ ເລີນ ຮອງປະທານຜູ້ປະຈຳການ ຄະນະກໍາມະການປະຊາຊົນແຂວງກວາງບິງ ພ້ອມຄະນະຜູ້ແທນແຂວງກວາງບິງ ສສ ຫວຽດນາມໃນວັນທີ 30 ພະຈິກ ນີ້ ທີ່ຫ້ອງວ່າການແຂວງ, ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງຈຳປາສັກ.
ໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ຂອງ  ທ່ານ ດວ່ານ ງອກ ເລີນ ພ້ອມຄະນະ ໃນເທື່ອນີ້ ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງ ແຂວງຈໍາປາສັກ ແລະ ແຂວງກວາງບິງ ໃຫ້ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານ ດວ່ານ ງອກ ເລີນ ກໍໄດ້ສະແດງຄວາມຂອບໃຈ ໃນການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ມາຍັງ ຄະນະພັກ-ອົງການປົກຄອງແຂວງຈຳປາສັກ ຕໍ່ຜົນງານການນຳພາ-ຊີ້ນຳ ການພັດທະນາ ເສດຖະກິດ-ສັງຄົມກໍຄືການຮ່ວມມືໄລຍະຜ່ານມາ ລະຫວ່າງແຂວງຈໍາປາສັກ ແລະ ແຂວງກວາງບິງ ດ້ານການພົວພັນ ລະຫວ່າງ ບັນດາອົງການຈັດຕັ້ງພັກ, ອົງການປົກຄອງຊຸກຍູ້ວຽກງານໂຄສະນາ ກ່ຽວກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງສອງຊາດ, ສອງພັກ, ສອງລັດ ລາວ-ຫວຽດນາມ ເວົ້າລວມ, ລວມທັງ ການຮ່ວມມື ທາງດ້ານເສດຖະກິດ, ວັດທະນະທໍາ, ສັງຄົມ ສອງຝ່າຍ. ພ້ອມນັ້ນ ສອງຝ່າຍ ຍັງໄດ້ລາຍງານສະພາບການອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຈໍາປາສັກ ແລະ ແຂວງກວາງບິງນຳອີກ.
ຂ່າວ-ພາບ: ທັດຊະນະ.